ບ້ານອາຊິງ 34 ຄອບຄົວ ຍັງລໍາບາກ

ໄຊຍາ
2018.10.17
F-Samouay ບ້ານອາຊິງ ເມືອງສະມ້ວຍ ແຂວງສາລະວັນ ເກີດເຫດໄຟໄໝ້ ເສັຽຫາຍ 33 ຫຼັງເຮືອນ ເຫຼືອພຽງຫຼັງດຽວ ໃນໝູ່ບ້ານ
RFA/PN

ປະຊາຊົນ ບ້ານອາຊິງ ເມືອງສະມ້ວຍ ແຂວງສາລະວັນ ທັງໝົດ 34 ຄອບຄົວ ຈຳນວນ 180 ຄົນ ທີ່ເຮືອນຊານຖືກໄຟໄໝ້ ເສັຍຫາຍ ທັງໝົດເມື່ອປີກາຍ ແລະໄດ້ຍົກຍ້າຍ ໄປຢູ່ບ່ອນໃໝ່. ແຕ່ປັດຈຸບັນ ຍັງໃຊ້ຊີວິດທີ່ ລຳບາກ ຍ້ອນບໍ່ມີ ໂຄງຮ່າງພື້ນຖານ ແນວໃດເລີຍ ເປັນຕົ້ນບໍ່ມີໄຟຟ້າ, ນໍ້າປະປາ, ໂຮງຮຽນ ແລະ ສຸຂສາລາ. ດັ່ງເຈົ້າໜ້າທີ່ ຫ້ອງວ່າ ການປົກຄອງເມືອງສະມ້ວຍ ແຂວງສາລະວັນ ກ່າວຕໍ່ RFA ໃນວັນທີ 16 ຕຸລາ ຜ່ານມາ ວ່າ:

"ໄຟໄໝ້ແຕ່ປີ 2017ເນາະ ມີຫັ້ນແລ້ວຫາກວ່າມັນ ກໍ່ບໍ່ທັນໄດ້ຄືແຕ່ເກົ່າມັນບໍ່ທັນມີ ແຕ່ວ່າເຂົາກໍ່ມີແຜນເຮັດ ແບບປະເພດເກັບແສງ ພລັງງານແສງຕາເວັນ ນໍ້າປະປາບໍ່ມີດອກ ເພາະວ່າໃນຈຸດໝາຍ ໃນເມືອງເທົ່ານັ້ນເນາະ ທາງນອກກໍ່ມີເປັນປະເພດນໍ້າລິນ."

ທ່ານກ່າວຕື່ມວ່າພາຍຫຼັງເກີດເຫດໄຟໄໝ້ ທາງພາກຣັຖ ແລະ ໜ່ວຍງານເອກຊົນ ທົ່ວປະເທດກໍ່ໄດ້ ໃຫ້ການຊ່ອຍເຫຼືອ ໂດຍສະເພາະ ເຄື່ອງນຸ່ງຫົ່ມ ແລະອາຫານການກິນ ຮວມເຖິງທາງການ ເມືອງສະມ້ວຍ ຍັງຈັດສັນທີ່ດິນ ເພື່ອຍົກຍ້າຍປະຊາຊົນອອກມາ ບ່ອນໃໝ່ ແລະ ໃຫ້ສ້າງເຮືອນຫຼັງໃໝ່ຂຶ້ນ.

ເຮືອນສ່ວນຫຼາຍ ກໍ່ຍັງເປັນເຮືອນໄມ້ ຫຼັງນ້ອຍພໍໄດ້ພັກເຊົາ ບໍ່ມີສິ່ງອຳນວຍ ຄວາມສະດວກຫຍັງ ບໍ່ມີເຄື່ອງມືທໍາມາຫາກິນ, ບໍ່ມີໄຟຟ້າໃຊ້ ຕ້ອງໄດ້ໃຕ້ຕະກຽງ ສິ່ງສຳຄັນແມ່ນ ການຊ່ອຍເຫຼືອ ຂອງທາງພາກຣັຖ ກໍ່ຍັງບໍ່ໄດ້ຊ່ອຍໄດ້ ຢ່າງເຕັມເມັດເຕັມໜ່ວຍ ເພາະຂາດເຂີນ ງົບປະມານ.

ເດືອນສິງຫາ ປີກາຍ ຣັຖບານລາວ ມອບເງິນຊ່ອຍເຫຼືອ ໃຫ້ກັບຊາວບ້ານ ອາຊີງ ເປັນເງີນ 633 ລ້ານກີບ ເພື່ອຊົດເຊີຍ ຄວາມເສັຍຫາຍ ແລະ ສ້າງຣະບົບໂຄງຮ່າງພື້ນຖານ ຂຶ້ນໃໝ່ ເຊັ່ນໄຟຟ້າ, ນໍ້າປະປາ ແລະ ຖນົນຫົນທາງ.

ເຈົ້າໜ້າທີ່ເມືອງສະມ້ວຍ ເວົ້າຕື່ມວ່າ ງົບປະມານ ນັ້ນບໍ່ພຽງພໍ ຕໍ່ການພັທນາ ສະນັ້ນອຳນາດ ການປົກຄອງ ເມືອງສະມ້ວຍ ຈຶ່ງພຍາຍາມ ຫາຶນຈາກທັງພາກຣັຖ ແລະ ເອກຊົນ ເພື່ອມາສ້າງໂຮງຮຽນຫຼັງໃໝ່ ແລະ ສ້າງສຸຂສາລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.