ຄ່າເງິນກີບລົງຄ່າອາຫານ ຂຶ້ນ

ມະນີຈັນ
2017.06.22
F-food ອາຫານສໍາເຣັດຮູປ ທີ່ຂາຍຕາມທ້ອງຕລາດ ໃນນະຄອນຫຼວງວຽງຈັນ
RFA/LX

ຄ່າເງິນກີບຕົກຕໍ່າ ເຮັດໃຫ້ເງິນກີບເຟີ້ ແຕ່ກໍເຟີ້ບໍ່ຫລາຍ ເມື່ອທຽບໃສ່ ເງິນໂດລາ ສະຫະຣັຖ ແລະ ເງິນບາດ ທີ່ແຂງຕົວຂຶ້ນ ໃນປັດຈຸບັນ ເຮັດໃຫ້ ຣາຄາສິນຄ້າ ພາຍໃນປະເທດ ໂດຍສະເພາະ ອາຫານແພງຂຶ້ນ, ດັ່ງເຈົ້າໜ້າທີ່ ທະນາຄານ ການຄ້າຕ່າງປະເທດ ນະຄອນຫຼວງ ວຽງຈັນ ກ່າວໃນວັນທີ 21 ມິຖຸນາ ນີ້ວ່າ:

"ສໍາລັບມື້ນີ້ເນາະ ໂດລາປ່ຽນກີບ 8.232 ກີບ ເງິນໄທ ປ່ຽນເອົາກີບ 242.87 ສໍາລັບ ເອົາບາດເອົາກີບ ໂດລາເອົາກີບ ສາມາດປ່ຽນເອົາໄດ້ ບໍ່ຈໍາກັດ ຖ້າວ່າກີບ ຊື້ໂດລ່າ ຫລືບາດ ຈະບໍ່ໄດ້ ປັດຈຸບັນ ເງິນໂດລາ ແລະເງິນບາດ ຈະແຂງຕົວຂຶ້ນ ແຕ່ຂຶ້ນໜ້ອຍນຶ່ງ ຈະບໍ່ຫລາຍເນາະ ຫລຸດລື່ນກັນເລັກນ້ອຍ".

ນາງກ່າວຕື່ມວ່າກຸ່ມຜູ້ປະກອບການ ຮ້ານຄ້າຫລືຕລາດເຖື່ອນ ທີ່ຮັບແລກປ່ຽນເງິນຕຣາ ໃຫ້ນັກທ່ອງທ່ຽວ ມີຫລາຍໃນປັດຈຸບັນ ໂດຍຈະຕັ້ງ ອັດຕຣາແລກປ່ຽນ ໃນຣາຄາສູງກວ່າ ທະນາຄານ ຊຶ່ງເປັນສ່ວນນຶ່ງ ທີ່ເຮັດໃຫ້ ທະນາຄານ ການຄ້າ ຕ່າງປະເທດ ບໍ່ສາມາດເກັບ ເງິນຕຣາ ຕ່າງປະເທດ ໄດ້.

ຄ່າເງິນກີບຕົກຕໍ່າ ເປັນບັນຫາ ໃຫ້ປະຊາຊົນລາວ ຕ້ອງໄດ້ຊື້ສິນຄ້າ ໃນຣາຄາທີ່ແພງຂຶ້ນ ເປັນຕົ້ນວ່າ ຊີ້ນງົວ, ຜັກ, ແລະ ໝາກໄມ້. ດັ່ງ ຊາວບ້ານຫ້ວຍງາມ ເມືອງວັງວຽງ ແຂວງວຽງຈັນ ເວົ້າວ່າ:

"ຄູ່ມື້ນີ້ເບາະ ເຂົ້ານີ້ມື້ນຶ່ງ ປະມານ 70 ປາຍພັນຕໍ່ 12 ໂລ ກະຖືວ່າເຂົ້າວ່າສໍ່ານັ້ນ ສົມຄວນຢູ່ວ່າແພງ ເຣື່ອງປູປານີ້ ກະທັມດາ ເປັດໄກ່ ນີ້ກະ ໂລລະ 45 ພັນ ວ່າປົກຕິແຫລະ ວ່າຊີ້ນງົວ ຊີ້ນຄວາຍ ຊ່ວງນີ້ກະຄື ຂຶ້ນສູງແຫລະ ປະມານ 70 ປາຍພັນ".

ທະນາຄານໂລກ ຣາຍງານເມື່ອເດືອນພຶສພາ 2017 ນີ້ວ່າ ທະນາຄານໂລກ ມີຄວາມເປັນຫ່ວງ ເຣື່ອງສະພາບ ເງິນຕຣາ ຂອງສປປລາວ ເນື່ອງຈາກວ່າ ໃນຣະຍະ 6 ເດືອນ ທ້າຍປີ 2016 ຣາຄາສິນຄ້າແພງຂຶ້ນ ແລະ ສປປລາວ ມີເງິນຕຣາ ຕ່າງປະເທດ ສໍາລອງໄວ້ໜ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.