ຂ.ສວັນນະເຂດສັ່ງປິດ ໂຮງງານ ປຸງແຕ່ງໄມ້

ແຂວງ ສວັນນະເຂດ ຍຸບໂຮງງານ ປຸງແຕ່ງໄມ້ ທີ່ ບໍ່ໄດ້ຮັບ ອະນຸຍາດ ແລະ ຍັງກວດພົບ ພະນັກງານຣັຖ ລະເມີດກົດໝາຍ ນຳດ້ວຍ.

ໄມ້ຢູ່ສະໜາມ 3 ແຂວງ ພາກໃຕ້ຂອງລາວ RFA/VD

ທາງການແຂວງ ສວັນນະເຂດ ຍຸບໂຮງງານປຸ່ງແຕ່ງໄມ້ ທີ່ບໍ່ໄດ້ມາຕຖານ ບໍ່ມີໃບອະນຸຍາດ ແລະ ຕັ້ງໂຮງງານແບບຊະຊາຍ, ໃນນັ້ນມີ ໂຮງງານປຸງແຕ່ງໄມ້ຂນາດໃຫຍ່ 18 ແຫ່ງ, ໂຮງງານເຟີນີເຈີ້ ແບບຄອບຄົວ 100 ແຫ່ງ ຈາກທັງໝົດເກືອບ 3 ພັນແຫ່ງ ທົ່ວແຂວງ. ດັ່ງເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:

"ຂໍ້ຕົກລົງເຈົ້າແຂວງລະແມ່ນ ພວກທີ່ບໍ່ມີເອກກະສານຄົບຖ້ວນ ແມ່ນລະມັນຊະຊາຍຫລາຍ ບໍ່ຕົວນ້ອຍ ຕົວທີ່ບໍ່ມີທະບອກທະບຽນ ອີຫຍັງ ນີ້ນ່າ ຄັນມັນບໍ່ຖືກ ກໍ່ຊິບໍ່ຖືກເມິດຄູ່ແນວຫັ້ນແລ້ວ ມັນເອົາມາແຕ່ໃສ ຕົວໂຮງງານມັນບໍ່ຖືກ ກໍຊິໄປໄດ້ໂຄຕາມາແຕ່ໃສ ຊື້ເຮືອນ ຊື້ແບບນຳ ບຸກຄົນ ມາສົ່ງໃຫ້ມັນກໍ່ແຮງຜິດ ແລ້ວອັນນັ້ນ ມີແຕ່ຈະຖືກຍຶດເທົ່ານັ້ນແລ້ວ."

ທ່ານກ່າວຕື່ມວ່າໂຮງງານທີ່ສັ່ງຍຸບໄປນັ້ນ ສ່ວນຫຼາຍຈະພົບເຫັນວ່າ ໄດ້ລັກຊື້ຂາຍໄມ້, ບາງໂຮງງານຈ້າງຊາວບ້ານໃນທ້ອງຖິ່ນ ໄປຕັດໄມ້ ໃນປ່າ ພໍຮອດຍາມເດິກ ກໍໄປລັກຂົນອອກມາປຸງແຕ່ງ. ໜັກໄປກວ່ານັ້ນ ຍັງເປັນໄມ້ປະເພດຫວງຫ້າມ ໂດຍສະເພາະ ໃນເຂດປ່າສງວນ ແຫ່ງຊາດ ດົງພູວຽງ ແລະພູຊ້າງແຮ່.

ໃນຂນະດຽວກັນກັນ ຍານາງ ບູນເຍື້ອນ ທິດພຸດທະວົງ ປະທານກວດກາ ພັກ-ຣັຖ ແຂວງສວັນນະເຂດ ຣາຍງານຕໍ່ສຳນັກຂ່າວທ້ອງຖິ່ນວ່າ ໃນການລົງກວດກາ ຄຳສັ່ງເລກທີ 15/ນຍ ເຣື່ອງການເຂັ້ມງວດ ໃນການຄວບຄຸມ ແລະການກວດກາ ການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທຸຣະກິດໄມ້ ຕາມຄຳສັ່ງຂອງຣັຖບານ ນັ້ນເກືອບສອງປີ ກວດພົບການລະເມີດຣະບຽບກົດໝາຍ 279 ກໍຣະນີ ໃນນັ້ນມີ ພະນັກງານຣັຖ ມີສ່ວນກ່ຽວຂ້ອງເຖີງ 10 ຄົນ.

ໂດຍມີພະນັກງານ ຜແນກອຸດສາຫະກັມ ແລະການຄ້າຂັ້ນແຂວງ 3 ຄົນ, ພະນັກງານຊັບສີນຣັຖຂັ້ນແຂວງ 2 ຄົນ, ພະນັກງານກະສິກັມ ແລະປ່າໄມ້ຂັ້ນແຂວງ 1 ຄົນ ແລະທະຫານອີກ 4 ຄົນ ປັດຈຸບັນໄດ້ສົ່ງດຳເນີນຄະດີ ຕາມກົດໝາຍ ແລະປັບໃໝເງິນ ສົ່ງຄືນໃຫ້ຣັຖ ໄດ້ ທັງໝົດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org