ນໍ້າຖ້ວມ ແຫຼ່ງຜລິດ ປິດ ໂຮງງານ
2018.08.21

ປັດຈຸບັນ ໂຮງງານຫລາຍແຫ່ງຢູ່ພາກໃຕ້ຂອງລາວ ປິດກິຈການ ພາຍຫລັງນໍ້າຖ້ວມໂຮງງານ ແລະເສັ້ນທາງຂົນສົ່ງສິນຄ້າ ເສັຍຫາຍໜັກ. ໃນນັ້ນກໍມີ ໂຮງງານຂນາດໃຫຍ່ 6 ແຫ່ງ ຢູ່ເມືອງວິລະບູລີ ແຂວງສະຫວັນນເຂດ ທີ່ໄດ້ເຊົາການຜລິດມາໄດ້ເກືອບ 1 ເດືອນແລ້ວ. ດັ່ງ ເຈົ້າໜ້າທີ່ການຄ້າ ແຂວງສະຫວັນນະເຂດ ທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ສິງຫາ ນີ້ວ່າ:
"ສໍາລັບໂຮງງານຢູ່ວິລະບູລີ ພວກເຮົານີ້ ກະທົບທີ່ວ່າຫລັກໆກໍຄືບໍຣິວັດລ້ານຊ້າງ ຂຸດຄົ້ນບໍ່ຄໍາຫັ້ນເດ,
2 ແລ້ວວັບ ບໍຣິສັດພູນໄຊ,
3. ກໍບໍຣິສັດບຸນລອງ,
4. ຫອມມາລາ ແລ້ວກໍ
5. ກໍມັນກໍມີໂຮງເລື່ອຍນີ້ນໍ ມັນຖ້ວມກະທົບອັນໜາ ຍົກຕົວຢ່າງວ່າ ໃນການຂົນສົ່ງ ຂົນສົ່ງບໍ່ໄດ້ ສ່ວນບໍຣິສັດນ້ອຍອື່ນໆ ກໍຄືວ່ານໍ້າຖ້ວມ ເຂົາກໍບໍ່ໄດ້ເຮັດແລ້ວເດ."
ທ່ານເວົ້າວ່າ ຢູ່ເມືອງວິລະບູລີ ນີ້ມີໂຮງງານທັງໝົດ 19 ແຫ່ງ ໄດ້ຮັບຜົລກະທົບຈາກນໍ້າຖ້ວມ. ໃນນັ້ນປັດຈຸບັນ ໂຮງງານນ້ອຍ 11 ແຫ່ງ ຜລິດຕາມປົກກະຕິ ພາຍຫລັງປິດມາໄດ້ 3 ອາທິດ ແລະໂຮງງານໃຫຍ່ຄື ໂຮງງານຂຸດຄົ້ນຄໍາ ຂອງ ບໍຣິສັດລ້ານຊ້າງ ສາຂາເມືອງວິລະບູລີ ກໍຍັງຜລິດຢູ່ ແຕ່ບໍ່ສາມາດຮັບ-ສົ່ງ ຄໍາ ຈາກໂຮງງານ ສາຂາເມືອງເຊໂປນ ໄດ້ຍ້ອນເສັ້ນທາງຖືກຕັດຂາດ.
ໃນຂນະດຽວກັນ ຢູ່ເມືອງກະລຶມ ແຂວງເຊກອງ ໂຮງງານ 8 ແຫ່ງ ຮວມທັງໂຮງງານຊີມັງ, ໂຮງເລື່ອຍໄມ້, ບໍຣິສັດກໍ່ສ້າງເຂື່ອນໄຟຟ້າ ແລະໂຮງງານຫລາຍແຫ່ງ ຂອງວຽດນາມ ທີ່ຕັ້ງຢູ່ຊາຍແດນ ລາວ-ວຽດນາມ ກໍໂຈະການຜລິດ ຍ້ອນນໍ້າຖ້ວມ. ດັ່ງ ເຈົ້າໜ້າທີ່ການຄ້າ ແຂວງເຊກອງ ເວົ້າວ່າ:
"ບໍຣິສັດຖືກກະທົບຈາກພັຍນໍ້າຖ້ວມນີ້ ສໍາລັບຢູ່ເມືອງກະລຶມພວກເຮົາ ນັກທຸຣະກິດບໍ່ມີຫລາຍ ແລະປັດຈຸບັນ ນັກທຸຣະກິດ ກໍບໍ່ມີໃຜຢູ່ແລ້ວ ໂດຍສະເພາະບໍຣິສັດ ທາງຊາຍແດນວຽດນາມ ກໍບໍ່ມີໃຜຢູ່ແລ້ວ ບໍຮິສັດເບັນໂທ ທີ່ມາກໍ່ສ້າງເຂື່ຶອນໄຟຟ້າ ກໍດຽວນີ້ພວກເພິ່ນກໍບໍ່ສາມາດ ເຄື່ອນໄຫວ ບໍ່ສາມາດໄປມາໄດ້ ເພາະວ່າເສັ້ນທາງຂາດ.
ສໍາລັບຢູ່ແຂວງຄໍາມ່ວນ ໂຮງງານຄອມມ່ອນຊີມັງ 2 ແຫ່ງ ແລະໂຮງເລື່ອຍໄມ້ຂນາດນ້ອຍ 1 ແຫ່ງ ຢູ່ເມືອງມະຫາໄຊ ກໍໄດ້ໂຈະກິຈການ ໃນຣະຍະນີ້ ແລະຈະໂຈະໄປອີກ 1 ເດືອນ ເພື່ອຟື້ນຟູໂຮງງານກ່ອນຈະເປີດຄືນໃໝ່. ດັ່ງ ເຈົ້າໜ້າທີ່ການຄ້າ ເມືອງມະຫາໄຊ ເວົ້າໃນມື້ ດຽວກັນນີ້ວ່າ:
"ຣະດັບນໍ້າອັນໜ່າມື້ນີ້ນີ່ຢູ່ໃນ 15.7 ແມັດ ຫລຸດຂີດອັນຕະຣາຍແລ້ວ ແຕ່ວ່າໂຮງຊີມັງນໍ ພວກເຮົາກະທົບຫັ້ນ ຄອມມ່ອນຊີມັງ ກະທົບແຮງ ໂຮງງານຊີມັງກະທົບແຮງ ທີ່ເຫລືອກໍແມ່ນໂຮງງານປຸງແຕ່ງໄມ້ ເພິ່ນກໍບໍ່ອັນນັ້ນປານໃດ ເພາະເພິ່ນຢຸດການຜລິດ ແລ້ວໃນຣະຍະນໍ້າຖ້ວມ ເພິ່ນວ່າຫລັງຈາກນໍ້າຫລຸດນີ້ອີກປະມານ ເດືອນນຶ່ງ ເພິ່ນຈະຟື້ນຟູຄືນນີ້ ຍັງໆໆ ຍັງຟຶ້ນຟູຢູ່.
ເຈົ້າໜ້າທີ່ກ່ຽວຂ້ອງທັງ 3 ແຂວງທີ່ວ່ານັ້ນກ່າວຄືກັນວ່າ ໃນຣະຍະນໍ້າຖ້ວມ ໂຮງງານປິດນີ້ກະທົບໃສ່ທັງຕໍ່ການພັທນາທ້ອງຖິ່ນ ຍ້ອນຂາດ ຣາຍຮັບແລະທັງຕໍ່ປະຊາຊົນ ທີ່ບໍ່ມີຣາຍໄດ້ ຍ້ອນບໍ່ມີວຽກເຮັດ.