ຕຣຽມສຳຣວດ ໂຄງການທາງຣົຖໄຟ ນະຄອນຫຼວງ-ທ່າແຂກ

ກະຊວງແຜນການ ແລະ ການລົງທຶນ ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈ ຫຼື MOU ອະນຸຍາດໃຫ້ ບໍຣິສັດ ປິໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ສຶກສາ, ສຳຣວດ ແລະ ອອກແບບ ຄວາມເປັນໄປໄດ້ ຂອງໂຄງການກໍ່ສ້າງ ເສັ້ນທາງຣົຖໄຟ ຈາກນະຄອນຫລວງວຽງຈັນ ຫາເມືອງທ່າແຂກ ແຂວງຄຳມ່ວນ ຄວາມຍາວ 312 ກິໂລແມັດ.

ກະຊວງແຜນການ ແລະ ການລົງທຶນ, ເດືອນມິຖຸນາ 2022. ນັກຂ່າວ ພົລເມືອງ

ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າໃຈ ຫຼື MOU ອະ​ນຸ​ຍາດ​ໃຫ້ ບໍ​ຣິ​ສັດ ປິ​ໂຕ​ລ້ຽມ ເທ​ຣດ​ດິ້ງ​ລາວ ມະ​ຫາ​ຊົນ ໃນ​ວັນ​ທີ 29 ມິ​ຖຸ​ນາ 2022 ເພື່ອ ສຶກ​ສາ, ສຳ​ຣວດ ແລະ ອອກ​ແບບ ຄວາມ​ເປັນ​ໄປ​ໄດ້​ ຂອງ​ໂຄງ​ການກໍ່​ສ້າງ ​ເສັ້ນ​ທາງ​ຣົ​ຖ​ໄຟ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ລົງ​ໄປ​ຫາ ເມືອງ​ທ່​າ​ແຂກ ແຂວງ​ຄຳ​ມ່ວນ ຄວາມ​ຍາວ 312 ກິ​ໂລ​ແມັດ.

ເຈົ້າ​ໜ້າ​ທີ່ ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ທ່ານ​ນຶ່ງ ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມິ​ຖຸ​ນາ ວ່າ:

ເຈົ້າເພິ່ນກະເອົາບໍຣິສັດປິໂຕລ້ຽມ ເທຣດດິ້ງ ເຂົ້ມາສຳຣວດ ເຂົ້າມາເຮັດບົດໃຫ້ໂຕໂຄງການນີ້ ບໍຣິສັດ ຂອງຢູ່ໃນເຄືອຂ່າຍຂອງ ພົງສະຫວັນ ກຣຸບ ນ່າ ທະນາຄານພົງສະຫວັນ ນະເຈົ້າ, [ໄລຍະເວລາການສຳຣວດ] ເຈຣະຈາ ແມ່ນ 18 [ເດືອນ] ແຕ່ວ່າ ທາງບໍຣິສັດ ຫັ້ນ ໄປເຈຣະຈາກັບ ກະຊວງແຜນການ ເພິ່ມເປັນ 24 [ເດືອນ] ແຕ່ວ່າ ທາງບໍຣິສັດ ຫັ້ນ ໄປເຈຣະຈາ ກັບ ກະຊວງແຜນການ ເພິ່ນເປັນ 24 ເດືອນ ເບາະ.”

ທ່ານ ກ່າວ​ຕື່ມ​ວ່າ ຫຼັງ​ຈາກ​ທີ່​ເຊັນ ບົດ​ບັນ​ທຶກ​ຄວາມ​ຊົງ​ຈຳ ແລ້ວ​ ບໍ​ຣິ​ສັດ ປິ​ໂຕ​ລ້ຽມ ເທ​ຣດດິ້ງລາວ ມະ​ຫະ​ຊົນ ຈະ​ວ່າຈ້າງ ບໍ​ຣິ​ສັດ ປຶກ​ສາ​ທັງ​ຈາກ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ສົມ​ທົບ​ກັບ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ຂອງ​ຣັ​ຖ​ບານ​ລາວ ໃນ​ການ​ດຳ​ເນີນ​ວຽກ​ງານ ເຊິ່ງ ຄາດ​ວ່າ ຈະ​ສຳ​ເລັດ ແລະ ມີ​ການ​ຮັບຮອງ ພາຍ​ໃນ​ 24 ເດືອນ.

ໂຄງ​ການກໍ່​ສ້າງ ເສັ້ນ​ທາງ​ຣົ​ຖ​ໄຟ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ຫາ​ເມືອງ ທ່າ​ແຂກ ແຂວງ​ຄຳ​ມ່ວນ ເປັນ​ສ່ວນ​ນຶ່ງ​ຂອງ​ໂຄງ​ການ ສາມ​ແອລ ຫຼື Laos Logistics Link (LLL)  ເຊິ່ງ​ປະ​ກອບ​ມີ​ຫຼາຍ​ໂຄງ​ການ ຄື ໂຄງ​ການ​ທ່າ​ເຮືອ​ຫວຸ້ງ​ອາງ, ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ວຽດ​ນາມ, ໂຄງ​ການ​ໂຮງ​ໄຟ​ຟ້າ​ ພ​ລັງ​ງານ​ຄວາມ​ຮ້ອນ ບົວລະ​ພາ ແລະ ໂຄງ​ການ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິ​ສ​ຕິກ ນະ​ຄອນ​ຫລວງວຽງ​ຈັນ.

ສຳ​ລັບ​ໂຄງ​ການ​ທັງ​ໝົດ ແມ່ນ​ຢູ່​ພາຍ​ໃ​ຕ້ ຍຸ​ທ​ສາ​ຕ ການ​ພັ​ທ​ນາ​ປະ​ເທດ ວ່າ​ດ້ວຍ ການ​ຫັນ​ປ່ຽນ ສ​ປ​ປ​ ລາວ ຈາກ​ການ​ປະ​ເທດ ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ ຫຼື​ Land Locked ກາຍ​ມາ​ເປັນ​ປະ​ເທດ ​ເຊື່ອ​ຈອດ​ທາງ​ບົກ ຫຼື Land Linked.

ເຈົ້າ​ໜ້າ​ທີ່​ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ທ່ານ​ນຶ່ງ ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມິ​ຖຸ​ນາ ວ່າ:

ໂຕລາວ-ວຽດນາມ ນີ້ ແມ່ນເປັນກະດູກສັນຫຼັງ ແຕ່ເໜືອຮອດໃຕ້ ດຽວນີ້ ໂຄງການລາວ-ຈີນ ຫັ້ນເນາະ ເປັນແລວທາງຍຸສາຕ ໃດ ໂຕນີ້ ມັນມີມາແຕດົນແລ້ວ.”

ໃນ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ລາວ ຈຳ​ນວນ​ນຶ່ງ ກໍ​ຄື ລາວ​ຍັງ​ບໍ່​ມີ​ສິນ​ຄ້າ​ຫຍັງ ​ສົ່ງ​ອອກໄປ​ທາງ​ຣົ​ຖ​ໄຟ. ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ໄດ້ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມິ​ຖຸ​ນາ ວ່າ:

ຄັນເວົ້າເຣື່ອງສິດທຜົໂຍດ ທີ່ເຮົາຈະໄດ້ຮັບນີ້ ມັນໜ້ອຍຫຼາຍແລ້ວ ເພາະວ່າ ເຮົາເປັນທີ່ວ່າ ປະເທດດ້ອຍພັນາ ຍັງບໍ່ທັນມີການພັນາຫຍັງເນາະ ແລ້ວບາດນີ້ ຄັນຖ້າວ່າເຮັດ ເຣື່ອງສິນຄ້າ ທີ່ເຮົານຳເຂົ້າມາລະ ມັນຫຼາຍກວ່າ ສິນຄ້າຂອງເຮົາ ຈະນຳອອກ ເພາະການລິດ ຂອງເຮົາຍັງບໍ່ທັນມີຫຍັງວ່າອັນມັນໄດ້ລະມັນໄດ້ ແຕ່ວ່າ ເຣື່ອງ ການຄົມມະນາຄົມຫັ້ນແຫຼະ.

ທ່ານ ກ່າວ​ຕື່ມວ່າ ເສັ້ນທາງຣົໄຟ ລາວ-ວຽດນາມ ກໍບໍ່ຕ່າງຫຍັງ​​ຈາກໂຄງການທາງຣົໄຟ ລາວ-ຈີນ ທີ່ປະຊາຊົນ ບໍ່ໄດ້ຮັບຜົໂຍດຫຍັງຫຼາຍ ນອກຈາກການເດີນທາງເທົ່ານັ້ນ ສ່ວນການຂົນສົ່ງສິນຄ້າ ຜ່ານເສັ້ນທາງຣົໄຟລາວ-ວຽດນາມ ຍັງເຫັນວ່າ ເປັນສິ່ງທີ່ຫຍຸ້ງຍາກ ແລະ ທ້າທາຍສົມວນ ເພາະປະຊາຊົນລາວ ບໍ່ໄດ້ຮັບການສົ່ງເສີມ ໃຫ້ລິດສິນຄ້າທີ່ດີ, ມີຄຸນນະພາບ ແລະ ສາມາດສົ່ງອອກໄປຂາຍຕ່າງປະເທດໄດ້.  

ສ່ວນ​ຊາວ​ລາວ​ອີກ​ທ່ານ​ນຶ່ງ ກໍ​ເຫັນ​ວ່າ ມັນ​ເປັນ​ການ​ເຣີ່ມ​ຕົ້ນ​ທີ່​ດີ ສຳ​ລັບ​ຣັ​ຖ​ບາ​​ນລາວ ທີ່​ຈະ​ພັ​ທ​ນາ​ເສັ້ນ​ທາງ​ຣົ​ຖ​ໄຟ  ຈາກ​ນະ​ຄອນ​ຫລວງວຽງ​ຈັນ ພາກ​ກາງ​ຂອງ​ລາວ ອອກສູ່​ປະ​ເທດ​ວຽດ​ນາມ ເພາະ​ໃນ​ອະ​ນາ​ຄົດ ຈະ​ກາຍ​ເປັນ​ເສັ້ນ​ທາງ ທີ່​ສະ​ດວກ ສະ​ບາຍ ແລະ ກະ​ຕຸ້ນ​ເສ​ຖ​ກິ​ຈ​ໃນ​ລາວ ເປັນ​ຢ່າງ​ດີ.

ຊ​າວ​ເມືອງ​ທ່າ​ແຂກ ແຂວງ​ຄຳ​ມ່ວນ ຄົນ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸຸຸຸຸຸຸຸຸຸຸຸຸຸຸຸຸຸຸຸຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມິ​ຖຸ​ນາ ວ່າ:

ເຮົາກະເຮັດໄປຫັ້ນແຫຼະ ພະຍາຍາມປັບປຸງໄປ ເທື່ອລະໜ້ອຍ ມັນກະເປັນຈຸດໜຶ່ງທີ່ວ່າ ເຮັດໃຫ້ ໄປມາຫາສູ່ກັນກະງ່າຍ ເສກິຈ ມັນກະງ່າຍໄປອີກ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ໂຄງ​ການ​ດັ່ງ​ກ່າວ ສ້າງ​ສຳ​ເຣັດ ຕາມ​ແຜນ​ກໍ​ຈະ​ຊ່ວຍ​ໃຫ້ ​ປະ​ເທດ​ລາວ ເດີນ​ທາງ​ອອກ​ສູ່​ທະ​ເລ​ໄດ້​ງ່າຍຂຶ້ນ ແລະ ຍັງ​ເປັນ​ການ​ເດີນ​ທາງ​ ທີ່​ໃກ້​ກວ່າ​ປະ​ເທດ​ໄທ​ຍ ນຳອີກ​ດ້ວຍ. ດ​ຣ ໂຍ​ທິນ ສະ​ແວງ​ດີ ອາ​ຈານ​ປະ​ຈຳ ຈາກ​ສະ​ຖາ​ບັນ​ວິ​ໄຈ​ປະ​ຊາ​ກອນ ແລະ ສັງ​ຄົມ ມະ​ຫາ​ວິ​ທະ​ຍາ​ໄລມະ​ຫິ​ດົນ ປະ​ເທດ​ໄທ​ຍ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມິ​ຖຸ​ນາ ວ່າ:

 [ໄທ] ປ່ຽນແປງໃດໆ ທີ່ຈະເກີດຂຶ້ນຈະປ່ຽນແປງໃນທາງບວກ ຫຼາຍຂຶ້ນ ໂດຍເພາະ ຢ່າງຍິ່ງ ການເດີນທາງອອກທະເລ ຄືໝາຍຄວາມວ່າ ສິນຄ້າທາງທະເລ ຈະເຂົ້າລາວ ກໍຈະຫຼາຍຂຶ້ນ, ສິນຄ້າຈາກລາວ ທີ່ຈະອອກທະເລ ກໍອາຫຼາຍຂຶ້ນ.”

ທ່ານ ກ່າວ​ຕື່ມວ່າ ເສັ້ນທາງຣົໄຟ ລາວ-ວຽດນາມ ຖືເປັນເສັ້ນທາງທີ່ມີຄວາມສຳຄັນ ຕໍ່ປະເທດລາວຢ່າງຍິ່ງ  ເພາະຊ່ວຍຊຸກຍູ້ສະພາບເສກິຈ ແລະ ສັງຄົມຂອງ 2 ປະເທດ ຄື ລາວ ແລະ ວຽດນາມ ໃຫ້ຍາຍໂຕຂຶ້ນ ເຊິ່ງໄລຍະຜ່ານມາ ຣັບານລາວ ກໍພະຍາຍາມຜັກດັນ ໃຫ້ໂຄງການເສັ້ນທາງຣົໄຟລາວ-ວຽດນາມ ເກີດນຶ້ນ ໄວທີ່ສຸດ ແຕ່ ກໍຕ້ອງປະເຊີນບັນຫາ ຫຼາຍຢ່າງ ຈຶ່ງເຮັດໃຫ້ເກີດຄວາມຊັກຊ້າ.

ສຳ​ລັບ​ໂຄງ​ການ ພັ​ທ​ນາ​ເສັ້​ນ​ທາງ​ຣົ​ຖ​ໄຟ ​ລາວ-ວຽດ​ນາມ ມີ​ຄວາ​ມ​ຍາວ​ 400 ປາຍ ກິ​ໂລ​ແມັດ ມີ​ມູນ​ຄ່າ​ການ​ລົງ​ທຶນ​ປະ​ມານ 5 ຕື້ ໂດ​ລ້າຣ໌ ໂດຍແຍກ​ອອກ​ເປັນ 2 ໄລ​ຍະ.

ໄລ​ຍະ​ທີ 1 ໂຄງ​ການກໍ່​ສ້າງ ​ເສັ້ນ​ທາງ​ຣົ​ຖ​ໄຟ ຈາກ​ເມືອ​ງ​ທ່າ​ແຂກ ແຂວງ​ຄຳ​ມ່ວນ ໄປ​ຫາທ່າ​ເຮືອ ຫວຸ້ງ​ອາງ ປະ​ເທດ​ວຽດ​ນາມ ຄວາມ​ຍາວ 139 ກິ​ໂລ​ແມັດ ມີບໍ​ຣິ​ສັດ ເອກ​ຊົນ ຈາກ​ປະ​ເທດ​ເຢ​ຣະ​ມັນ ເປັນ​ຜູ້​ສຶກ​ສາ, ສຳ​ຣວດ ແລະ ອອກ​ແບບ​ຄວາມ​ເປັນ​ໄປ​ໄດ້.

ໄລ​ຍະ​ທີ 2 ໂຄງ​ການກໍ່​ສ້າງເສັ້ນ​ທາງ​ຣົ​ຖ​ໄຟ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ໄປ​ຫາ​ເມືອງ​ທ່າ​ແຂກ​ ແຂວງ​ຄຳ​ມ່ວນ ມີ​ຄວາມ​ຍາວ 312 ກິ​ໂລ​ແມັດ ໂດຍ​ບໍໍ​ຣິ​ສັດ ປີ​ໂຕ​ລ້ຽມ ເທ​ຣດດິ້ງ​ລາວ ມະ​ຫາ​ຊົນ ເປັນ​ຜູ້​ສຶກ​ສາ, ສຳ​ຣວດ ແລະ ອອກ​ແບບ​ຄວາມ​ເປັນ​ໄປ​ໄດ້.

ເຖິ່ງ​ຢ່າງ​ໃດ​ກໍ​ຕາມ, ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ຣົ​ຖ​ໄຟ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ໄປ​ຫາ​ເມືອງ ທ່າ​ແຂກ ແຂວງ​ຄຳ​ມ່ວນ ທີ່​ຫາກໍ່​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າໃຈ ຍັງ​ບໍ່​ທັນ​ມີ​​ການປະ​ເມີນ​ຜົ​ລ​ ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ​.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org