ຊາວບ້ານທຸກໃຈນໍາຄ່າ ຕໍ່ໄຟຟ້າ ເຂົ້າບ້ານ
2017.06.02
ປະຊາຊົນຫລາຍບ້ານ ຢູ່ເມືອງເຫລົ່າງາມ ແຂວງສາຣະວັນ ບໍ່ມີໄຟຟ້າໃຊ້ ຍ້ອນບໍ່ສາມາດ ຈ່າຍຄ່າກົງເຕີ ຕິດຕັ້ງໄຟ ເຂົ້າບ້ານ, ຊາວບ້ານ ສ່ວນຫຼາຍ ຍັງທຸກຍາກ ຫາເຊົ້າກິນຄ່ຳ. ຕາມການເປີດເຜີຍ ຂອງເຈົ້າຫນ້າທີ່ ແຂວງສາຣະວັນ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ໃນວັນທີ 1 ມິຖຸນາ ນີ້ວ່າ:
"ອັນນາບໍຣິສັດໄຟຟ້າ ກໍມີເນາະ ເຄືອຂ່າຍແບບເສົາ ແບບຫຍັງມີແລ້ວເນາະ ບໍຣິສັດໄຟຟ້າລາວ ມີແລ້ວເນາະ ແຕ່ວ່າຊາວບ້ານ ຍັງບໍ່ມີເງິນ ຕີດຕັ້ງ ເຂົາກໍເລີຍ ບໍ່ທັນໄດ້ ຊາວບ້ານ ຍັງບໍ່ມີ ຄວາມສາມາດເຮັດໄດ້ ຊາວບ້ານ ບໍ່ມີເງິນ ເອົາໄຟເຂົ້າ ບໍ່ແມ່ນມີແຕ່ບ້ານ ກະສະດອກ ກໍມີຫລາຍບ້ານເນາະ ຍັງຂາດເຂີນແນວນັ້ນ".
ທ່ານວ່າ ການທີ່ປະຊາຊົນ ບໍ່ມີໄຟຟ້າໃຊ້ນັ້ນ ບໍ່ແມ່ນເປັນຍ້ອນວ່າ ເຂດດັ່ງກ່າວ ບໍ່ມີໄຟຟ້າ ແຕ່ເປັນຍ້ອນວ່າ ພວກຂະເຈົ້າທຸກຍາກ ບໍ່ມີ ເງີນຈ່າຍຄ່າຕິດຕັ້ງ ກົງເຕີໄຟ ເຂົ້າບ້ານ ທັ້ງໆທີ່ໃນເຂດນີ້ ມີເຂື່ອນໄຟຟ້າ ແລະ ກໍມີສາຍສົ່ງໄຟ ໄປສູ່ເຂດເມືອງແລະແຂວງ ໃນຫຼາຍ ພື້ນທີ່.
ຕາມຣະບຽບການ ປະຊາຊົນຕ້ອງ ເປັນຜູ້ອອກເງິນເອງ ໃນການເອົາໄຟເຂົ້າບ້ານ ທາງການບໍ່ມີງົບປະມານ ໃນພາກສ່ວນນີ້, ເຣື້ອງການ ຕິດຕັ້ງກົງເຕີ ໄຟຟ້າ ເຈົ້າຫນ້າທີ່ ໄຟຟ້າ ທ່ານນຶ່ງເວົ້າວ່າ:
"ເຮົາຕ້ອງໄປກວດເບິ່ງກ່ອນຈື່ງ ຈະຮູ້ຣາຄາເນາະ ທັມມະດານີ້ ຖ້າໄປທຽບໃສ່ ຕົວນ້ອຍນີ້ ກໍປະມານ ຕົກຢູ່ປະມານ 2 ແສນ ຫັ້ນແຫລະ ຕົວນ້ອຍມັນມີຕົວ 3/9 ແລ້ວກໍມີ 5/9 ແລະ 6/9 ມັນມີເປັນຂນາດໆ".
ຜ່ານມາ ຮູ້ແຕ່ວ່າ ປະຊາຊົນໃນເຂດ ສອກຫລີກຫ່າງໄກ ບໍ່ມີໄຟຟ້າໃຊ້ ຍ້ອນບໍ່ມີສາຍສົ່ງ ແຕ່ໃນປັດຈຸບັນ ເຖີງແມ່ນວ່າ ຈະມີກະແສໄຟຟ້າ ທົ່ວເຖີງ ແຕ່ຊາວບ້ານ ຍັງບໍ່ມີ ໄຟຟ້າໃຊ້ຢູ່ ຍ້ອນຄ່າຕິດຕັ້ງສູງ.