ຜູ້ໃດທີ່ສໍ້ໂກງຊາວລາວ ຢາກຮູ້

ສິດນີ
2017.06.28
F-audit ກົມກວດກາພາຍໃນ ຜແນກສະກັດກັ້ນ ແລະ ຕ້ານການສໍ້ຣາສບັງຫລວງ
RFA/LX

ຊາວລາວຢາກໃຫ້ຣັຖບານ ເປີດເຜີຍຣາຍຊື່ ພະນັກງານຣັຖ ແລະ ສະມາຊິກພັກ ຜູ້ທີ່ພົວພັນ ກັບການ ສໍ້ຣາສບັງຫຼວງ ພາຍຫຼັງທີ່ມີການ ຕັດສິນຈຳຄຸກ ພະນັກງານຣັດ ກຸ່ມດັ່ງກ່າວ ໃນຫລາຍແຂວງ ໃນຣະຍະ 4-5 ປີ ຜ່ານມາ ເພື່ອໃຫ້ ພະນັກງານ ຄົນອື່ນໆ ຮູ້ສຶກຢ້ານກົວ ແລະປັບໂຕເອງ ໃຫ້ເປັນຄົນດີ. ດັ່ງຄົນລາວ ຈາກພາກໃຕ້ທ່ານນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ເມື່ອວັນທີ 20 ມິຖຸນາ 2017 ນີ້ວ່າ:

“ອອກປະກາດໂລດວ່າ ຜູ້ນີ້ບຸກຄົນນີ້ ຫ້າມເອົາເປັນແບບຢ່າງ ອອກມາ ບ້ານນັ້ນບ້ານນີ້ ນາມສະກຸນນັ້ນ ນາມສະກຸນນີ້ ອອກມາເລີຍ ໃຫ້ ມັນຊັດເຈນຄົບຊຸດ. ເທິງອອກຂ່າວ ເທິງວ່າມີຮູບ ມີຫຍັງຕິດ ວ່າເອີ່ ຜູ້ນີ້ເດີ້ ຈັ່ງຊັ້ນຈັ່ງຊີ້ ເຮັດໃຫ້ເຂົາ ຫຼາບໂລດ ກະຄືຜູ້ອື່ນ ເຂົາກະເຫັນ ເປັນຕົວຢ່າງແລ້ວ ເຂົາກະມີ ແນວຄິດວ່າ ເອີ່ຢ້ານກົວແດ່ ຈັກໜ່ອຍ ຫັ້ນນ່າ. ຄືຄູ່ມື້ນີ້ ການສໍ້ຣາສບັງຫຼວງ ບ່ອນອື່ນ ທ່ານນັ້ນ ທ່ານນີ້ເດີ້ ມີແຕ່ວ່າ 20 ຄົນ, ຈັກວ່າແມ່ນໃຜແດ່ ເຮົາກະບໍ່ຮູ້”.

ທ່ານກ່າວຕື່ມວ່າ ນອກຈາກຈະເປີດເຜີຍຣາຍຊື່ແລ້ວ ຍັງມີການປະຈານ ໃນຫນັງສືພິມ ຂອງທາງການນຳອີກ ເພື່ອເຮັດໃຫ້ສັງຄົມ ເຫັນວ່າ ຣັຖບານ ຊຸດປະຈຸບັນ ໄດ້ເອົາຈິງ ເອົາຈັງ ກັບບັນຫານີ້:

“ເຈົ້າຕ້ອງເປີດເຜີຍຊື່ ຊື່ືໆກະບໍ່ໄດ້ ເຈົ້າຕ້ອງອອກ ປະຈານໂລດແຫຼະ ຄັນວ່າຕັ້ງເຮັດຈິງໄດ໋. ພັກດຽວນີ້ ຄັນວ່າເອີ່ ຜະເດັດການແທ້ໆ ກະຕ້ອງເຮັດ ໃຫ້ມັນອັນນີ້ໂລດ ແມ່ນບໍ່. ຄັນວ່າບໍ່ຖືກແທ້ ກະຕ້ອງເຮັດໂລດແຫຼະ. ເຈົ້າຈະຕ້ອງເຮັດ ເປັນແບບຢ່າງ ອອກມາໂລດແຫຼ້ວວ່າ ຜູ້ນີ້ໄດ້ເຮັດ ໃບແຈ້ງເຕືອນ ໃຫ້ຄນະນຳ ໃຫ້ຮັບຮູ້ໝົດແລ້ວ ວ່າມັນເປັນຈັ່ງໃດ ຫັ້ນນ່າ. ຄັນວ່າເຈົ້າຊິປິດບັງ ຄືຈັ່ງຊີ້ນີ້ ເຈົ້າກະສ່ຳບໍ່ວ່າແຫຼະ ຈັກໃຜແມ່ນໂທສແທ້ ຫຼື ໂທສປອມ”.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ສູນກາງພັກ ຜູ້ຂໍສງວນຊື່ທ່ານນຶ່ງໄດ້ຊີ້ແຈງ ໃນວັນທີ 26 ມິຖຸນາ ຜ່ານມາວ່າ ຕາມຄວາມເປັນຈິງ ແມ່ນສາມາດ ເປີດເຜີຍຣາຍຊື່ ຂອງຜູ້ທີ່ຖືກຕັດສິນ ໃນຄະດີ ສໍ້ຣາສບັງຫຼວງໄດ້, ແຕ່ຍ້ອນພາກສ່ວນ ສື່ມວນຊົນ ທີ່ເຮັດໜ້າທີ່ ເຜີຍແຜ່ນັ້ນ ອາຈມີຂໍ້ຈຳກັດ ບາງຢ່າງ ໃນການເຜີຍແຜ່:

“ເພາະໂຕນີ້ມັນກະອາຈຊິມີ ພາກສ່ວນກ່ຽວຂ້ອງພຸ້ນເນາະ ກ່ຽວກັບບໍ່ເປີດເຜີຍຣາຍຊື່ຫັ້ນນ່າ ມັນກະຊິມີ ພາກສ່ວນກ່ຽວຂ້ອງຫັ້ນພວກລົງສື່ ຂ່າວຕ່າງໆ ເຂົາກະຊິມີ ຂໍ້ຈຳກັດບໍ ຫຼືວ່າຈັ່ງໃດ? ບາງອັນ ກະອາຈຊິມີສ່ວນ, ແຕ່ອັນສຳຄັນ ລະແມ່ນເບື້ອງ ພາກສ່ວນກ່ຽວຂ້ອງ ຫັ້ນ ເພິ່ນມີຂໍ້ຈຳກັດ ຊໍ່າໃດ, ຫັ້ນນ່າ”.

ຜ່ານມາທາງການລາວໄດ້ຕັດສິນຈຳຄຸກ ເຈົ້າໜ້າທີ່ຣັຖ ຮ່ວມທັງສະມາຊິກພັກ ຫຼາຍສິບຄົນ ທີ່ແຂວງວຽງຈັນ ແລະແຂວງຫົວພັນ ໃນຄະດີ ຍັກຍອກ ຊັພສິນຂອງຣັຖໄປຂາຍ, ປອມແປງ ເອກກະສານ ກ່ຽວກັບ ໃບຕາດິນ ແລະ ພົວພັນກັບ ການສໍ້ຣາສບັງຫຼວງ ໃນຫຼາຍຮູບແບບ ຈົນເຮັດໃຫ້ ຣັຖບານລາວ ເສັຽຣາຍຮັບ ຫຼາຍສິບຕື້ກີບ. ເຫດການດັ່ງກ່າວ ທາງການລາວ ບໍ່ໄດ້ເປີດເຜີຍ ຣາຍຊື່ຈັກຄົນ ວ່າມີຊື່ ແລະ ນາມສະກຸນ ແນວໃດ ຫຼື ເຮັດວຽກ ຢູ່ຫ້ອງການໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.