ເມືອງໄຊຂ້ອງໃຈງົບປະມານ ສ້າງ ໂຮງຮຽນ
2017.02.08
ປະຊາຊົນສ່ວນຫຼາຍ ຢູ່ເມືອງໄຊ ແຂວງອຸດົມໄຊ ບໍ່ເຫັນດີ ໃຫ້ໂຮງຮຽນ ມັທຍົມສົມບູນ ບ້ານຫ້ວຍມຸກ ຖືກຍົກຍ້າຍ ໄປຢູ່ບ່ອນໃໝ່ ຍ້ອນວ່າ ໂຄງການ ທາງຣົດໄຟ ລາວ-ຈີນ ຈະຕັດຜ່ານ.
ປັດຈຸບັນຜແນກ ໂຍທາທິການແລະຂົນສົ່ງ ແຂວງອຸດົມໄຊ ໃຫ້ຄຳຕອບວ່າ ຈະໃຫ້ພຽງແຕ່ 20 ຕື້ກີບເທົ່ານັ້ນ ດັ່ງເຈົ້າໜ້າທີ່ ແຂວງ ອຸດົມໄຊ ທ່ານນຶ່ງ ໄດ້ກ່າວ ໃນວັນທີ 7 ກຸມພາ ນີ້ວ່າ:
"ກໍ່ສ້າງໂຮງຮຽນນີ້ ເພິ່ນງົບປະມານ ອອກມາຄິດໄລ່ ອອກແບບມາແບບນີ້ 50 ກວ່າຕື້ ນີ້ກະສູງກາຍ ຣັຖບານ ບໍ່ມີເງິນໃຫ້ ແຕ່ເພິ່ນຍັງບໍ່ໃຫ້ ທາງແຂວງ ສູງໂພດ ໄປຕັດລົງ 30 ປາຍຕື້ ເພິ່ນຮຽກຮ້ອງ ຫັ້ນຈະໃຫ້ ແຕ່ຊ່ຳເກົ່າ ກະບໍ່ຕ້ອງ ຍ້າຍກະໄດ້ ກະວ່າ ຊັ້ນແຫຼະເນາະ".
ທ່ານ ກ່າວຕື່ມອີກວ່າ ປະຊາຊົນ ຢາກໃຫ້ປຸກໂຮງຮຽນ ຫລັງໃໝ່ ເປັນໂຮງຮຽນ ມາດຕະຖານ ກວ່າໂຮງຮຽນ ປັດຈຸບັນ ເພາະຢາກໃຫ້ ລູກຫຼານ ພວກຂະເຈົ້າ ໄດ້ຮັບ ຄວາມສະດວກຂຶ້ນ ຊຶ່ງຈຳເປັນຕ້ອງໃຊ້ ງົບປະມານ 50 ຕື້ກີບ ຈຶ່ງຈະສາມາດ ເຮັດໄດ້, ແຕ່ຖ້າວ່າໄດ້ ງົບ- ປະມານ ພຽງແຕ່ 20 ຕື້ກີບ ກໍຄົງຈະບໍ່ດີ ກວ່າເກົ່າ ແລະ ມາດຕະຖານ ອາດຈະຫລຸດເກົ່າ.
ເຖິງຢ່າງໃດກໍຕາມ ອຳນາດ ການປົກຄອງ ແລະ ປະຊາຊົນ ເມືອງໄຊ ຈະຂຽນໜັງສື ເຖິງເຈົ້າແຂວງ ໂດຍຕຣົງ ເພື່ອຂໍຄວາມເປັນທັມ, ແຕ່ຍັງບໍ່ຮູ້ວ່າ ເຂົາເຈົ້າຈະຍື່ນ ໜັງສືເມື່ອໃດ.
ເອເຊັຽເສຣີ ພຍາຍາມຕິດຕໍ່ໄປຫາ ຜແນກ ໂຍທາທິການ ແລະຂົນສົ່ງ ແຂວງອຸດົມໄຊ ແຕ່ບໍ່ສາມາດ ຕິດຕໍ່ຫາ ເຈົ້າໜ້າທີ່ ໄດ້. ໂຮງຮຽນ ມັທຍົມ ສົມບູນ ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ມີນັກຮຽນ ປະມານ 1 ພັນຄົນ ຊຶ່ງທີ່ຕັ້ງ ຂອງໂຮງຮຽນ ແມ່ນຖືກ ໂຄງການ ທາງຣົດໄຟ ຕັດຜ່ານ ແລະ ຈຳເປັນທີ່ ຈະມີການຍົກຍ້າຍ.