ປະຊາຊົນຄອງຖ້າເບິ່ງ ໃບບິນ ລົດຄ່າໄຟ

ອຸ່ນແກ້ວ ສຸກສະຫວັນ
2020.07.27
f-electric ພະນັກງານໄຟຟ້າລາວ ອອກບໍຣິການສ້ອມແປງ ອຸປກອນເຄື່ອງໄຟຟ້າ ທີ່ເປ່ເພ ຕາມບ້ານເຮືອນ ຂອງປະຊາຊົນ
ນັກຂ່າວພົລເມືອງ

ປັດຈຸບັນ ຊາວລາວທີ່ຈ່າຍຄ່າໄຟຟ້າ ແພງເກີນຄວາມເປັນຈິງ ໃນໄລຍະໂຄວິດ19 ຣະບາດ ຍ້ອນ ພະນັກງານໄຟຟ້າຈົດເລກກົງເຕີ ຜິດ ຍັງ ບໍ່ໄດ້ຮັບເງິນສ່ວນທີ່ຈ່າຍເກີນນັ້ນຄືນ ເຖິງວ່າ ເຂົາເຈົ້າຈະໂທຣະສັບ ໄປທວງເງິນນຳຣັຖວິສາຫະກິດໄຟຟ້າລາວກໍຕາມ. ຊາວນະຄອນຫຼວງ ວຽງຈັນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກການຈົດເລກກົງເຕີ ຜິດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ກະບໍ່ຮູ້ຄືກັນເພາະວ່າ ບໍ່ເຫັນໃຜວ່າຈັ່ງໃດ ບໍ່ເຫັນໃຜແຈ້ງຈັ່ງໃດ ຈ່າຍໄປກະຕັ້ງແຕ່ສອງເດືອນກວ່າແລ້ວເດ້ ທີ່ມັນຜ່ານມານີ້ ຄ່າໄຟຂຶ້ນບັດ ໄປຖາມຢູ່ສູນໄຟ ພັດວ່າບໍ່ຮູ້ ເພິ່ນວ່າມັນກະ ຕາມກົງເຕີທີ່ນ້ອງໃຊ້ຫັ້ນແຫຼະ, ເຮົາວ່າ, ເອົ້າ! ກົງເຕີຈັ່ງໃດ ເພາະວ່າຂ້ອບບໍ່ໄດ້ເປີດຮ້ານ." 

ຍານາງກ່າວຕື່ມວ່າ ຮອດປັດຈຸບັນ ນາງບໍ່ຢາກເຊື່ອປານໃດ ວ່າໄຟຟ້າລາວ ຈະຄືນເງິນສ່ວນທີ່ຈ່າຍເກີນຄືນໃຫ້ ຍ້ອນວ່າຫຼາຍມື້ຜ່ານໄປ ແລ້ວຍັງ ບໍ່ມີທ່າທີວ່າຈະຕັດເງິນ ສ່ວນເກີນ ຄືນໃຫ້ ຊຶ່ງລາວເອງບໍ່ຢາກໄດ້ເງິນຄືນແລ້ວ ແຕ່ຢາກໃຫ້ພາກສ່ວນກ່ຽວຂ້ອງ ຊີ້ແຈງກ່ຽວກັບ ສາເຫດຄ່າໄຟຟ້າ ແພງເກີນຄວາມເປັນຈິງ.

ເຈົ້າຂອງໂຮງແຮມຢູ່ແຂວງອັດຕະປື ຜູ້ທີ່ຈ່າຍຄ່າໄຟຟ້າສູງເກີນ ຄວາມເປັນຈິງ ໄດ້ກ່າວວ່າ ຍັງບໍ່ໄດ້ເງິນສ່ວນທີ່ຈ່າຍເກີນ ຄືນ:

"ກະບໍ່ຮູ້ວ່າ ຄືກັນ ມັນຍາກໃດ ຊິໄປເອົາເງິນຄືນນຳເພິ່ນ ມີຊ້ວງນຶ່ງຫັ້ນນະ ແຂກມັນກະບໍ່ຫຼາຍເນາະ ແຕ່ວ່າຄ່າໄຟຫັ້ນມັນຂຶ້ນຮອດ 8-9 ລ້ານຫັ້ນນະ ຕໍ່ເດືອນ ເຮົາກະຈົນຕົກໃຈ ແລ້ວເຮົາ ລະຍ່າງໄປເບິ່ງກົງເຕີ ລະແມ່ນວ່າກົງເຕີຫັ້ນ ເພິ່ນມາປ່ຽນໜ່ວຍໃໝ່ໃຫ້."

ສຳລັບເລື່ອງການຈ່າຍຄ່າໄຟເກີນຜິດປົກກະຕິ ໃນກໍຣະນີຈົດກົງເຕີ ຜິດ ເຈົ້າໜ້າທີ່ຈະໄລ່ຄືນໃຫ້ ແຕ່ ຫັກໃສ່ຄ່າຈ່າຍ ໃນເດືອນຕໍ່ໄປ, ເຈົ້າໜ້າທີ່ ຣັຖວິສາຫະກິດ ໄຟຟ້າລາວ ໄດ້ກ່າວວ່າ:

"ສ່ວນຂອງລູກຄ້າທາງໄຟຟ່າ ຈະຫັກຄ່າໄຟຟ້າ ຂອງເດືອນທີ່ຈົດກົງເຕີຜິດ ຫັ້ນນະໄປທົບໃສ່ ເດືອນໜ້າໃຫ້ເຈົ້າ ຈະບໍ່ເປັນການຄືນເງິນ ມັນຈະເປັນລັກສນະວ່າ ເດືອນໜ້າ ຈ່າຍຄ່າໄຟ ເນາະ ໂດຍຫັກລົບຄ່າສ່ວນຕ່າງ ຂອງເດືອນທີ່ຈົດກົງເຕີຜິດ ໃຫ້ເຈົ້າ."

ເຈົ້າໜ້າທີ່ກ່າວອີກວ່າ ສຳລັບພະນັກງານໄຟຟ້າ ທີ່ຈົດໂຕເລກກົງເຕີຜິດພາດ ທາງຣັຖວິສາຫະກິດໄຟຟ້າລາວ ກໍມີບົດລົງໂທດທາງວິນັຍ ຢູ່ແລ້ວ ແຕ່ບໍ່ສາມາດໃຫ້ຣາຍລະອຽດ ກ່ຽວກັບການລົງໂທດໄດ້ ຊຶ່ງຖ້າຊາວບ້ານຄົນໃດສົງໃສວ່າ ພະນັກງານ ຈົດເລກກົງເຕີຜິດ ກໍໃຫ້ ຖ່າຍຮູບພາບ ພະນັກງານຜູ້ນັ້ນ ພ້ອມກັບສົ່ງໃຫ້ ຣັຖວິສາກະກິດໄຟຟ້າລາວ ເພື່ອຈະໄດ້ກວດສອບ ຕາມຂັ້ນຕອນ.

ເຊັ່ນດຽວກັນ ໃນກໍຣະນີ ທີ່ຣັຖວິສາຫະກິດ ໄຟຟ້າລາວ ເກັບຄ່າໄຟຟ້າແພງເກີນລາຄາ ທີ່ກຳນົດອອກມາໃໝ່ນັ້ນ ກໍຍັງບໍ່ມີນະໂຍບາຍ ສົ່ງເງິນຄືນ. ໃນເວລາດຽວກັນ ເອເຊັຽເສຣີ ໄດ້ຕິດຕໍ່ ໄປຫາຫ້ອງວ່າການ ສຳນັກງານ ນາຍົກຣັຖມົນຕຼີ ເພື່ອຂໍຄຳເຫັນຈາກ ເຈົ້າໜ້າທີ່ ກ່ຽວຂ້ອງ ແຕ່ບໍ່ມີເຈົ້າໜ້າທີ່ ທ່ານໃດສາມາດ ໃຫ້ຄຳເຫັນໄດ້.

ໃນກອງປະຊຸມສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 25 ມິຖຸນາ ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ໄດ້ກ່າວກ່ຽວກັບເລື່ອງ ບັນຫາຄ່າໄຟຟ້າ ຕອນນຶ່ງ ວ່າ:

"ຜູ້ໄປເກັບນີ້ ຢູ່ນອກແລ້ວເບິ່ງມົວຊື່ໆ ແລ້ວຄູນເອົາໃດ ໜ້າປັດຂອງມັນກະບໍ່ເຫັນ ຂ້າພະເຈົ້າ ໄດ້ສັ່ງໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເຮັດຄຳສັ່ງ ໃຫ້ບໍຣິສັດ ໄຟຟ້າລາວ ດຳເນີນການ ກວດກາ ຖ້າຜູ້ໃດຜິດຜູ້ນັ້ນຖືກໂທດ ຖ້າເຮັດແນວນັ້ນ ຖືກໂລບແນວນັ້ນ ຈ່າຍເງິນຄືນໃຫ້ ປະຊາຊົນ ຜູ້ຖືກກະທົບ."

ເມື່ອວັນທີ 19 ກໍຣະກະດາ ທີ່ຜ່ານມາ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຼີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໄປຢ້ຽມຢາມ ພະນັກງານ ຂອງຜແນກແຜນການ ແລະບໍ່ແຮ່ ແຂວງ ຜົ້ງສາລີ ໂດຍ ທ່ານ ໄດ້ມີຄຳສັ່ງເນັ້ນໃຫ້ ພະນັກງານ ຂອງຣັຖວິສາຫະກິດໄຟຟ້າລາວ ສາຂາ ແຂວງຜົ້ງສາລີ ມີການກວດຄືນ ຄິດໄລ່ຄ່າໄຟຟ້າ ຕາມນະໂຍບາຍໃໝ່ ຂອງຣັຖບານ ແລະ ການຈົດໂຕເລກ ກົງເຕີ ແລະ ການຄິດໄລ່ ລາຄາ ຕ້ອງຊັດເຈນ ພ້ອມທັງມີການເອົາໃຈໃສ່.

ຫ້ອງການສຳນັກນາຍົກຣັຖມົນຕຼີ ໄດ້ອອກແຈ້ງການ ເມື່ອບໍ່ດົນມານີ້ ວ່າຜູ້ໃຊ້ໄຟຟ້າຕັ້ງແຕ່ 0-150 ກິໂລວັດໂມງ ຕໍ່ເດືອນ ໃຫ້ຄູນໃສ່ 355 ກີບ ຕໍ່ກິໂລວັດໂມງ, ຜູ້ໃຊ້ໄຟຟ້າ ແຕ່ 151 ຫາ 461 ກິໂລວັດໂມງຕໍ່ເດືອນ ໃຫ້ຄູນ 355 ກີບ ສຳລັບ 150 ກິໂລວັດໂມງທຳອິດ ແລະ ສ່ວນທີ່ເຫລືອ ໃຫ້ຄູນ 710 ກີບ ຕໍ່ກິໂລວັດໂມງ, ແລະ ຜູ້ໃຊ້ໄຟຟ້າແຕ່ 462  ກິໂມວັດໂມງຂຶ້ນໄປ ໃຫ້ຄູນ 710 ກີບ ຕໍ່ກິໂລວັດໂມງ ລາຄາດຽວ ໂດຍມີຜົນບັງຄັບໃຊ້ ໃນເດືອນກໍຣະກະດາ ໄປຮອດເດືອນທັນວາ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.