ຊາວບ້ານຜາໂຄມເສັຽດິນ ໃຫ້ການ ສ້າງທາງ

ຈໍາປາທອງ
2018.01.19
F-LP ທັມມະຊາດ ສາຍນໍ້າ ພູຜາ ປ່າໄມ້ ຂອງ ເມືອງຫລວງພຣະບາງ ແຂວງພຣະບາງ
Marshall

ປະຊາຊົນບ້ານຜາໂຄມ ເມືອງ ແລະແຂວງຫລວງພຣະບາງ ໄດ້ຮັບຄວາມເດືອດຮ້ອນ ຍ້ອນການສ້າງທາງປູຢາງ ໃນເຂດບ້ານໄປກວມເອົາ ດິນເຮືອນ ສ່ວນນຶ່ງ ຂອງເຂົາເຈົ້າ ແຕ່ບໍ່ມີພາກສ່ວນໃດ ຮັບຜິດຊອບ ເຣຶ່ອງຄ່າຊົດເຊີຍຄວາມເສັຽຫາຍ ແລະກັງວົນນໍາວ່າຕໍ່ໄປ ບ້ານເຮືອນ ຈະໄດ້ຮັບຜົລກະທົບ ຫລາຍຂຶ້ນຕື່ມອີກ ຊຶ່ງປັດຈຸບັນໄດ້ຮັບ ຜົລກະທົບແລ້ວ 3 ຫລັງ ແຕ່ບໍ່ເຖິງຂັ້ນ ໃຫ້ຍົກຍ້າຍອອກ.

ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຖາມໄປຍັງອໍານາດການປົກຄອງບ້ານຜາໂຄມ, ໄດ້ຮັບຄໍາຕອບຈາກເຈົ້າໜ້າທີ່ວ່າ ໂຄງການສ້າງທາງ ດັ່ງກ່າວ ໄດ້ກວມເອົາເນື້ອທີ່ດິນເຮືອນ ຂອງຊາວບ້ານນັ້ນແທ້ ແລະທາງອໍານາດ ການປົກຄອງບ້ານກໍໄດ້ແນະນໍາ ໃຫ້ຂະເຈົ້າຂຽນຄໍາຮ້ອງ ໄປຫາ ຫ້ອງການແຂວງ ເພື່ອຂໍໃຫ້ເພີ່ນຊ່ວຍແກ້ໄຂ, ດັ່ງທີ່ທ່ານກ່າວ ໃນມື້ວັນທີ 19 ມົກກະຣາ ນີ້ວ່າ:

"ກະຖືກຫັ້ນແຫລະນໍ ບໍຣິສັດຂະເຈົ້າກະບໍ່ຖືກຫັ້ນແຫລະ ຜູ້ກ່ຽວຫັ້ນກະມາປຶກສາບ້ານເນາະ ເຮົາກະໄດ້ໃຫ້ຄຳເຫັນ ໄດ້ແຕ່ວ່າຈັ່ງຊັ້ນກະຂຽນ ຄຳຮ້ອງ ຂຶ້ນເມືອງເບິ່ງ ຂຽນຄຳຮ້ອງໄປຕາມລະບຽບເນາະ ຂຽນຄຳຮ້ອງເຊັນຜ່ານນາຍບ້ານຂຶ້ນໄປ ໃຫ້ເຈົ້າແຂວງ ພິຈາລະນາເບິ່ງ ວ່າສິ ເຮັດແນວໃດຫັ້ນນະ."

ທ່ານກ່າວຕື່ມວ່າ ປັດຈຸບັນທາງອໍານາດການປົກຄອງບ້ານ ກໍາລັງລໍຄໍາຕອບຈາກທາງເຈົ້າແຂວງ ວ່າຈະແກ້ໄຂແນວໃດ ກັບບໍຣິສັດຮັບເໝົາ ກໍ່ສ້າງທາງ ທີ່ເຄີຍເວົ້າວ່າ ຈະພຍາຍາມເຮັດໃຫ້ ຜົລກະທົບຕໍ່ປະຊາຊົນ ໜ້ອຍທີ່ສຸດ ຫລືອາດຈະຫລີກບໍ່ໃຫ້ທາງ ໄປກວມເອົາດິນ ຂອງ ຊາວບ້ານ ຫາກທາງເຈົ້າແຂວງເພີ່ນ ເຫັນດີໃຫ້ເຮັດຄືແນວນັ້ນ.

ໂຄງການທາງປູຢາງເສັ້ນນີ້ ເປັນໂຄງການ ຂອງແຂວງຫລວງພຣະບາງ ແລະກະຊວງໂຍທາທິການ ແລະຂົນສົ່ງ ເປັນໂຄງການປັບປຸງ ເສັ້ນທາງ ພາຍໃນ ເມືອງຫລວງພຣະບາງ ໃຫ້ໄດ້ມາຕຖານ ຂະນະທີ່ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຍັງບໍ່ຮູ້ວ່າ ຈະໄດ້ຮັບ ຄ່າຊົດເຊີຍ ຄວາມເສັຍຫາຍແນວໃດຫລືບໍ່. ຍັງລໍຄໍາຕອບຈາກທາງເຈົ້າແຂວງຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.