ທຸ​ຣະ​ກິ​ຈທ່ອງ​ທ່ຽວ ຂາດ​ທຶນ ຍ້ອນ ​ນັກ​ທ່ອງ​ທ່ຽວ ຫຼຸດ​ລົງ

ປີນີ້ ນັກທ່ອງທ່ຽວ ເຂົ້າມາລາວຫຼຸດລົງ ເຮັດໃຫ້ ຜູ້ປະກອບການທົວ ໄດ້ຮັບຜົລກະທົບ ຈຳນວນການຈອງທົວ ຫຼຸດລົງເຖິງ 30%.

ຕລາດຄ້າຂາຍ ຍາມແລງ ຢູ່ຫຼວງພຣະບາງ RFA/SY

ພາຍຫຼັງທີ່ ທີ່ຣັຖມົນຕຣີ ກະຊວງຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ໄດ້ໃຫ້ສັມພາດ ຕໍ່ສື່ມວນຊົນ ໃນໂອກາດ ກອງປະຊຸມ ເປີດກ້ວາງ ຂອງຣັຖບານ ເມື່ອກາງເດືອນກັນຍາ ທີ່ຜ່ານມາວ່າ 6 ເດືອນຕົ້ນປີນີ້ ມີນັກທ່ອງທ່ຽວ ເຂົ້າລາວ ພຽງ 2.1 ລ້ານຄົນ ເຊິ່ງຕົວເລຂ ຕໍ່າກວ່າ ເປົ້າໝາຍ ໂດຍຣັຖບານ ຄາດຈະດຶງດູດ ນັກທ່ອງທ່ຽວ ໃຫ້ໄດ້ 5 ລ້ານຄົນ ໃນໂອກາດ ເປີດປີທ່ອງທ່ຽວລາວ.

ບັນຫານັກທ່ອງທ່ຽວ ເຂົ້າລາວຫຼຸດລົງ ທຸ​ຣະ​ກິ​ຈຈັດທົວ ທີ່ໄດ້ຮັບຜົລກະທົບໂດຍກົງ ໄດ້ໃຫ້ຄຳເຫັນວ່າ ມີຫຼາຍໃຈປັດໃຈ ທີ່ສົ່ງ ຜົລກະທົບ ຕໍ່ປີທ່ອງທ່ຽວລາວປີນີ້ ໂດຍສະເພາະ ຄ່າຄອງຊີບ, ຄ່າໂຮງແຮມ, ຄ່າຂົນສົ່ງ ແລະ ຄ່າບໍຣິການ ໃນການທ່ອງທ່ຽວນັ້ນ ແພງເກີນໄປ.

(ຟັງ​ສຽງ​ສັມ​ພາດ)

ນັ້ນກໍຄືຄຳເຫັນ ຂອງຜູ້ປະກອບການ ຈັດທົວໃນລາວ. ເຖິງ​ຢ່າ​ໃດກໍຕາມ, ຣັຖບານ ຍັງຫວັງ ທີ່ຈະເພີ່ມຕົວເລຂ ນັກທ່ອງທ່ຽວ ໃຫ້ຫຼາຍ ໃນ 3 ເດືອນ ທ້າຍປີນີ້ ດ້ວຍການກະຕຸ້ນ ການທ່ອງທ່ຽວ ຈາກງານປະເພນີ ປະຈຳປີ, ເຊິ່ງຣັຖມົນຕຣີ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໝັ້ນໃຈວ່າ ຈະສາມາດ ເພີ່ມຕົວເລຂ ໄດ້ຢ່າງແນ່ນອນ. ແຕ່ບໍ່ໄດ້ໝາຍວ່າ ຈະເຖິງ 5 ລ້ານຄົນ ຕາມຄາດການ ພຽງແຕ່ກະຕຸ້ນ ໃຫ້ເພີ່ມຕົວເລຂ ເພີ່ມຈາກເດີມ 2.1 ລ້ານຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org