ກາຊີໂນສວັນເລເຈິນ ຊົດເຊີຍ ຊາວບ້ານ
2018.06.15

ປະຊາຊົນ ບ້ານຫນອງເດີ່ນ 4 ຄອບຄົວ ທີ່ໄດ້ຖືກຜົລກະທົບ ໄດ້ຮັບຄ່າຊົດເຊີຍທີ່ດິນ ຈາກກາຊີໂນສວັນເລເຈິນ ແລ້ວໃນອາທີດນີ້ ແຕ່ຍັງມີຫຼາຍຄອບຄົວ ທີ່ເສັຽທີ່ດິນໃຫ້ແກ່ບໍຣິສັດດັ່ງກ່າວ ທີ່ຍັງບໍ່ໄດ້ ຮັບຄ່າຊົດເຊີຍເທື່ອ. ດັ່ງການເປີດເຜີຍຂອງເຈົ້າຫນ້າທີ່ ທ້ອງຖິ່ນ ຕໍ່ວິທຍຸເອເຊັຽເສຣີ ໃນຕອນນື່ງວ່າ:
"ຂ້າງກາຊີໂນບ່ອນໃກ້ໆຫັ້ນ ເພີ່ນກະທົດແທນໄປແລ້ວເດ້ ຫລາຍເຕີບຢູ່ໃດ ຖຽງນາເຈົ້າປຸກຫມົດຫມົດເທົ່າໃດ ຫນອງປາມີຈັກຫນອງ ເຈົ້າຂາຍກິໂລເທົ່າໃດ ເພີ່ນກະໃຫ້ຕາມຫັ້ນແຫລະ ຜູ້ມັນນ້ອຍ ກະໄດ້ 10 ປາຍລ້ານ."
ທ່ານກ່າວຕື່ມວ່າສ່ວນທີ່ເຫຼືອ ປະຊາຊົນຈຳນວນ 36 ຄອບຄົວ ຜູ້ທີ່ຖືກກາຊີໂນເອົາດິນນັ້ນ ຍັງລໍຖ້າຄ່າຊົດເຊີຍຢູ່ ຍັງບໍ່ຮູ້ວ່າຈະໄດ້ຮັບ ເມື່ອໃດ. ສຳລັບຄ່າ ຊົດເຊີຍນັ້ນ ເບື້ອງຕົ້ນປະຊາຊົນຂໍ 700 ບາດ ຕໍ່ນຶ່ງແມັດກາເຣ ຕໍ່ມາປະມານ 500 ບາດ ໃນທີ່ສຸດກໍຈະໄດ້ 100 ບາດ ຕໍ່ແມັດກາເຣ.
ດິນທີ່ຊາວບ້ານເສັຽໃຫ້ກາຊີໂນນີ້ ສ່ວນຫລາຍເປັນດິນນາ ບ່ອນທຳມາຫາກິນ ຂອງພວກຂະເຈົ້າ ຊຶ່ງທາງກາຊີໂນ ມີແຜນການຈະຂຍາຍ ພື້ນທີ່ໃນໂຄງການປັບປຸງ ບ່ອນຫລີ້ນກາຊີໂນ ໃຫ້ໄດ້ມາຕຖານ ເພື່ອດືງດູດນັກຫລີ້ນ ໃຫ້ຫລາຍຂື້ນໃນອະນາຄົດ.
ບໍຣິສັດ Macau Legend Development ສຳປະທານແທນ ບໍຣິສັດ SANUM ຜູ້ເປັນເຈົ້າຂອງເກົ່າ ແລະໄດ້ປ່ຽນຊື່ຈາກ ສວັນເວກັສ ມາເປັນສວັນເລເຈິນ ຫລັງຈາກເປັນເຈົ້າຂອງ ໃນປີ 2016. ທາງບໍຣິສັດມີແຜນ ການລົງທຶນເພີ້ມຕື່ມ ປະມານ 300-500 ລ້ານໂດລາ ໃນການປັບປຸງ ແລະຍົກຣະດັບ ກາຊີໂນ ດັ່ງກ່າວໃຫ້ມີມາຕຖານ ເພື່ອຮອງຮັບນັກທ່ອງທ່ຽວ ພ້ອມທັງໄດ້ຂໍໃຫ້ຣັຖບານ ຫລຸດຜ່ອນພາສີ ນຳອີກ.