ສປປ ລາວ ຍັງຕິດກັບດັກໜີ້ ຈີນ

0:00 / 0:00

ໜີ້​ສິນ​ສາ​ທາ​ຣະ​ນະ ​ຂອງ​ປະ​ເທດ​ລາວ ຈະ​ສູງ​ຂຶ້ນເກືອບ 95% ຂອງ​ມູນ​ຄ່າ​ ລວມຍອດ​ຜ​ລິ​ຕພັນ ​ພາຍ​ໃນ ຫຼື GDP ໃນ​ທ້າຍ​ປີ 2022 ນີ້ ເຮັດ​ໃຫ້​ປະ​ເທດ​ລາວ ທີ່​ເປັນ​ປະ​ເທດ ​ຕິດ​ກັບ​ດັກ​ໜີ້​ຈີ​ນ ​ຫຼາຍ​ທີ່​ສຸດ​ໃນ​ເອ​ເຊັຽ ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ​ທີ່​ຈະ​ຜິດ​ນັດ​ຊຳ​ລະ ​ການ​ຈ່າຍ​ໜີ້, ອີງ​ຕາມ​ການ​ປະ​ເມີນ​ ຈາກ​ທະ​ນາ​ຄານ​ໂລກ ໃນ​ເດືອນ​ຕຸ​ລານີ້.

ສຳ​ນັກ​ຂ່າວ ເອ​ເຊັຽ​ທາ​ມ​ສ໌ ໄດ້​ຣາຍ​ງານ ແລະ ວິ​ເຄາະ​ວ່າ ໜີ້​ສິນ​ຂອງ​ປະ​ເທດ​ລາວ ລວມ​ທັງ​ໜີ້​ສິນ​ ຄຳ​ປະ​ກັນ ທີ່ບໍ່​ໄດ້​ລະ​ບຸ ​ຢູ່​ໃນ​ໂຕ​ເລກ ນັ້ນ​ຈະ​ເຮັດ​ໃຫ້ ຍອດ​ມູນ​ຄ່າ​ທັງ​ໝົດ ຂອງ​ໜີ້​ສິນ ​ທີ່​ຣັຖບານ​ລາວ​ ຈະ​ຮັບ​ຜິດ​ຊອບ​ນັ້ນ ມີ​ອັ​ດ​ຕ​ຣາ​ສ່ວນ​ເກີນ 100% ຂອງ​ລວມຍອດ​ ມູນ​ຄ່າ​ຜ​ລິ​ຕ​ພັນ​ພາຍ​ໃນ ຫຼື GDP ແລະ ນີ້​ຖື​ວ່າ ເປັນ​ຄັ້ງ​ທຳ​ອິດ​ໃນ​ປີນີ້ ແລະ ນັ້ນ​ເປັນ​ການ​ອອກ​ມາ​ຍອມ​ຮັບ ​ຢ່າງ​ເປັນ​ທາງ​ການ. ຫຼັງ​ຈາກ​ ປະ​ເທດ​ສີ​ລັງ​ກາ ເກີດ​ວິ​ກິ​ຕການ ​ທາງ​ດ້ານ​ການ​ເງິນ ໃນ​ຕົ້ນ​ປີ 2022, ປະ​ເທດ​ລາວ ປະ​ສົບ​ກັບ​ບັນ​ຫາ ​ທາງ​ດ້ານ​ການ​ເງິນ ແລະ ສະ​ຖາ​ບັນ​ຫານ​ເງິນ​ຕ່າງໆ ກໍ​ບໍ່​ໃຫ້​ຄວາມ​ສົນ​ໃຈ​ ໃຫ້​ເງິນ​ກູ້​ຢືມ​ແກ່​ລາວ.

ສຳ​ນັກ​ຂ່າວ ເອ​ເຊັຽ​ທາມ​ສ໌ ຍັງ​ຣາຍ​ງານ​ວ່າ ປະ​ເທດ​ລາວ ຈະ​ຕ້ອງ​ຈ່າຍ​ໜີ້​ສິນ ​ຕໍ່​ປີເປັນ​ມູນ​ຄ່າ 1.3 ລ້ານ​ໂດ​ລ້າ​ຣ໌ ແຕ່​ປີ 2022-2026. ຣັ​ຖ​ບານ​ລາວ ປັດ​ຈຸ​ບັນ ກຳ​ລັງ​ຂຸ້ນ​ຂ້ຽວ ​ການ​ຄ້ຳ​ປະກັນ ຂໍ​ເລື່ອນ​ການຊຳ​ລະ​ໜີ້.

ປະ​ເທດ​ລາວ ມີ​ບັນ​ຫາ​ການ​ຈ່າຍ​ໜີ້​ສິນ ຕາມ​ກຳ​ນົດ​ເວ​ລາ ຍ້ອນ​ວ່າ ປະ​ເທດ​ລາວ ໄດ້​ຮັບ​ຜົ​ລ​ກະ​ທົບ​​ທາງ​ດ້ານ​ເສ​ຖ​ກິ​ຈ ໃນ​ປີນີ້.

ອັດ​ຕ​ຣາ​ເງິນ​ກີບ​ເມື່ອ​ທຽບ​ໃສ່​ ອັດ​ຕ​ຣາ​ເງິນ​ໂດ​ລ້າ​ຣ໌ ອ່ອນ​ຄ່າ​ລົງ 37% ນັບ​ແຕ່​ເດືອນ ມົກ​ກະ​ຣາ ຫາ ເດືອນ​ສິງ​ຫາ ໃນ​ຂ​ະ​ນະ​ທີ່ ​ອັດ​ຕ​ຣາ​ເງິນ​ເຟີ້ ໃນ​ເດືອນ​ກັນ​ຍາ ທີ່​ຜ່ານ​ມາ ຢູ່​ທີ່ 30.05 %.

ປັດ​ຈຸ​ບັນ ທະ​ນາ​ຄານ​ໂລກ​ ຄາດ​ການ​ວ່າ ເສ​ຖ​ກິ​ຈ​ລາວ ຈະ​ເຕີບ​ໂຕ​ພຽງ​ແຕ່ 2.5 % ໃນ​ປີນີ້ ເຊິ່ງ​ຕ່ຳ​ກວ່າທີ່​ຄາດ​ການ​ເອົາ​ໄວ້ ​ໃນ​ຕົ້ນ​ປີ​ວ່າ ຈະ​ເຕີບ​ໂຕ 3.8%.

ປະ​ເທດ​ລາວ ປະ​ສົບ​ກັບ​ບັນ​ຫາ ການ​ຂາດ​ແຄນ​ເງິນຕ​ຣາ ​ຕ່າງ​ປະ​ເທດ ຢູ່​ໃນ​ຄັງ​ສະ​ສົມປະ​ມານ 1.3 ຕື້ ໂດ​ລ້າ​ຣ໌ ເທົ່າ​ກັບມູນ​ຄ່າ​ ການ​ຈ່າຍ​ໜີ້​ປະ​ຈຳ​ປີ​ຂອງ​ລາວ.

ຈີນ​ເປັນ​ເຈົ້າ​ໜີ້ ​ຣາຍ​ໃຫຍ່​ທີ່​ສຸດ ຂອງ​ລາວ ເຊິ່ງ​ໜີ້​ສິນ ທີ່​ຣັ​ຖ​ບານ​ລາວຕິດ​ໜີ້​ຈີນ ກວມ​ເອົາ​ຫຼາຍກວ່າເຄິ່ງ​ນຶ່ງ ຂອງ​ຈຳ​ນວນ​ໜີ້​ສິນ ​ທັງ​ໝົດ​ຂອງ​ລາວ.​

ມີ​ຄວາມ​ເປັນ​ຫ່ວງ​ຫຼາຍ​ຂຶ້ນ ກ່ຽວ​ກັບ​ວ່າ ຣັ​ຖ​ບານ​ຈີນ ຈະເຮັດ​ແນວ​ໃດ ຖ້າ​ວ່າຣັ​ຖ​ບານ (ລາວ) ບໍ່​ສາ​ມາດ​ໃຊ້​ໜີ້​ໄດ້​ ຕາມ​ກຳ​ນົດ​ເວ​ລາ.

ບົດ​ຖ​ແລງ​ຂ່າວ​ ຂອງ​ທະ​ນາ​ຄານ​ໂລກ ທີ່​ເຜີ​ຍ​ແຜ່​ໃນ​ຕົ້ນ​ເດືອນ​ກັນ​ຍາ ໄດ້​ລະ​ບຸ​ວ່າ ການ​ເລື່ອນ​ກຳ​ນົດໃຊ້​ໜີ້​ຕ່າງ​ປະ​ເທດ ແມ່ນ​ການ​ແກ້​ໄຂ​ບັນ​ຫາ ​ໄລ​ຍະ​ສັ້ນ ນັບ​ແຕ່​ປີ 2020, ແຕ່​ວ່າ ຜົ​ລ​ຂອງ​ການ​ເຈ​ຣະ​ຈາ​ ເຣື່ອງ​ໜີ້​ສິນ ກຳ​ລັງ​ດໍ​ານີນ​ໄປ ກັບເຈົ້າ​ໜີ້​ທັງຫຼາຍ ທີ່​ສຳ​ຄັນຕໍ່​ກັບການຟື້ນ​ຟູ ແນວ​ທາງການ​ຄວບ​ຄຸມ ​ໜີ້​ສິນແບບ​ຍືນ​ຍົງ ຍັງ​ບໍ່​ທັນອອກ​ມາ ​ຢ່າງ​ຊັດ​ເຈນ. ແຕ່​ວ່າ ສ​າ​ສ​ຕຣາ​ຈານ ໂຕຊິໂຣ ນິຊິ໋ຊະວ໋າ (Toshiro Nishizawa) ຢູ່​ມະ​ຫານ​ວິ​ທະ​ຍາ​ໄລ ໂຕ​ກຽວ​ ປະ​ເທດ​ຍີ່​ປຸ່ນ ໄດ້​ອອກ​ຄຳ​ເຫັນ​ໂຕ້​ແຍ້ງວ່າ ຈີນຈະ​ບໍ່​ປ່ອຍ​ໃຫ້​ລາວ ຜິດ​ນັດ​ຊຳ​ລະ​ການ​ຈ່າຍ​ໜີ້.

ອີ​ງ​ຕາມ​ຂໍ້​ມູນ​ ຈາກສູນ​ການ​ວິ​ຈັຍ ເອດດາຕ້າ (AidData) ຢູ່​ວິ​ທະ​ຍາ​ໄລ ວິລຽມ ແອນດ໌ ແມ໋ຣີ (William & Mary) ຢູ່​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ, ຕາມ​ໂຕ​ເລກ​ ຢ່າງ​ເປັນ​ທາງ​ການ, ລາວ​ເປັນ​ໜີ້​ຈີນ ແຕ່​ປີ 2000-2017 ແມ່ນ 5.57 ຕື້ ໂດ​ລ້າ​ຣ໌, ແຕ່ ຍັງ​ມີ​ໜີ້ ​ທີ່ບໍ່​​ເປັນ​ທາງ​ການ ​ຕື່ມ​ອີກເຊິ່ງ​ລວມ​ແລ້ວ ທັງ​ໜີ້​ເປັນ​ທາງ​ການ​ ແລະ ບໍ່​ເປັນ​ທາງ​ການ ແມ່ນ 6.69 ຕື້ ໂດ​ລ້າ​ຣ໌.

ທ່ານ ແບຣດລີ້ ພາຣ໌ກສ໌ (Bradley Parks) ຜູ້​ອຳ​ນວຍ​ການ ​ສູນ​ການ​ວິ​ຈັຍ ເອດດາຕ້າ (AidData) ໄດ້​ກ່າວຕໍ່​ສຳ​ນັກ​ຂ່າວ ເອ​ເຊັຽ​ທາມ​ສ໌ ວ່າ ໃນ​ຫຼັກ​ການ​ແລ້ວ, ມູນ​ຄ່າ​ໜີ້​ສິນ​ຂ​ອງ​ລາວ 6.69 ຕື້​ໂດ​ລ້າ​ຣ໌ ກວມ​ເອົາ​ເອົາ 35.4% ຂອງ ລວມຍອດ​ຜ​ລິ​ຕ​​ພັນ​ພາຍ​ໃນ ເຊິ່ງ​ໂຕ​ເລກນີ້ ແມ່ນແຍກ​ອອກ​ຈາກ ຈາກຈຳ​ນວນໂຕ​ເລກເກືອບ 95% ຂອງ​ລວມຍອດ​ຜ​ລິ​ຕ​ພັນ​ພາຍ​ໃນ ທີ່ມີ​ການ​ປະ​ເມີນ ​ຈາກ​ທະ​ນາ​ຄານ​ໂລກ, ແຕ່ ​ສຳ​ນັກ​ຂ່າວ Nikkei Asia ລາຍ​ງານ​ໄປ ໃນ​ເດືອນ​ກັນ​ຍາ ທີ່​ຜ່ານ​ມາ ວ່າ ມູນ​ຄ່າ​ໜີ້​ສິນ ​ຂອງລາວແມ່ນກວມ​ເອົາ 120% ຂອງ​ລວມຍອດ​ຜ​ລິຕ​ພັນ​ພາຍ​ໃນ ຫຼື GDP ໃນ​ປີ 2021, ແລະ ໃນ​ປີ​ທ້າຍ​ປີ 2022 ໂຕ​ເລກຈະ​ສູງ​ກວ່າ​ນີ້.

ເຊິ່ງ​ໂຕ​ເລກ​ທັງ​ 2 ມີ​ຄວາມ​ແຕກ​ຕ່າງ​ກັນ ໂດຍທີ່ທະ​ນາ​ຄານ​ໂລກ ປະ​ເມີນ​ວ່າ ມູນ​ຄ່າໜີ້​ສິນ​ ຂອງ​ລາວໃນ​ທ້າຍ​ປີ 2022 ກວມ​ເອົາ​ເກືອບ 95% ຂອງ​ລວມຍອດ​ຜ​ລິ​ຕພັນ ​ພາຍ​ໃນ, ສ່ວນ​ວ່າ ສຳ​ນັກ​ຂ່າວ Nikkei Asia ຣາຍ​ງານ​ວ່າ ໜີ້​ສິນ​ຂອງ​ລາວຈະ​ສູງ​ຂຶ້ນ​ກວ່າ 120% ຂອງ​ລວມຍອດ​ຜ​ລິ​ຕ​ພັນ​ພາຍ​ໃນ ຫຼື GDP ໃນ​ປີ 2022.

ທະ​ນາ​ຄານ​ໂລກ ໄດ້​ອອກ​ບົດຖ​ແລງ​ຂ່າວ ໃນ​ເດືອນ​ຕຸ​ລານີ້ ຄາດ​ການ​ວ່າ ໜີ້​ສິນ​ຂອງ​ປະ​ເທດ​ລາວ ຈະ​ກວມ​ເອົາເກືອບ 95% ຂອງ​ລວມຍອດ​ຜ​ລິ​ຕພັນ​ພາຍ​ໃນ​ ໃນ​ປີ 2022, ແລະ ໜີ້​ສິນຈະ​ເພີ່ມ​ຂຶ້ນ​ປະ​ມານ 96% ຂອງ​ລວມຍອດ​ຜ​ລິດຕ​ພັນ​ພາຍ​ໃນ ໃນ​ປີ 2023.

ປະ​ເທ​ດ​ລາວ ​ຕິດ​ໜີ້​ຕ່າງ​ປະ​ເທດ​ ເພີ່ມ​ຂຶ້ນເປັນ​ລຳ​ດັບ ໂດຍ​ສະ​ເພາະນັບ​ແຕ່​ປີ 2010-2016 ເຊິ່ງ​ເປັນ​ປີ​ທີ່​ຣັ​ຖ​ບານ ມີ​ການ​ຢືມ​ຕ່າງ​ປະ​ເທດ​ຫຼາຍ.

ທ່ານ ບຸນ​ໂຈມ​ ອຸ​ບົນ​ປະ​ເສີດ ​ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ການ​ເງິນ ໄດ້ກ່າວ​ ຢູ່​ໃນ​ກອງ​ປະ​ຊຸມ ສ​ມັຍ​ສາ​ມັນ​ເທື່ອ​ທີ 3 ຂອງ​​ສະ​ແຫ່ງ​ຊາຕ ຊຸດ​ທີ 9 ໃນ​ວັນ​ທີ 20 ມິ​ຖຸ​ນາ 2022 ຕອນ​ນຶ່ງ​ວ່າ:

" ໃນ ​ປີ 2010 ເຮົາ​ໃຊ້​ໜີ້​ຕ່າງ​ປະ​ເທດ ບໍ່​ເກີນ 160 ລ້ານ ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ປົກ​ຕິ ລາຍ​ຮັບ​ພາຍ​ໃນ​ເຮົາ​ກະ​ສາ​ມາດ​ ປະ​ຄັບ​ປະ​ຄອງ​ໄດ້ ແຕ່​ ພວກ​ເຮົາ​ກະ​ທົບ​ແຮງ​ເຣີ່ມ​ແຕ່​ປີ 2019 ຂຶ້ນ​ມານີ້ ແມ່ນ 1,200 ລ້ານ ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ຕໍ່​ປີ ມາ​ຮອດ​ປີ 2022 ນີ້​ລະ​ແມ່ນ 1,400 ລ້ານ​ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ​ຕໍ່​ປີ ສະ​ເພາະ​ໃຊ້​ໜີ້​ສິນ​ຕ່າງ​ປະ​ເທດ."

ທ່ານ ບຸນ​ໂຈມ ອຸ​ບົນປະ​ເສີດ ໄດ້​ກ່າວ ຕື່ມ​ອີກວ່າ:

" ເຈົ້າ ​ໜີ້​ຕ່າງໆ​ນີ້ ບໍ່​ວ່າ​ແຕ່​ຝ່າຍ​ໃດ ແມ່ນ​ຖາມ​ເຮົາ​ນີ້​ວ່າ ເຈົ້າ​ຈະ​ເອົາ​ຫຍັງ​ມາ​ຊຳ​ລະ ໃນ​ກໍ​ລະ​ນີ​ເລື່ອນ​ຊຳ​ລະ​ໃຫ້ ກະ​ປີ​ນັ້ນ​ຈະ​ເອົາ​ຫຍັງ​ມາ​ຊຳ​ລະ ອັນ​ນັ້ນ​ແມ່ນ​ຄຳ​ເຈາະ​ຈີ້ມ ​ທີ່​ເຂົາ​ເຈົ້າ​ຢາກ​ໄດ້​ນຳ​ເຮົາ​ທີ່​ສຸດ ສຳ​ລັບ​ໜີ້​ສິນ​ຕ່າງ​ປະ​ເທດນີ້ ລະ​ກະ​ແຫຼ່ງ​ລາຍ​ຮັບ​ທີ່​ພວກ​ເຮົາ ​ຈະ​ຊອກ​ຄົ້ນ​ນີ້ ແມ່​ນ​ສ່​ວນ​ໃຫຍ່​ຈາກ​ແຮ່​ທາຕນີ້​ແຫຼະ​ເປັນ​ພື້ນ​ຖານ."

ປະ​ເທດ​ລາວ​ ຕິດໜີ້​ຕ່າງ​ປະ​ເທດ 14.5 ຕື້​ໂດ​ລ້າຣ໌ ໃນ​ປີ 2021, ໃນ​ນັ້ນ ໜີ້​ສິນ​ໃນຂ​ແນງ​ການ​ໄຟ​ຟ້າ​ກວມ​ເອົາ 4.35 ຕື້​ໂດ​ລ້າຣ໌ ຫຼື ເທົ່າ​ກັບ 30% ອີງ​ຕາມຂໍ້​ມູນ ​ຈາກ​ທະ​ນາ​ຄານ​ໂລກ.

ຢູ່​ໃນ​ກອ​ງ​ປະ​ຊຸມຄັ້ງ​ທີ 27 ທີ່​ມີ​ຫົວ​ຂໍ້​ວ່າ ອະ​ນາ​ຄົຕຂອງເອ​ເຊັຽ ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫລວງ​ ໂຕ​ກຽວ ປະ​ເທດ​ຍີ່​ປຸ່ນ ໂດຍ​ຜ່ານ​ລະ​ບົບ​ວີ​ດີ​ໂອ ທາງໄກ, ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ ປະ​ເທດ​ລາວ ໄດ້​ກ່າວ ຕອນ​ນຶ່ງວ່າ:

“ພວກ​ເຮົາ​ກຳ​ລັງ​ ພະ​ຍາ​ຍາມ​ຈ່າຍ​ໜີ້ ຕາມ​ຄວາມ​ສາ​ມາດ ແລະ ຕາມລະ​ບົບ ແລະ ຕາມຄວ​າມ​ຈຳ​ເປັນ​ຂອງ​ສະ​ພາບ ​ການ​ປັ​ຈຸ​ບັນ ຂ້າພະ​ເຈົ້າ​ [ທ່ານ ທອງ​ລຸນ] ຈະ​ເວົ້າ​ວ່າ ພວກ​ເຮົາ​ບໍ່​ໄດ້​ຕິດ​ກັບ​ດັກ​ໜີ້ ໃນ​ຕອນນີ້.”

ກ່ຽວກັບການຊໍາລະໜີ້ສິນ,​ ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວ ທາງດ້ານເສຖກິຈລາວ ແລະ ຕິດຕາມບັນຫາ ປະເທດລາວ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ທາງອອກທີ່ຣັຖບານລາວ ຈະເຮັດ ກໍຄື ເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ, ມີການແລກປ່ຽນໜີ້​ສິນ ລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ທນາຄານແຫ່ງ ສປ ຈີນ. ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທະນາຄານແຫ່ງ ສປປ ລາວ ຢືມ ມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນ ຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້.”

ຂໍ້​ມູ​ນ​ຈາກ​ທະ​ນາ​ຄານ​ແຫ່ງ ສ​ປ​ປ​ ລາວ ໄດ້​ລະ​ບຸ​ ອັດ​ຕ​ຣາ​ເງິນ​ເຟີ້ ໃນ​ເດືອນ​ມົກ​ກະ​ຣາ ຫາ ເດືອນ​ກັນ​ຍາ ປີ 2022 ຄື:

  1. ເດືອນ​ມົກ​ກະ​ຣາ ອັດ​ຕຣາ​ເງິນ​ເຟີ້ ຢູ່​ທີ່ 25%
  2. ເດືອນ​ກຸມ​ພາ ອັດ​ຕ​ຣາ​ເງິນ​ເຟີ້ 31%
  3. ເດືອນ​ມີ​ນາ 54%
  4. ເດືອນ​ເມ​ສາ 86%
  5. ເດືອນ​ພຶ​ສ​ພາ 81%
  6. ເດືອນ​ມິ​ຖຸ​ນາ61%
  7. ກໍ​ຣະ​ກະ​ດາ 62%
  8. ສິງ​ຫາ 01%
  9. ກັນ​ຍາ 34.05%