ຊາວບ້ານເກັບເງິນແປງທາງ
2019.01.08

ປະຊາຊົນ ບ້ານກະຈຸ ແລະບ້ານນາມ່ວງ ເມືອງໄຊບູລີ ແຂວງສະຫວັນນະເຂດ 386 ຄອບຄົວ ເຫັນພ້ອມກັນເກັບເງິນ 200 ລ້ານປາຍກີບ ມາຈ້າງຜູ້ຮັບເໝົາບ້ານນາແດງ ເຮັດທາງດິນແດງ ແຕ່ບ້ານກະຈຸ ຫາບ້ານນາມ່ວງໃຫຍ່ ມິຄວາມຍາວ 1,350 ແມັດ ກວ້າງ 10 ແມັດ.
ປັດຈຸບັນສ້າງໄດ້ 85 ສ່ວນຮ້ອຍເຫຼືອພຽງ 15 ສ່ວນຮ້ອຍແມ່ນວາງທໍ່ຣະບາຍນໍ້າ ກໍສຳເຣັດ, ດັ່ງນາຍບ້ານ ບ້ານກະຈຸ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນວັນທີ 8 ມົກກະຣາ ນີ້ວ່າ:
“ຕົວນີ້ ເງິນຈຳນວນດັ່ງກ່າວນີ້ ແມ່ນທຶນຮອນ ແຕ່ລະຄອບຄົວ ສິສະເລັ່ຽໃສ່ຄອບຄົວ ຄົວນຶ່ງ 7-8 ແສນກີບ ຢູ່ບ້ານກະຈຸ 186 ຄອບຄົວ ນາມ່ວງ 200.”
ທ່ານກ່າວຕື່ມວ່າ ເງິນສ້າງທາງຈຳນວນດັ່ງກ່າວ ຂັ້ນບ້ານບໍ່ໄດ້ຮຽກເກັບ ກັບປະຊາຊົນແຕ່ຢ່າງໃດ ແຕ່ລະຄອບຄົວ ເລີ່ມເກັບກັນມາແຕ່ປີ 2017 ໄດ້ຄອບຄົວລະ 40-50 ພັນກີບຕໍ່ເດືອນ ແລະໄດ້ເລີ້ມສ້າງທາງມາແຕ່ທ້າຍເດືອນທັນວາ ປີກາຍ.
ເຖິງຢ່າງໃດກໍຕາມ ປະຊາຊົນສອງບ້ານ ເກັບເງິນກັນເຮັດທາງໃຫມ່ເທື່ອນີ້ ເຫດຜົນສຳຄັນ ເພື່ອພັທນາທາງທັມມະຊາດ ເສັ້ນນ້ອຍເສັ້ນນີ້ ໃຫ້ກວ້າງອອກ ໄປມາໄດ້ສະດວກຂຶ້ນ ຣະຫວ່າງບ້ານຕໍ່ບ້ານ ແລະເພື່ອຄວາມສະດວກ ຂອງນັກທ່່ອງທ່ຽວ ທີ່ມາທ່ຽວ ຊົມແຫຼ່ງທ່ອງທ່ຽວ ທັມມະຊາດ ໃນເຂດນີ້ນໍາດ້ວຍ, ດັ່ງທ່ານກ່າວວ່າ:
“ກໍ່ແມ່ນສືບເນື່ອງຈາກ ລູກຫຼານໄປໂຮງຮໍ່າໂຮງຮຽນ ໃຫ້ມັນສະດວກສະບາຍ ອັນທີ່ສອງມາ ເພື່ອແຫຼ່ງທ່ອງທ່ຽວ ປ່າສະຫງວນຂອງບ້ານ ເພື່ອ ໃຫ້ແຂກບ້ານ ແຂກເມືອງ ໄປມາສັນຈອນ ກໍ່ມີຄວາມສະດວກສະບາຍ.”
ນາຍບ້ານກ່າວຕື່ມວ່າ ເມື່ອທາງເສັ້ນນີ້ສຳເຣັດແລ້ວ ອາດຈະນຳສເນີຂັ້ນເທິງ ເພື່ອຂໍງົບປະມານ ເຮັດເປັນທາງປູຢາງ ເພື່ອສ້າງຄວາມ ສະດວກ ໃຫ້ແກ່ນັກທ່ອງທ່ຽວໄປທ່ຽວຊົມປ່າສະຫງວນຫຼາຍຂຶ້ນຕື່ມ ອີກກໍເປັນໄດ້.