ສະຖານະພາບການເງິນ ຂອງລາວ
2018.04.02
ນັກວິຊາການຕ່າງຊາດເວົ້າວ່າ ສປປລາວ ກະຕືລື້ລົ້ນໃນການສ້າງເສັ້ນທາງຣົດໄຟ ຄວາມໄວສຸງ ແລະ ການຢາກຫລຸດພົ້ນ ຈາກຖານະການ ເປັນປະເທດ ດ້ອຍພັທນາ ຂອງອົງການ ສະຫະປະຊາຊາດ ຈະເຮັດໃຫ້ເສຖກິດ ຂອງປະເທດ ຫລົ້ມຈົມ ຫລື bankruptcy ໄດ້.
ສປປລາວ ຍັງຢູ່ໃນບັນຊີລາຍຊື່ ປະເທດດ້ອຍພັທນາ ສະຫະປະຊາຊາດ ຕ້ອງການຢາກຍົກຖານະຕົນເອງ ອອກຈາກລາຍຊື່ ດັ່ງກ່າວ ແຕ່ ການກະທຳ ດັ່ງກ່າວ ຣັຖບານລາວ ຕ້ອງໄດ້ຢືມເງິນ ຈາກຕ່າງປະເທດ ຢ່າງຫລວງຫລາຍເພື່ອມາໃຊ້ ໃນການພັທນາ ໂຄງຮ່າງພື້ນຖານ ປະເພດຕ່າງໆ ເພື່ອຍົກຮະດັບຖານະຕົນເອງ ໃນນັ້ນຮ່ວມທັງ ໂຄງການຣົດໄຟຄວາມໄວສູງ ທີ່ ລາວສ້າງໃນປັດຈຸບັນ.
ນະໂຍບາຍຂອງຣັຖບານລາວ ໃນປັດຈຸບັນແມ່ນສ່ຽງຕໍ່ການເຕີບໂຕ ທາງດ້ານເສຖກິດ ໃນຣະຍະສັ້ນ ແຕ່ເພື່ອຜົລປະໂຍດ ຣະຍະຍາວ ຊຶ່ງ ການກະທຳດັ່ງກ່າວ ຈະເຮັດໃຫ້ສະພາບການເງິນຂອງລາວ ເກີດເຫດວິກິດໄດ້.
ສປປລາວ ເປັນນຶ່ງໃນບັນດາ ປະເທດດ້ອຍພັທນາໃນອາຊຽນ ທີ່ຮ່ວມດ້ວຍ ກຳພູຊາ ແລະພະມ້າ ໃນການບືນຂຶ້ນຈາກຖານະການເປັນ ປະເທດດ້ອຍພັທນາ ດັ່ງກ່າວ ລາວຕ້ອງໄດ້ຍົກຣະດັບ ຍອດຜົລຜລິດຮ່ວມໃຫ້ຄົນລາວ ມີຣາຍໄດ້ຕໍ່ຫົວຄົນ ປະມານ 1250 ໂດລາຕໍ່ປີ ຫລືຫລາຍກວ່ານັ້ນ, ໃນການກະທຳດັ່ງກ່າວ ສປປລາວ ຕ້ອງໄດ້ຢືມເງິນຈາກຕ່າງປະເທດ ຢ່າງຫລວງຫລາຍ ເພື່ອສົ່ງເສີມການພັທນາ ແລະສ້າງໂຄງຮ່າງພື້ນຖານ ໃນການກະຕຸ້ນເສຖກິດໃນລາວ.
ທາງການລາວ ຕ້ອງການຢາກຫລຸດພົ້ນ ຈາກຖານະການເປັນປະເທດດ້ອຍພັທນາ ໃນປີ 2020 ຈືຶ່ງໄດ້ຢືມເງິນຢ່າງຫລວງຫລາຍ ມາສ້າງ ຖນົນຫົນທາງ ຂົວ ແລະສາທາຣະນຸປະໂພກ ທາງດ້ານເສຖກິດ ປະເພດຕ່າງໆ ໃນນັ້ນຮ່ວມດ້ວຍ ໂຄງການຣົດໄຟ ລາວ-ຈີນ ຊຶ່ງການ ຢືມເງິນ ຂອງຣັຖບານລາວ ຕ້ອງໄດ້ມີການຄ້ຳປະກັນ ຈາກຫລາຍຢ່າງ ເປັນຕົ້ນຊັພຍາກອນທັມມະຊາດ ແລະຣາຍໄດ້ທີ່ລາວ ໄດ້ຮັບຈາກ ການໃຫ້ສຳປະທານ ໃນໂຄງການຕ່າງໆໃນລາວ.
ໃນແຜນການຣະຍະຍາວ ໂຄງການດັ່ງກ່າວຈະຍົກຣະດັບ ການຄ້າແລະການລົງທຶນໃນລາວ ແຕ່ໃນຣະຍະສັ້ນ ຈະເຮັດໃຫ້ລາວລົ້ມລະລາຍ ໄດ້ ຊຶ່ງໃນປັດຈຸບັນນີ້ ຣັຖບານລາວ ຍັງໃຊ້ຫນີ້ທີ່ຕົນຢືມ ມາຮ່ວມລົງທຶນ ໃນຫລາຍໂຄງການ ໃນລາວ, ເປັນຕົ້ນ ການສ້າງເຂື່ອນໄຟຟ້າ ຫລາຍເຂື່ອນ ທີ່ຮ່ວມດ້ວຍເຂື່ອນແມ່ນ້ຳຂອງ ແລະການຂຸດຄົ້ນແຮ່ທາດ ຍັງບໍ່ຫມົດເທື່ອ ແລະຫນີ້ກໍເພີ້ມຂຶ້ນເລື້ອຍໆ.
ສປປລາວຢືມເງິນຈາກຈີນຫລາຍຂຶ້ນ ໃນແຕ່ລະປີ ຍ້ອນຂາດດູນການຄ້າ ແລະຂາດດູນງົບປະມານ ຮ່ວມດ້ວຍລາຍຮັບຮົ່ວໄຫລ ໃນລາວ. ທະນາຄານໂລກ ປະເມີນວ່າ ສປປລາວ ຕິດຫນີ້ຈີນເຖີງ 55% ຂອງຫນີ້ທັງຫມົດ ທີ່ຣັຖບານລາວ ຢືມ ຕ່າງປະເທດ ໃນປີ 2012 ແລະ ໃນປີ 2015 ລາວຕິດຫນີ້ ຈີນເຖິງ 44% ຂອງຫນີ້ທັງຫມົດ.
ປັດຈຸບັນ ຫນີີ້ສິນຂອງຣັຖບານລາວ ຢູ່ໃນສັດສ່ວນ 68% ຂອງຍອດຜົລຜິດຮ່ວມແຫ່ງຊາດ ໃນນັ້ນເຄິ່ງນຶ່ງແມ່ນຢືມຈາກຈີນ ຊຶ່ງການຢຶມເງິນ ຈາກແຫລ່ງດຽວ ເປັນຄວາມສ່ຽງຕໍ່ ສປປລາວ ຈະເຮັດໃຫ້ລາວ ມີບັນຫາຖ້າເສຖກິດ ຈີນ ທົດຖອຍ ເພາະລາວ ອາສັຍຈີນ ພຽງປະເທດດຽວ ໃນການຢືມເງິນ ຈີນອາດຈະໃຊ້ອຳນາດ ແລະອິດທິພົນ ຂອງຈີນ ບີບບັງຄັບລາວ ທາງອອກໃນການເປັນ ປະເທດອະທິປະຕັຍ ຂອງລາວ.
ຖ້າລາວບໍ່ສາມາດຈ່າຍຫນີ້ໃຫ້ຈີນໄດ້ ຈີນອາດຍຶດຊັບສິນ ສີ່ງທີ່ລາວເອົາມາໃຊ້ໃນການຄ້ຳປະກັນຫນີ້ ເປັນຕົ້ນທີ່ດິນ ຊັພຍາກອນທັມຊາດ ແຮ່ທາດ ແລະໂຄງການຕ່າງໆ ຂອງຣັຖບານ.
ສປປລາວດີ້ນຮົນ ໃນການຊອກຫາລາຍໄດ້ ເພື່ອມາໃຊ້ຫນີ້ຈີນ ແລະຫນີ້ຫລາຍປະເທດ ໃນປັດຈຸບັນ ແຕ່ການດີ້ນຮົນດັ່ງກ່າວ ກໍປະສົບກັບ ຫລາຍບັນຫາ ເປັນຕົ້ນການສໍ້ຣາສບັງຫລວງ ຣາຍຮັບຮົ່ວໄຫລ ຂາດການບໍຣິຫານ ຈັດການທາງດ້ານການເງິນ ການຄ້າແລະການລົງທຶນ ຕລາດການຄ້າຂອງລາວ ກໍບໍ່ໃຫຍ່ ແລະຜົລຜລິດຕ່າງໆ ກໍບໍ່ສາມາດແຂ່ງຂັນກັບປະເທດອື່ນໄດ້ ແລະຫລາຍບັນຫາ.
ນັກເສຖສາດເວົ້າວ່າ ສປປລາວເສັຽງົບປະມານຫຼາຍລ້ານໂດລາ ໃນແຕ່ລະປີ ຍ້ອນການສໍ້ຣາສບັງຫຼວງ. ອົງການໂປ່ງໃສສາກົນ ຈັດລາວ ຢູ່ໃນອັນດັບ ທີ 123 ໃນຈຳນວນ 176 ປະເທດ ທີ່ມີການສໍ້ຣາສບັງຫລວງ ຣາຍໃຫຍ່ໃນໂລກ. ບໍຣິສັດຕ່າງຊາດ ລັ່ງເລໃຈ ໃນການມາ ລົງທຶນໃນລາວ ຈຶ່ງເຮັດໃຫ້ທາງການລາວ ຂາດຣາຍໄດ້ ແລະບໍ່ມີຊ່ອງທາງອື່ນ ໃນການຢືມເງິນ ຈາກຕ່າງປະເທດ ຈຶ່ງອາສັຍ ແຕ່ຈີນ ປະເທດດຽວ.