ລາວປະກາດເປີດດ່ານ ປະເພນີ
ທາງການລາວ ປະກາດ ຜ່ອນຜັນ ເປີດດ່ານ ປະເພນີ ແລະ ດ່ານທ້ອງຖິ່ນ ທີ່ຈຳເປັນຕໍ່ການນໍາເຂົ້າ ສົ່ງອອກ ສີນຄ້າ.
-
ໄຊຍາ
2020-10-27 -
-
-
Your browser doesn’t support HTML5 audio
ທາງການລາວ ໄດ້ປະກາດມາຕການຜ່ອນຜັນ ເປີດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທີ່ເຫັນວ່າມີຄວາມຈຳເປັນ ໃນການຂົນສົ່ງສີນຄ້າ. ແຕ່ບຸກຄົນນັ້ນຍັງບໍ່ສາມາດ ເດີນທາງເຂົ້າອອກດ່ານໄດ້. ດັ່ງດ່ານບ້າວັງ ເມືອງໝື່ນ ແຂວງວຽງຈັນນັ້ນ ກໍ່ເປັນ 01 ໃນ 04 ດ່ານ ທີ່ທາງການລາວ ໄດ້ອະນຸມັດໃຫ້ເປີດ ເພື່ອຂົນສົ່ງແຮ່ທາດຈາກ ເມືອງໝື່ນ ເຂົ້າໄປໄທຍ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວັນທີ 27 ຕຸລາ ນີ້ວ່າ:
"ດ່ານປະເພນີມີແຕ່ກຳນົດມາບ້ານວັງ ນີ້ດ່ານບໍລິຄຳໄຊ ດ່ານຄຳມ່ວນ ແລະ ດ່ານຫຼວງນໍ້າທາ ກາມີແຕ່ 4 ບ່ອນນີ້ແຫຼະອະນຸມັດໃຫ້ຂົນສົ່ງ ສີນຄ້າຊື່ໆ. ຄົນໄປຄົນມາບໍ່ໄດ້ບ້ານວັງນີ້ ຂົນສົ່ງແຮ່ທາດຈາກ ເມືອງໝື່ນ ເອົາເຂົ້າໄປໄທຍຣົດແຮ່ເຂົ້າໄປກາບໍ່ໃຫ້ລົງຣົດ ກັບຄືນໂລດນ່າ."
ສ່ວນມາຕການການປ້ອງກັນນັ້ນ ທາງດ່ານບ້ານວັງ ຍັງຄົງຮັກສາມາຕຖານຕາມ ຄະນະຄວບຄຸມພຍາດໂຄວິດ-19 ໄດ້ວາງອອກໂດຍ ຜູ້ຂັບຣົດນັ້ນບໍ່ໃຫ້ລົງຣົດ ສົ່ງແລ້ວໃຫ້ກັບຄືນໂລດ. ແຂວງຫຼວງນໍ້າທາ ມີແຕ່ດ່ານປາງໄຮ ເມືອງສິງ ເທົ່ານັ້ນ ທີ່ໄດ້ຮັບອະນຸຍາດ ເຊີ່ງຈະເຣີ້ມ ວັນທີ 01 ພືສຈິກາ ນີ້ເພື່ອຂົນສົ່ງສີນຄ້າ ກະສິກັມອອກໄປຈີນ, ດັ່ງເຈົ້າໜ້າແຂວງຫຼວງນໍ້າທາ ໄດ້ກ່າວວ່າ:
"ວັນທີ 1 ເດືອນສິບເອັດ ນີ້ເພີ່ນຈະເປີດບໍ່ແມ່ນວ່າຈະໃຫ້ຄົນທົ່ວໄປເຂົ້າ. ເປີດສຳລັບການ ຂົນສົ່ງກະສິກັມ ເປີດສຳລັບສົ່ງອ້ອຍອອກໄປຈີນ, ທັງກ້ວຍທັງໝາກໂມ ນີ້ແຫຼະ ຄັນບໍ່ເປີດ່ດານ ນີ້ມັນຈະສົ່ງເສີມ ສີນຄ້າ ປະເພດນີ້ອອກບໍ່ໄດ້ ມັນກໍຈະບໍ່ໄດ້ຂາຍ ມັນຈະເຮັດໃຫ້ປະຊາຊົນ ຂາດລາຍຮັບ."
ເຈົ້າໜ້າທີ່ແຂວງຫຼວງນໍ້າທາ ກ່າວຕື່ມວ່າ ຖ້າມີແຮງງານຈີນ ເຂົ້າມາຂົນອ້ອຍ ກໍຈະກັກໂຕ 14 ມື້ ຖ້າກວດບໍ່ພົບເຊື້ອກໍຈະ ອະນຸຍາດໃຫ້ຂົນ ກັບຄືນ. ໃນສ່ວນຂອງດ່ານສາກົລບໍ່ເຕັນ ຍັງອະນຸຍາດໃຫ້ແຮງງານ, ນັກວິຊາການ, ນັກທຸຣະກິດຈີນ ເຂົ້າມາເຮັດວຽກຢູ່ລາວ ຕາມປົກກະຕິ ແຕ່ຕ້ອງເຮັດເອກກະສານ ໃຫ້ຖືກຕ້ອງ. ສ່ວນນັກທ່ອງທ່ຽວ ແມ່ນ ບໍ່ອະນຸຍາດ.
ໃນຂນະທີ່ອີກສອງດ່ານປະເພນີ ແລະ ດ້ານທ້ອງຖີ່ນ ທີ່ທາງການລາວ ອະນຸຍາດ ໃຫ້ເປີດນັ້ນກໍ່ມີ ດ່ານປະເພີ ໜອງມ້າ ເມືອງບົວລະພາ ແຂວງຄຳມ່ວນ ດ່ານນີ້ແມ່ນມີຊາຍແດນຕິດກັບ ວຽດນາມ ເພື່ອຂົນສົ່ງ ແຮ່ບາລິດ ສຳເຣັດຮູບຂອງ ບໍຣິສັດບາລິດກວາງ ຈຸງລາວ ຈຳກັດ ຜູ້ດຽວ ແລະ ດ່ານ ທ່າສະອາດ ເມືອງປາກກະດິງ ແຂວງບໍລິຄຳໄຊ ເພື່ອຮັບໃຊ້ໃຫ້ແກ່ ການນໍາເຂົ້າວັສດຸ ອຸປກອນ ທີ່ຈຳເປັນຂອງບໍຣິສັດ ໄຟຟ້ານໍ້າເທີນ 1 ຈຳກັດ.
ໃນໄລຍະການປິດດ່ານກໍໄດ້ສ້າງຜົລກະທົບໃຫ້ກັບປະຊາຊົນດັ່ງເຊັ່ນ ຊາວຄ້າຂາຍ ແຂວງຫຼວງນໍ້າທາ ປັດຈຸບັນຂາຍເຄື່ອງບໍ່ໄດ້ ບໍ່ມີເງິນ ເສັຍພາສີ ດັ່ງຊາວ ແຂວງຫຼວງນໍ້າທາ ກ່າວ ຕໍ່ເອເຊັຽເສຣີວ່າ.
"ເຣື່ອງຄ້າຂາຍແຕ່ຫາກ ບໍ່ໄດ້ດີແລ້ວກໍຈຳເປັນຕ້ອງອົດທົນ ນ້ອຍນຶ່ງ ຄົນເຂົາມາເກັບພາສີອາກອນ ກໍບໍ່ໄດ້ຢາກໃຫ້ແຫຼະ. ເພາະວ່າມັນ ບໍ່ມິເງິນເທື່ອເດ້ ເງິນໄດ້ບໍ່ມີ ຈະເອົາມາເສັຍ ໃຫ້ເຂົາຈະ ເອົາຫຍັງມາກິນ ມື້ນຶ່ງແສນນຶ່ງ ກາບໍ່ໄດ້ກາມີເດ້ ສາແຕ່ເປັນມັນເປັນດິນ ໂຕເອງເນາະຄົນເປັນ ດິນເຊົ່າໂອ້ຍບໍ່ເປັນ ຕາເຮັດແລ້ວ."
ສ່ວນຊາວບ້ານໃນແຂວງຄຳມ່ວນ ມີຄວາມເດືອດຮ້ອນເນື່ອງຈາ ກລູກຫຼານຕ້ອງໄດ້ເດີນທາງໄປເຮັດວຽກຢູ່ໄທຍ ປັດຈຸບັນເພີ່ນປິດດ່ານ ກາບໍ່ຮູ້ວ່າ ຈະເຮັດແນວໃດ ດ່ັງທ່ານໄດ້ກ່າວ ວ່າ:
"ລູກຫຼານເຂົາເຄີຍໄປເຄີຍມາ ຫັ້ນນ່າ ເຮັດງານ ກໍຍັງບໍ່ໄດ້ ເມື່ອວ່າອັນນຶ່ງກາມາແຕ່ຕ່າງປະເທດ ຍັງບໍ່ໄດ້ເມືອເຫັນຍ່າງໄປຍ່າງມາ ຕື້ນເຊົ້າມາ ເຫັນເລົາເລາະໆເລົາກາໄດ້ບໍ່ມີລາຍ ຮັບລາຍດອກ ເອົາແຕ່ ທາງການ ເພີ່ນວ່າແຫຼະ ເພີ່ນພາເຮັດແນວໃດກາເຮັດ."
ການປະກາດມາຕການຜ່ອນຜັນ ການເປີດດ່ານປະເພນີ ແລະດ່ານທ້ອງຖີ່ນທັງ 4 ດ່ານ ນັ້ນ ທາງການລາວເໜັ້ນ ສະເພາະ ເພື່ອນໍາເຂົ້າ- ສົ່ງອອກ ສີນຄ້າເທົ່ານັ້ນ ແຕ່ປະຊາຊົນທົ່ວ ໄປຍັງບໍ່ ໄດ້ຮັບອະນຸຍາດ ໃຫ້ເດີນທາງເຂົ້າອອກ ປະເທດ ໂດຍສະເພາະ ສ່ວນຫຼາຍແມ່ນຄົນ ລາວ ເດີນທາງໄປເຮັດວຽກຢູ່ ໄທຍ.