ໂຮງຮຽນ ບ. ໜອງຄຳ ຂາດເຂີນ ອຸປກອນການຮຽນ
2018.12.17

ບ້ານໜອງຄຳ ເມືອງໂພນໄຊ ແຂວງຫຼວງພຣະບາງ ເປັນບ້ານນຶ່ງ ທີ່ທຸກຍາກຂາດເຂີນ ເພາະວ່າ ຍັງຂາດໂຄງຮ່າງພື້ນຖານ ທຸກຢ່າງ ເປັນຕົ້ົ້ົ້ນ: ບໍ່ມີຖນົນຫົນທາງ, ສຸຂສາລາ,ໂຮງຮຽນກໍໂຊມຫຼາຍ ຮວມທັງ ຂາດອຸປກອນການຮຽນນຳ, ດັ່ງ ພະສົມນຶກ ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອບໍ່ນານມານີ້ວ່າ:
“ເຫັນເດັກນ້ອຍ ຕາດຳໆ ສົງສານ ກະຄືປະເພດບໍ່ມີເຄື່ອງນຸ່ງ ລະກະຂາດຜູ້ອຸປະຖຳ ໃນການຮຽນປະເພດນີ້ ຫຼື ປະເພດເຄື່ອງນຸ່ງ, ເກີບບໍ, ອຸປກອນການຮຽນ ອຸປກອນກິລາ ຂອງໂຮງຮຽນ ຢູ່ເຂດນອກ ຄືຈະຂາດຫຼາຍຢ່າງ ກະດານຂຽນກະຍັງບໍ່ມີ, ໂຕນີ້ ແບບວ່າກະບັນຫານຶ່ງ ລະກະໂຮງຮຽນ ກະເປັນຝາໄມ້ເຮັ້ຽຢູ່ ສັງກະສີ ກະຂາດ ກະບໍ່ສົມບູນ.”
ທີ່ຜ່ານມາ ນາຍບ້ານໜອງຄຳ ໄດ້ເຮັດໜັງສື ສເນີ ໄປຫາທາງຂັ້ນເທິງ ຫຼາຍເທື່ອແລ້ວ ແຕ່ກໍຍັງບໍ່ໄດ້ ຮັບຄຳຕອບ ເຣື່ອງການຊ່ອຍເຫຼືອ ນັ້ນເທື່ອ ສະນັ້ນ ທາງບ້ານ ຈ່ຶງເຮັດໜັງສື ສເນີໄປຍັງ ພຣະສົມນຶກ ໃຫ້ຊ່ອຍ ສ້າງໂຮງຮຽນ ຫຼັງໃໝ່ໃຫ້, ແຕ່ ພຣະສົມນຶກ ເວົ້າວ່າ ປັດຈຸບັນ ຍັງບໍ່ມີ ຜູ້ບໍຣິຈາກເທື່ອ. ຊື່ງ ກ່ອນໜ້ານັ້ນ ພຣະສົມນຶກ ໄດ້ຣະດົມທຶນ ຈາກອອກຕົນຍາດໂຍມ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊື້ ອຸປກອນການຮຽນ ແລະ ສ້າງໂຮງຮຽນ ໃຫ້ບ້ານ ຫ້ວຍຫ້າວ ເມືອງຊຽງເງິນ ແລ້ວນຶ່ງຫຼັງ:
“ບາດນີ້ ເຮົາບັນຫາ ກະຄືອິຕົນເດັກນ້ອຍເນາະ ເຮົາກະຄຶດວ່າ ຊິລະດົມລອງເບິ່ງ ກະພໍດີລະດົມທາງເຟສ ໂພດລົງທາງເຟສບຸກນີ້ລະ ພໍດີ ມີຜູ້ໃຈບຸນ ຄົນລາວເຮົານິ່ແຫຼະ ຢູ່ປະເທດອອສເຕເລັຽ ເພີ່ນສນອງມາໃຫ້ ອາຈານ ກະເລີຍໄປສ້າງໃຫ້ ຢູ່ບ້ານຫ້ວຍຫ້າວ ເມືອງຊຽງເງິນ ແຂວງຫຼວງພຣະບາງນິ່ແຫຼະ ຫຼັງຈາກ ສ້າງໂຮງຮຽນສຳເລັດແລ້ວ ເພີ່ນກະມາ ມາດ້ວຍຕົນເອງ ອາຈານກະພາເພີ່ນໄປ ໄປມອບໂຮງຮຽນຫັ້ນ ຫຼັງຈາກສ້າງສຳເລັດ.”
ເຖິງຢ່າງໃດກໍຕາມ, ບ້ານໜອງຄຳ ເມືອງໂພນໄຊ ແຂວງຫຼວງພຣະບາງ ເປັນບ້ານນ້ອຍ ມີປະຊາຊົນ ປະມານ 50 ຄອບຄົວ, ສ່ວນຫຼາຍແລ້ວ ຍັງທຸກຍາກ ອາຊີບຫຼັກ ຂອງເຂົາເຈົ້າ ແມ່ນເຮັດໄຮ່-ເຮັດສວນ, ແຕ່ກໍບໍ່ມີ ພຽງແຕ່ບ້ານໜອງຄໍານີ້ ທີ່ຍັງທຸກຍາກ ຍັງມີອີກຫຼາຍບ້ານ ໃນ ແຂວງຫຼວງພຣະບາງ ທີ່ທຸກຍາກເຊັ່ນກັນ ເປັນຕົ້ນ: ບ້ານຫ້ວຍຫ້າວ ແລະ ບ້ານຜາຮຸ່ງ ເມືອງພູຄູນ ກໍຖືວ່າ ເປັນບ້ານທີ່ທຸກຍາກ ເຊັ່ນກັນ.