ຂ.ຫຼວງນໍ້າທາບັນຫາ ຣົດເຖື່ອນ ຍັງແກ້ບໍ່ຕົກ

ໃນກໍຣະນີ ບັນຫາ ຣົດເຖື່ອນ ກວ່າ 500 ຄັນ ຍັງບໍ່ຖືກແກ້ໄຂ ຢູ່ ແຂວງຫລວງນ້ຳທາ.

ໂຕຢ່າງຣົດທີ່ນໍາເຂົ້າ ຈາກປະເທດເພື່ອນບ້ານ ແລ້ວຂາຍຕໍ່ ແບບບໍ່ໄປຂຶ້ນທະບຽນ ເສັຽພາສີ ໃຫ້ຖືກຕ້ອງ: ແຂວງຫຼວງນໍ້າທາ RFA/VD

ແຂວງຫລວງນ້ຳທາ ຍັງມີຣົດເຖື່ອນຫລືຣົດ ທີ່ເອົາເຂົ້າມາແບບບໍ່ຖືກຕ້ອງ ຕາມກົດຫມາຍຫລາຍກວ່າ 500 ຄັນ ຍັງບໍ່ເຮັດເອກສານ ບໍ່ເສັຽພາສີຄືນຫລັງໃຫ້ຣັດ ຢ່າງຖືກຕ້ອງເທື່ອ. ດັ່ງເຈົ້າຫນ້າທີ່ຜແນກການເງິນ ທີ່ແຂວງຫລວງນ້ຳທາ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ກ່ຽວກັບເຣື້ອງນີ້ວ່າ:

"ແຂວງຫລວງນ້ຳທາເຮົານີ້ ຍັງມີຣົດນຳເຂົ້າບໍ່ຖືກຕ້ອງນີ້ ຍັງມີປະມານ 500 ກວ່າຄັນ ສ່ວນຫລາຍແມ່ນຣົດນຳເຂົ້າຈາກຈີນ ແລະກະ ມາຈາກໄທ ປັດຈຸບັນ ມີຈຳນວນນຶ່ງແລ້ວ ທີ່ມາແຈ້ງ ແຕ່ບໍ່ທັນໄດ້ມາເສັຽເງິນ ເພາະວ່າຍັງລໍຖ້າຂັ້ນເທິງ ເພິ່ນສິມີມາຕການແນວໃດ."

ທ່ານວ່າກ່ອນໜ້ານີ້ ແຂວງຫລວງນ້ຳທາ ມີຣົດບໍ່ຖືກຕ້ອງປະມານ 3 ພັນຄັນ ຊຶ່ງເປັນຣົດເກົ່າທີ່ຜລິດ ແຕ່ປີ 2013 ຄືນຫລັງ ສ່ວນຣົດທີ່ ຜລິດຈາກປີ 2014 ມາຮອດປັດຈຸບັນ ຖືກໂຈະໄວ້ກ່ອນ ທ່ານກ່າວຕື່ມວ່າ:

"ຣົດທີ່ເສັຽພາສີແລ້ວ ສ່ວນຫລາຍເປັນຣົດທີ່ຜລິດແຕ່ປີ 2013 ລົງມາ ສ່ວນຣົດທີ່ຜລິດ ປີ 2014 ຂຶ້ນໄປ ແມ່ນຍັງບໍ່ໄດ້ເສັຽເທື່ອ ມີແຕ່ ໃຫ້ມາແຈ້ງໄວ້ ລໍຖ້າວ່າການຄິດໄລ່ເພິ່ນສິໄລ່ແນວໃດ."

ຣົດເຖື່ອນສ່ວນໃຫຍ່ແມ່ນນຳເຂົ້າມາຈາກຈີນແລະໄທ ຜ່ານຊາຍແດນຕ່າງໆ ໃນຫຼາຍຮູບແບບ ການນຳເຂົ້າ ເປັນຕົ້ນການລັກລອບເຂົ້າມາ ແລະຂີ່ເຂົ້າມາແບບນັກທ່ອງທ່ຽວ ຜ່ານດ່ານຕ່າງໆແລ້ວມາຂາຍຕໍ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org