ເຄືອຂ່າຍເສຖກິດຂອງລາວແລະ ເພື່ອນບ້ານ

ມະນີຈັນ
2015.05.24
f-image ເຄືອຂ່າຍເສຖກິດຂອງລາວແລະ ເພື່ອນບ້ານ
RFA

ປະເທດ ລາວ, ໄທ, ພະມ້າ ແລະ ວຽດນາມ ຈະ ເຮັດໃຫ້ ຣະບຽບ ການ ກວດກາ ຕາມ ດ່ານ ຊາຍແດນ ໄດ້ ມາຕຖານ ເພື່ອ ສົ່ງເສີມ ຕາໜ່າງ ເຄືອຂ່າຍ ການ ຕິດຕໍ່ ທາງ ເສຖກິດ ທີ່ ເອີ້ນກັນ ວ່າ ແລວ ທາງ ເສຖກິດ ຕາເວັນ ອອກ ຕາເວັນ ຕົກ. ຕາມ ຣາຍງານ ຂ່າວ ອອນລາຍ ໃນ ວັນທີ 21 ພຶສພາ 2015 ນີ້.

ຮອງ ຣັຖມົນຕຣີ ການ ຕ່າງ ປະເທດ ຈາກ 4 ປະເທດ ນີ້ ເຫັນພ້ອມ ນໍາກັນ, ເມື່ອ ວັນພຸດ ກ່ຽວກັບ ການ ສ້າງກົດ ຣະບຽບ ແລະ ຫລັກການ ຕ່າງໆທີ່ ໄດ້ ມາຕຖານ ຮວມເຖິງ ການ ປະຕິບັດ ຣະບົບ ການ ກວດກາ ຢູ່ ບ່ອນດຽວ ຕາມ ຊາຍແດນ ຣະຫວ່າງ ກັນ ນໍາດ້ວຍ.

ກະຊວງ ການ ຕ່າງ ປະເທດ ຂອງໄທ ກ່າວ ໃນຖແລງ ການ ສບັບນຶ່ງ ວ່າ ນັ້ນ ເປັນ ຂໍ້ ລິເລີ່ມ ທີ່ ຕົກລົງ ກັນໄດ້ ໃນ ຣະຫວ່າງ ກອງ ປະຊຸມ ຮອງ ຣັຖມົນຕຣີ ກ່ຽວກັບ ການ ພັທນາ ແລວ ເສຖກິດ ຕາເວັນ ອອກ ຕາເວັນ ຕົກ ຄັ້ງທີ 3 ທີ່ ບາງ ກອກ ເພື່ອ ຄວາມ ສະດວກ ໃນ ຂັ້ນຕອນ ການ ຂ້າມ ຊາຍແດນ ແລະ ອໍານວຍ ໃຫ້ແກ່ ການຄ້າ ການ ລົງທຶນ ແລະ ການ ທ່ອງທ່ຽວ ນຳດ້ວຍ.

ພ້ອມ ດຽວກັນ ນັ້ນ, ຮອງ ຣັຖມົນຕຣີ ການຕ່າງ ປະເທດ ຂອງໄທ ດອນ ປຣະມັດວິໄນ, ຍັງໄດ້ ສເນີ ເຣື່ອງ ເຂດ ເສຖກິດ ຂ້າມ ຊາຍແດນ ກັບ ບັນດາ ພາຄີ ນໍາອີກ, ເພື່ອ ສົ່ງເສີມ ການ ປ່ຽນຮູບ ຂອງ 10 ປະເທດ ອາຊຽນ ເປັນຖານ ການ ຜລິດ ອັນດຽວ ຊຶ່ງ ເປັນ ວິສັຍທັສ ໃນ ແຜນ ແມ່ບົດ ສໍາລັບ ປະຊາຄົມ ເສຖກິດ ອາຊຽນ.

ແລວ ເສຖກິດ ຕາເວັນ ອອກ ຕາເວັນ ຕົກ ທີ່ ຍາວ 1,320 ກິໂລແມັຕ ເປັນ ໂຄງການ ລິເລີ່ມ ເພື່ອ ສົ່ງເສີມ ການ ພັທນາ ແລະ ການ ຮວມຕົວ ຂອງໄທ ພະມ້າ ລາວ ແລະ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.