ລາວພິຈາຣະນາຄ່າແຮງ ຂັ້ນຕ່ຳ

ສິດນີ
2015.10.15
f-workers ຄົນງານລາວ ໃນແຂວງ ພາກໃຕ້ ທີ່ຂ້າມໄປມາ ຣະຫວ່າງ ຊາຍແດນ ລາວ-ໄທ ເພື່ອປະກອບ ອາຊີພ
RFA/Viengsay

ພາຍຫລັງ ທີ່ ທາງການ ລາວ ໄດ້ ປະກາດ ປັບ ຄ່າຈ້າງ ແຮງງານ ຂັ້ນຕ່ຳ ຈາກ 6 ແສນ ກີບ ມາເປັນ 9 ແສນ ກີບ ຕໍ່ເດືອນ ໃນເດືອນ ເມສາ ຜ່ານມາ, ເຈົ້າຫນ້າທີ່ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 13 ຕຸລາ 2015 ວ່າ ປັດຈຸບັນ ທາງ ກະຊວງ ແລະ ພາກສ່ວນ ກ່ຽວຂ້ອງ ກຳລັງ ຢູ່ໃນ ຂັ້ນຕອນ ຈັດຕັ້ງ ປະຕິບັດ ຂຶ້ນຄ່າຈ້າງ ແຮງງານ ຂັ້ນຕ່ຳ ເພີ້ມອີກ, ຊຶ່ງ ຢູ່ໃນ ຣະຫວ່າງ ການ ຄົ້ນຄວ້າ ພິຈາຣະນາ. ດັ່ງທ່ານ ກ່າວ ໃນຕອນນຶ່ງ ວ່າ:

"ເພາະວ່າ ດຽວນີ້ ເຮົາກຳລັງ ຄົ້ນຄວ້າ ລະນຶ່ງມາ ເຮົາກຳລັງ ຕິດຕາມ ລະເຮົາ ກຳລັງ ປະເມີນ ຢູ່ເນາະ ກ່ຽວກັບ ວ່າການ ຈັດຕັ້ງ ປະຕິບັດ ຄ່າແຮງ ງານ ຂັ້ນຕ່ຳ, ທີ່ວ່າ ຣັຖ ປະກາດ ໄປແລ້ວ ມັນຍັງມີ ຈຸດໃດ ທີ່ວ່າມັນ ຍັງ ບໍ່ສອດຄ່ອງ, ລະມັນຍັງ ມີໜ່ວຍ ງານ ໃດ ຫຼືວ່າ ມັນຍັງມີ ແຮງງານ ຈຳນວນໃດ ທີ່ວ່າ ຍັງຄ່າ ແຮງງານ ຂັ້ນຕ່ຳຢູ່ ລະຍັງ ບໍ່ທັນ ຈັດຕັ້ງ ປະຕິບັດ ໄດ້. ລະກະ ຍັງມີ ຫາງສຽງ ຈາກ ທາງ ພາກສ່ວນ ໃດ ທີ່ຍັງວ່າ ຄ່າແຮງງານ ຂັ້ນຕ່ຳ ນີ້ຍັງບໍ່ ເໝາະສົມ ເທື່ອ".

ທ່ານກ່າວ ຕື່ມວ່າ ແຜນ ການປັບຂຶ້ນ ຄ່າແຮງງານ ຂັ້ນຕ່ຳ ຂອງ ຣັຖບານ ຈະ ໜ້ອຍຫຼາຍ ປານໃດນັ້ນ ຂຶ້ນກັບ ຄ່າ ຄອງຊີບ ໃນ ທ້ອງຕລາດ, ຊຶ່ງ ໃນ ປັດຈຸບັນ ທາງການ ກຳລັງ ຮິບໂຮມ ຂໍ້ມູນ ຫຼາຍດ້ານ ເພື່ອມາ ສລຸບວ່າ ຈະປັບຂຶ້ນ ຫຼາຍປານ ໃດ, ຈະອີງ ໃສ່ ຄ່າຄອງຊີບ ເປັນຫຼັກ, ດັ່ງ ຣາຄາ ອາຫານ ການກິນ ເຄື່ອງນຸ່ງຫົ່ມ ແລະ ອື່ນໆ. ທ່ານ ກ່າວວ່າ:

"ເຮົາ ບໍ່ສາມາດ ຊິ ໄປກຳນົດ ເພດານ ຫຼື ເຮົາຊິໄປ ກຳນົດ ໄດ້ວ່າ ເຮົາຕ້ອງ ປັບຂຶ້ນ ຊໍ່ານີ້, ເຮົາຕ້ອງ ຫຼຸດລົງ ຊໍ່ານີ້, ຫຼືວ່າ ເຮົາຕ້ອງ ປັບຂຶ້ນຫຼາຍ ຊໍ່າໃດ ເຮົາ ບໍ່ສາມາດ ເວົ້າໄດ້, ມັນຕ້ອງ ມີການລົງ ສຳຣວດ ລົງ ເກັບກໍາ ແທ້ໆວ່າ ຄ່າ ຄອງຊີບ ວ່າ ຜູ້ໜຶ່ງ ຕ້ອງກິນ ເຂົ້າ ຈັກ ກິໂລ, ກິນຊີ້ນ ຈັກ ກິໂລ ຕໍ່ເດືອນ ຕໍ່ຄົນ, ເຮົາຕ້ອງ ເອົາໂຕນັ້ນ ມາວັດແທກ ວ່າ ເຮົາຕ້ອງຂຶ້ນ ທໍ່ໃດແທ້".

ທ່ານວ່າ ນອກຈາກ ຈະປັບຄ່າ ແຮງງານ ຂັ້ນຕ່ຳ ເພື່ອໃຫ້ ສົມດູນ ກັບ ຄ່າຄອງຊີບ ແລ້ວ ທາງ ກະຊວງ ຍັງໄດ້ ຄົ້ນຄວ້າ ເພື່ອ ໃຫ້ແຮງງານ ຂັ້ນຕ່ຳ ໃນ ລາວ ສາມາດ ດຶງດູດ ແຮງງານ ລາວ ຜູ້ທີ່ໄປ ເຮັດວຽກ ໃນໄທ, ໃຫ້ ກັບຄືນມາ ເຮັດວຽກ ໃນລາວ ໃຫ້ ຫຼາຍຂຶ້ນ.

ໃນ ຈຸດປະສົງ ເພື່ອ ຫລຸດຜ່ອນ ບັນຫາ ຕ່າງໆ ທີ່ ເກີດກັບ ແຮງງານ ລາວ ທີ່ ຂ້າມໄປ ເຮັດວຽກ ໃນໄທ ຜູ້ທີ່ ຈະຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ ຮ່ວມທັງ ການ ແກ້ໄຂ ບັນຫາ ການຂາດ ແຮງງານ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.