ບັນຫາການເງິນຈຸລພາກ ບໍ່ຄືບໜ້າ
2019.01.23

ມາຮອດປັຈຈຸບັນ ການແກ້ໄຂຄະດີ ສະຖາບັນການເງິນຈຸລພາກ ທີ່ຮັບຝາກເງິນຢູ່ ບ້ານສົງເປື່ອຍໃຕ້ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ທີ່ສໍ້ໂກງເງິນຝາກຂອງປະຊາຊົນ ເມື່ອປີຜ່ານມານັ້ນ ຍັງບໍ່ມີຄວາມຄຶບໜ້າຫຍັງ ເຖິງແມ່ນວ່າທາງກົມຕໍາຣວດເສຖກິດ ຈະດໍາເນີນ ຄະດີນີ້ຢູ່ ແລະທາງສະຖາບັນດັ່ງກ່າວ ກໍໄດ້ປິດຫ້ອງການໄປແລ້ວ ຕັ້ງແຕ່ເດືອນພຶສຈິກາ 2018 ເຮັດໃຫ້ບັນດາລູກຄ້າ ຍັງບໍ່ໄດ້ເງິນຝາກ ຂອງພວກເຂົາເຈົ້າ ຄືນເທື່ອ, ດັ່ງເຈົ້າໜ້າທີ່ ທ້ອງຖິ່ນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 23 ມົກຣານີ້ວ່າ:
“ຍັງບໍ່ມີຫຍັງນະ ບໍ່ໄດ້ຮູ້ຈັກເລີຍເພາະວ່າ ປິດຫ້ອງການເລີຍ ຍັງບໍ່ໄດ້ແຈ້ງຫຍັງເລີຍ ຍັງງຽບຢູ່ ບໍ່ມີໃຜເວົ້າຫຍັງນະ ກໍຮ້ອນຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ການດໍາເນີນຄະດີ ບໍ່ມີຄວາມຄືບໜ້າເຮັດໃຫ້ບັນດາລູກຄ້າ ລໍຖ້າເງິນແບບ ກັງວົນກັນຢູ່ ຍ້ອນຫລາຍຄົນເຣີ້ມ ມີບັນຫາ ທາງດ້ານການເງິນພາຍໃນຄອບຄົວ ແລະຢາກໃຫ້ທາງສະຖາບັນ ເລັ່ງລັດເຣື້ອງຄືນເງິນຝາກ ໃຫ້ແກ່ເຂົາເຈົ້າ ບາງຄົນ ຝາກນັບແຕ່ 1 ລ້ານກີບໄປຮອດ ຫລັກ 10 ລ້ານກີບ.
ກ່ຽວກັບເຣື້ອງນີ້ ທາງວິທຍຸ ເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ກົມຕໍາຣວດເສຖກິດ ເພື່ອຂໍຄວາມຄືບໜ້າ ຮວມທັງຜົນການດໍາເນີນຄະດີ ທ້າວ ສົມຈິດ ບຸນເລື່ອມ ອະດິດຫົວໜ້າ ສະຖາບັນການເງິນຈຸລພາກ ແລະລູກນ້ອງອີກ 1 ຄົນ ທີ່ ຮ່ວມກັນສໍ້ໂກງເງິນ ຂອງ ສະຖາບັນ 19 ຕື້ກີບ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ເວົ້າວ່າຍັງບໍ່ໃຫ້ຣາຍລະອຽດ ຫຍັງໄດ້ເທື່ອ ເພາະ ການດໍາເນີນຄະດີ ຍັງບໍ່ແລ້ວ.
ເມື່ອເດືອນສິງຫາ ປີ 2018 ກົມຕໍາຣວດເສຖກິດ ມີຄໍາສັ່ງໃຫ້ບັນດາຜູ້ຮ່ວມຫຸ້ນ ຂອງສະຖາບັນການເງິນຈຸລພາກທີ່ຮັບຝາກເງິນ ຊອກເງິນ ເພື່ອຄຶນໃຫ້ລູກຄ້າ ຖ້າບໍ່ດັ່ງນັ້ນ ອາດຖືກຟ້ອງໃຫ້ລົ້ມລະລາຍ, ແຕ່ມາຮອດປັຈຈຸບັນ ສະຖາບັນດັ່ງກ່າວຍັງບໍ່ ຖືກຟ້ອງລົ້ມລະລາຍພຽງແຕ່ ປິດຫ້ອງການ ແລະ ກໍມິດໄປຊື່ໆ.
ເຫດການສະຖາບັນການເງິນຈຸລພາກ ທີ່ຮັບເງິນຝາກ ແຕ່ບໍ່ມີເງິນໃຫ້ລູກຄ້າ ມາຖອນນັ້ນ ໄດ້ເຣິ້ມມາແຕ່ ເດືອນມີນາ ປີ 2018 ຊຶ່ງເຫລືອ ອີກພຽງ 2 ເດືອນ ກໍຈະຄົບ 1 ປີ ແລ້ວ, ປັຈຈຸບັນ ທ້າວສົມຈິດ ບຸນເລື່ອມ ແລະລູກນ້ອງ 1 ຄົນ ຍັງຖືກຂັງຢູ່ ຄຸກໂພນທັນ ນະຄອນຫຼວງ ວຽງຈັນ.