ຣັຖບານລາວລົ້ມລຸກແກ້ບັນຫາ ງົປມານ

ສິດນີ
2014.06.10
F-kip ທະນາບັດ ເງິນກີບ ສປປລາວ
LPDR

 

ໃນສົກ ງົປມານ ປີ 2013-2014  ຣັຖບານ ລາວ ມີແຜນການ ຈະເຮັດໃຫ້ ການຂາດ ງົປມານ ນ້ອຍລົງ ດ້ວຍການ ຕັດເງິນ ອຸດຫນູນ ຂອງ ພະນັກງານ ຣັຖ ແຕ່ພັດ ຮັເອົາ ພະນັກງານ ຣັຖ ຄົນໃຫມ່ ເພີ້ມຂຶ້ນ ຮ່ວມທັງ ການຈະເພີ້ມ ເງິນເດືອນ ໃຫ້ແກ່ ເຈົ້າຫນ້າທີ່ ຣັຖ ເປັນເວລາ ສອງປີ ແຮ່ງເພີ້ມ ຣາຍຈ່າຍ ຂອງ ຣັຖບານ ຫລາຍຂຶ້ນ ແທນທີ່ ຈະເປັນການ ປະຍັດ.

ໃນສົກ ງົປມານ ປີ 2012-2013  ການຂາດ ງົປມານ ຂອງ ຣັຖບານ ລາວ ໄດ້ຂຍາຍຕົວ ເພີ້ມຂຶ້ນ ຢ່າງໃຫຍ່ ເປັນຍ້ອນວ່າ ການຈ່າຍເງິນ ເດືອນ ຂອງ ພະນັກງານ ຣັຖ ຮ່ວມທັງ ເງິນອຸນຫນູນ ເພີ້ມຂຶ້ນ ແລະ ການ ຫລຸດລົງ ຂອງຣາຍໄດ້ ຈາກເງິນ ຊ່ອຍເຫລືອລ້າ ແລະ ການ ສຳປະທານ ທຸຣະກິດ ແຮ່ທາດ ໃນລາວ. ເຫດຜົລ ຫລັກ ໃນການ ເພີ້ມຂຶ້ນ ຂອງ ການຂາດ ງົປມານ ຂອງ ຣັຖບານ ລາວ ນຶ່ງໃນນັ້ນ ແມ່ນການ ຈ່າຍເງິນ ເດືອນ ແລະ ເງິນອຸດຫນູນ ຂອງ ພະນັກງານ ຣັຖ ເພີ້ມຂຶ້ນ ສອງເທົ່າ.

ຜແນກ ແຮ່ທາດ ໃນລາວ ປີ 2014 ຄາດວ່າ ຈະບໍ່ສ້າງ ຣາຍຮັບ ໃຫ້ແກ່ ສປປລາວ ຫລາຍປານໃດ ຍ້ອນວ່າ ໂຄງການ ໃຫຍ່ໆໃນ ປັດຈຸບັນ ຖືກໂຈະ ແລະ ຖືກຍົກເລີກ ແລະອາດຈະ ບໍ່ມີການ ດຳເນີນ ກິຈການ ໃຫມ່ ໃນປີນີ້ ອາດເປັນ ຍ້ອນວ່າ ການຜລິດຄຳ ໄດ້ຫລຸດລົງ ຈາກ ທີ່ຄາດໄວ້ ດັ່ງນັ້ນ ແຜນການ ທີ່ ຣັຖບານ ລາວ ຈະຫລຸດຜ່ອນ ການຂາດດູນ ງົປມານ ນັ້ນ ອາດເປັນໄປ ໄດ້ຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.