ຄົນງານບໍ່ຄຳເຊໂປນ ຮ້ອງຂໍ ເງິນບໍາເນັດ

ສຸພັດຕາ
2018.04.23
F-Sepon ການຂຸດຄົ້ນບໍ່ຄໍາຢູ່ເຊໂປນ ເມືອງວິລະບູລີ ແຂວງສວັນນະເຂດ
Screen captured: mindat.org

ຄົນງານທີ່ເຮັດວຽກຂຸດຄົ້ນບໍ່ຄຳເຊໂປນ ເມືອງວິລະບູລີ, ແຂວງສວັນນະເຂດ ຮຽກຮ້ອງໃຫ້ບໍຣິສັດ ຈ່າຍເງິນບຳເນັດ ໃຫ້ພາຍຫຼັງທີ່ມີຂ່າວ ອອກມາວ່າ ຈະມີການໂອນກິຈການ ໃຫ້ກັບບໍຣິສັດໃຫມ່.

ທ່ານ ທອງພັດ ອິນທະວົງ ຮອງຣັຖມົນຕຣີກະຊວງ ພລັງງານແລະບໍ່ແຮ່ ກໍໄດ້ເຮັດໜັງສືແຈ້ງໄປຍັງບໍຣິສັດ Lane Xang Minerals ໃນ ວັນທີ 20 ມິນາ 2018 ວ່າ. ຫາກຈະຂາຍໂຄງການຂຸດຄົ້ນບໍ່ຄຳ ໃຫ້ກັບບໍຣິສັດໃໝ່ ກໍຂໍໃຫ້ທາງບໍຣິສັດ ພິຈາຣະນາຈ່າຍ ເງິນບຳເນັດໃຫ້ ກັບຄົນງານ ຕາມກົດໝາຍ ວ່າດ້ວຍແຮງງານ ປີ 2013 ຢ່າງສົມເຫດສົມຜົລ ກ່ອນທີ່ຈະເຮັດ ສັນຍາຂາຍໂຄງການ ໃຫ້ກັບບໍຣິສັດໃໝ່.

ແຕ່ບໍຣິສັດ Lane Xang Minerals ເວົ້າວ່າ: ເຖິງແມ່ນວ່າຈະມີການຂາຍໂຄງການ ຂຸດຄົ້ນບໍ່ຄຳເຊໂປນ ໃຫ້ກັບບໍຣິສັດໃໝ່ ແຕ່ຄົນງານ ທຸກຄົນກໍຍັງຢູ່ພາຍໃຕ້ການເບິ່ງແຍງ ຂອງບໍຣິສັດ Lane Xang Minerals ຢູ່ຄືເກົ່າS ຈະບໍ່ມີການປ່ຽນແປງໃດໆ ນັ້ນໝາຍຄວາມວ່າ ຈະບໍ່ການຈ່າຍເງິນບຳເນັດ ໃຫ້ຄົນງານຕາມທີ່ ທາງການລາວເຂົ້າໃຈ, ດັ່ງ ເຈົ້າໜ້າທີ່ຝ່າຍ ສື່ສານຂອງບໍຣິສັດ Lane Xang Minerals ກ່າວຕໍ່ເອເຊັຍເສຣີ ໃນວັນທີ 20 ເມສາ ວ່າ:

“ຕົວນີ້ນິ ສົມມຸດວ່າ ເປັນການຂາຍແທ້ໆ ເລື້ອງນະໂຍບາຍຫຍັງ ຕໍ່ພະນັກງານອິຫຍັງຕ່າງໆ ກໍ່ຍັງຄົງຄືເກົ່າ ມັນຈະບໍ່ມີການປ່ຽນແປງ ພະນັກງານກໍ່ຄືເປັນພະນັກງານ ຂອງບໍຣິສັດລ້ານຊ້າງຄືເກົ່າ ແຕ່ຖ້າວ່າໃນເຣື້ອງຣັຖບານ ສົມມຸດມີການຂາຍ ອາດຈະມີ ການປັນຫຸ້ນ ຕາມທີ່ຣັຖບານຖືຫຸ້ນຢູ່ ເຣື້ອງນະໂຍບາຍຕ່າງໆ ກໍຍັງຄົງຄືເກົ່າ ຈະບໍ່ມີການປ່ຽນແປງໃດໆທັ້ງສິ້ນ.”

ທ່ານກ່າວຕື່ມວ່າ ໃນໂຄງການຂຸດຄົ້ນບໍ່ຄຳເຊໂປນ ບໍຣິສັດ Lane Xang Minerals ຖືຫຸ້ນ 90 ສ່ວນຮ້ອຍ ແລະ ຣັຖບານລາວ 10 ສ່ວນຮ້ອຍ ຫາກຈະມີການຂາຍໂຄງການ ໃຫ້ກັບບໍຣິສັດໃໝ່ ຣັຖບານລາວ ກໍຈະໄດ້ເງິນຄືນ ຕາມມູນຄ່າການຖືຫຸ້ນ ຊຶ່ງ ບໍຣິສັດ Lane Xang Minerals ໄດ້ຮັບສັມປະທານ ຈາກຣັຖບານລາວ ໃຫ້ຂຸດຄົ້ນບໍ່ຄຳເຊໂປນ ແຂວງສວັນນະເຂດ ນັບແຕ່ປີ 2005 ເປັນຕົ້ນມາ.

ເມື່ອປີ 2017 ທີ່ຜ່ານມານີ້ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີ ກະຊວງພລັງງານແລະບໍ່ແຮ່ ກ່າວໃນກອງປະຊຸມສະພາວ່າ ບໍ່ຄຳເຊໂປນ ຢູ່ໃນຣະຍະທ້າຍ ຂອງການຂຸດຄົ້ນ ແລະຈະເຊົາຂຸດຄົ້ນ ໃນປີ 2020 ທີ່ຈະມາເຖິງນີ້. ແຕ່ບໍຣິສັດ Lane Xang Minerals ຈະຂໍຕໍ່ອາຍຸ ສັມປະທານຂຸດຄົ້ນໄປອີກ ຂນະທີ່ທາງການລາວ ອາດຈະບໍ່ຕໍ່ໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.