ທາງການພິຈາຣະນາ ທີ່ດິນ ປະຊາຊົນ ເຂດເຂື່ອນນໍ້າອູ1

ໄມຊູລີ
2018.05.22
f-Nam-ou1-dam ເຂດບໍຣິເວນ ການກໍ່ສ້າງເຂື່ອນນໍ້າອູ1 ແຂວງຫຼວງພຣະບາງ
RFA/LX

ເຈົ້າໜ້າທີ່ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງພຣະບາງ ເວົ້າຕໍ່ ວິທຍຸເອເຊັຍເສຣີ ເມື່ອບໍ່ດົນມານີ້ວ່າ ທີ່ດິນ ຂອງ ຊາວບ້ານ ໃນເຂດບ້ານຫາດຊົວ, ເມືອງປາກອູ, ນະຄອນຫຼວງພຣະບາງ ທີ່ຖືກບໍຣິສັດ Power China ຂອງຈີນ ເຈົ້າຂອງໂຄງການ ທີ່ ໄດ້ເອົາຣົດເຂົ້າມາດຸດດິນ ແລະຕັດຕົ້ນໄມ້ຫຼາຍຮ້ອຍຕົ້ນ ໃນຫຼາຍເຮັກຕ້າ ເມື່ອເດືອນ ພຶສຈິກາ ປີ 2017 ໂດຍບໍ່ມີການແຈ້ງເຕືອນນັ້ນ ປັຈຈຸບັນຍັງຢູ່ໃນຂັ້ນຕອນການສຳຣວດ ເພື່ອນຳສເນີຕໍ່ຂັ້ນເທິງ ໃຫ້ພິຈາຣະນາຄ່າຊົດເຊີຍ; ດັ່ງທ່ານ ກ່າວວ່າ:

“ພາຍຫຼັງທີ່ວ່າ ໄດ້ຮັບຄຳຕອບຈາກຂັ້ນເທິງເນາະ ກັບການສເນີຂອງປະຊາຊົນ, ເພາະວ່າການຊົດເຊີຍນີ້ບໍ່ແມ່ນ ແຕ່ລ່ອງນ້ຳອູພວກເຮົາ ມັນຮອດເມືອງງອຍພຸ້ນເນາະ ຕາມແຄມນ້ຳອັນນັ້ນນ່າ, ໂຕນີ້ເພິ່ນກຳລັງ ໃຫ້ວິຊາການສຳຣວດຄືນ ຖ້າວ່າມີຜົລກະທົບ ຖ້ວມແທ້ ແລະ ບ່ອນທີ່ວ່າປະຊາຊົນ ທີ່ວ່າຢັ້ງຢືນໄດ້ເສັຽພາສີທີ່ດິນມາແລ້ວ ເອີ່ພວກເຮົາຈະມີການຊົດເຊີຍ, ແຕ່ຕອນນີ້ ກະຊິຂັ້ນລໍ ເພື່ອວ່າຊິຖ້າລົງ ເກັບກຳຂໍ້ມູນຣະອຽດ ລະຊິສເນີຕໍ່ຂັ້ນເທິງ ລະເພິ່ນຊິພິຈາຣະນາຕ່າງຫາກ.”.

ທ່ານກ່າວຕື່ມວ່າ ຍັງບໍ່ຮູ້ວ່າຈະຕ້ອງໃຊ້ເວລາດົນປານໃດ ຈຶ່ງຈະໃຫ້ຄຳຕອບໄດ້ວ່າ ຈະມີການຊົດເຊີຍໃຫ້ຜູ້ທີ່ໄດ້ ຮັບຜົລກະທົບ ທັງຈາກ ກໍຣະນີນ້ຳຖ້ວມ ນໍາດ້ວຍ ເພາະຕ້ອງໄດ້ສຳຣວດ ໃຫ້ຮຽບຮ້ອຍ ແຕ່ນ້ຳປາກອູ ໄປຈົນຮອດ ເມືອງງອຍກ່ອນ.

ກ່ຽວກັບບັນຫານີ້ ໂຕແທນເຈົ້າຂອງທີ່ດິນ ທີ່ຖືກບໍຣິສັດຈີນ ມາດຸດດິນນັ້ນ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າຍັງບໍ່ມີພາກສ່ວນໃດ ລົງມາເວົ້າ ຫຼື ມີເອກກະສານແນວໃດ ເຖິງພວກຕົນເທື່ອ.

“ຕັ້ງແຕ່ເພິ່ນເຮັດປຸກສ້າງມານີ້ ບໍ່ໄດ້ມີເອກກະສານ ອີ່ຫຍັງມາຢັ້ງຢືນເຖິງເຮົາ ລະໃຫ້ເຮົາເຊັນຍອມຮັບ ຈັ່ງຊີ້ຫັ້ນນ່າ, ຍອມໃຫ້ ຍອມແບ່ງ ດິນໃຫ້ ຈັ່ງຊີ້ຫັ້ນນ່າ, ອັນນີ້ແຫຼະເປັນບັນຫາ. ສົມມຸດວ່າ, ເຮົາຊິບໍຣິຈາກອີ່ຫຍັງຈັກຢ່າງນຶ່ງ ແມ່ນເຮົາເຕັມໃຈເນາະ ລະເຮົາກະເຊັນອະນຸມັດ ໃຫ້ເນາະ. ລະແມ່ນຂັ້ນຕອນໂຕນີ້ ແມ່ນເພິ່ນບໍ່ມາເຮັດນຳເຮົາເລີຍນ່າ, ກະມາດຸດມາຖາງໄປ."

ການກໍ່ສ້າງເຂື່ອນນ້ຳອູ 1 ຂອງບໍຣິສັດ Power China ໄດ້ສຳເຣັດການກໍ່ສ້າງ ໃນຣະຍະທີ 1 ໄປແລ້ວ ແລະປັຈຈຸບັນ ພວມດຳເນີນ ການກໍ່ສ້າງຣະຍະທີ 2, ຊຶ່ງຕາມແຜນການຄາດວ່າ ຈະສຳເຣັດພາຍໃນປີ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.