ທະຫານ ຂ.ສາລະວັນ ຮຽກຮ້ອງ ກວດສອບ ເງິນເດືອນຊ້າ

ໄຊຍາ
2018.03.07
F-salavan ເມືອງເລົ່າງາມ ແຂວງສາລະວັນ
Screen captured Saravan video

ທະຫານແຂວງສາລະວັນ ຮຽກຮອ້ງໃຫ້ທາງການລາວ ກວດສອບການເບີກຈ່າຍ ເງິນເດືອນທີ່ຍັງຫລ້າຊ້າ ບໍ່ປະຕິບັດຕາມແຜນ ນັບແຕ່ຕົ້ນປີ 2018 ມານີ້ເຮັດໃຫ້ທະຫານ ຈຳນວນຫຼວງຫຼາຍ ບໍ່ໄດ້ເງິນເດືອນ ຕາມກຳນົດເຖິງເດືອນ 2 ເຊັ່ນວ່າ; ເງິນເດືອນ ຂອງເດືອນ  ມົກກະຣາ ຈະໄດ້ຮັບໃນທ້າຍເດືອນ ກຸມພາ ຫລື ຕົ້ນເດືອນມິນາ. ດັ່ງເຈົ້າໜ້າທີ່ຜແນກການເງິນ ກອງບັນຊາການທະຫານ ແຂວງສາລະວັນ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 07 ມິນາ ນີ້ວ່າ:

"ເພາະວ່າກາເຮັດແຕ່ລະເດືອນ ກໍ່ຄືວ່າເຫັນເຂົາລົງມາແລ່ນຢູ່ ມາແຕ່ລະເດືອນບາງເທື່ອ ມັນຊິຊ້າກັບກົມກອງ ເຂົາບໍ່ຈັກ ເພາະວ່າ ທາງ ທະຫານຫັ້ນເນາະ ຜູ້ຮັບຜິດຊອບ ການເບີກຈ່າຍເງິນເດືອນ ຈະເປັນຕົວແທນ ມາແລ່ນໃຫ້ຫຼັງຈາກຖອນເງິນ ອອກຈາກຄັງ ແລ້ວເພີ່ນຈະ ໄປເບີກຈ່າຍ ຕາມກົມກອງຫັ້ນແລ້ ".

ປັດຈຸບັນການເບີກຈ່າຍເງິນເດືອນ ທະຫານຈະມີຕົວແທນທະຫານ ເປັນຕົ້ນຫົວໜ້າ ຫຼືຮອງຫົວໜ້າກົມ ເປັນຜູ້ມາຮັບເງິນ ຈາກຜແນກການ ເງິນ ກອງບັນຊາການ ທະຫານແຂວງ ເພື່ອນຳໄປເບີກຈ່າຍ ໃຫ້ທະຫານ ຈະແຕກຕ່າງຈາກ ພະນັກງານຂແນງການອື່ນ ທີ່ໂອນເຂົ້າບັນຊີ ທະນາຄານໂດຍກົງ. ເຈົ້າໜ້າທີ່ທ່ານດຽວກັນນີ້ ກ່າວຕື່ມວ່າ ທຸກມື້ນີ້ການເບີກຈ່າຍເງິນຕ່າງໆ ລະຫວ່າງ ຜແນກການເງິນກອງບັນຊາການ ທະຫານແຂວງ ກັບກົມການເງິນ ກະຊວງປ້ອງກັນປະເທດ ຍັງເປັນບັນຫາຢູ່ ຍ້ອນບໍ່ມີການ ປະສານງານກັນ ແລະບັນຫາ ໃນການສື່ສານ ທີ່ຍັງບໍ່ຊັດເຈນ ກໍ່ມີສວ່ນທີ່ເຮັດໃຫ້ ການເບີກຈ່າຍເງິນເດືອນຫລ້າຊ້າ. ດັ່ງທ່ານກ່າວຕື່ມວ່າ:

"ແມ່ນແຫຼະ ເພາະວ່ານີ້ມັນກໍ່ວຽກ ເພາະວ່າວຽກເຮົາກໍ່ບໍ່ໄດ້ ປະສານງານກັນເນາະ ກັບຄັງເງິນ ເພາະວ່າ ຄືທາງຫ້ອງການບັນຊີ ນີ້ກໍ່ບໍ່ໄດ້ ປະສານກັບຄັງ."

ເພື່ອແກ້ໄຂບັນຫາການເບີກຈ່າຍເງິນເດືອນ ບໍ່ໄດ້ຕາມກຳນົດເວລານີ້ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ກ່າວຢູ່ໃນກອງປະຊຸມ ສະພາແຫ່ງຊາດ ທີ່ຜ່ານມາ ໃຫ້ຖືເອົາເລື່ອງ ເບີກຈ່າຍເງີນເດືອນ ຂອງ ພະນັກງານ ຣັຖກອນ ເປັນບັນຫາອັນດັບນຶ່ງ ທີ່ຕ້ອງຊຸກຍູ້ແກ້ໄຂ ເລັ່ງເບີກຈ່າຍໃຫ້ ທັນຕາມກຳນົດ ເວລາ ໂດຍສະເພາະ ພະນັກງານ ຣັຖກອນ ທີ່ເຮັດວຽກຢູ່ພື້ນທີ່ ຮ່າງໄກສອກຫຼີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.