ປັຈຈຸບັນຣັຖບານລາວ ກຳລັງປະເຊີນກັບ ໂຄວິດ-19 ທີ່ຣະບາດໜັກ ສົ່ງຜົລໃຫ້ເສຖກິຈ ຖົດຖອຍ ແລະ ປະຊາຊົນ ກໍຫາກິນລຳບາກ ແຕ່ຣັຖບານລາວກໍໃຫ້ບູຣິມະສິດ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຈົນສຳເຣັດກາຍ 90% ພ້ອມເປີດຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 2 ທັນວາ 2021 ແລະ ເປີດໃຫ້ການບໍຣິການ ຖ້ຽວທຳອິດໃນວັນທີ 3 ທັນວາ 2021.
ໂຄງການທາງຣົດໄຟ ລາວ-ຈີນ ທີ່ເປັນສ່ວນນຶ່ງ ຂອງເຄືອຂ່າຍຣົດໄຟ ໂດຍສານ ແລະຣົດໄຟບັນທຸກສິນຄ້າ ຂົນສົ່ງທີ່ມີໄລຍະທາງ 3,000 ກິໂລແມັດທີ່ເຣີ້ມຕົ້ນຈາກ ນະຄອນຄຸນມິງ ມົນທົນຢູນານຂອງຈີນຜ່ານປະເທດລາວ ແລະຈະເຊື່ອມໄປຍັງໄທຍ, ມາເລເຊັຽ ເຂົ້າຊູ່ສິງກະໂປ. ທ່ານໂພໄຊ ໄຂຄຳພິທູນ ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ຄະນະຊີ້ນຳໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ກ່າວຕໍ່ສື່ມວນຊົນພາຍໃນເມື່ອວັນທີ 18 ພຶສຈິກາ ບາງຕອນສຳຄັນວ່າ:
"ຜ່ານ ການ ໄປ ສຳ ຣວດ ເບິ່ງ ໂຕ ຈິງ ຢູ່ ເຂ ດ ທີ່ ຈະ ສ້າງ ດ່ານ ສາ ກົ ລ ທາງ ຣົດ ໄຟ ລາ ວ - ຈີນ ສະ ຖາ ນີ ບໍ ເຕັນ ຮວມ ເຖິງ ໄດ້ ຟັງ ຣາຍ ງານ ຈາກ ພາກ ສ່ວນ ຕ່າງໆ ໃນ ກອງ ປະ ຊຸມ ກໍ ສາ ມາດ ຕີ ຣາ ຄາ ໄດ້ ວ່າ ການ ກະ ກຽມ ພື້ນ ຖານ ໂຄງ ຮ່າງ ກໍ ຄື ການ ກະ ກຽມ ວຽກ ງານ ຕ່າງໆ ເພື່ອ ຮອງ ຮັບ ໃຫ້ ແກ່ ການ ເປີດ ນຳ ໃຊ້ ທາງ ຣົດ ໄຟ ລາ ວ - ຈີນ ມີ ຄວາມ ພ້ອມ 100%. ເບື້ອ ງ ຕົ້ນ ຈະ ໃຫ້ ການ ບໍ ຣິ ການ ສະ ເພາະ ຜູ້ ໂດຍ ສານ ພາຍ ໃນ ປະ ເທດ ຈາກ ນະ ຄອນ ຫຼວງວຽງ ຈັນ ຫາ ແຂວງ ຫຼວງ ນ້ຳ ທາ ມື້ລະສອງ ຖ້ຽວ , ສ່ວນ ການ ຂົນ ສົ່ງ ສິນ ຄ້າ ລະ ຫວ່າງ ລາວ - ຈີນ ຈະ ເຣີ່ມ ຕັ້ງ ແຕ່ ມືຶ້ ເປີດ ບໍ ຣິ ການ ໄປ ເລີຍ ມື້ ລະ 2 ຖ້ຽວ , ຖ້ຽວ ລະ 2,000-3,000 ຕັນ. " ໃນຂນະທີ່ ທ່ານ ຈຸ້ຍໂກຈຽງ ປະທານບໍຣິສັດທາງຣົດໄຟ ລາວ-ຈີນ ໄດ້ກ່າວເມື່ອວັນທີ 21 ພຶສຈິກາ ທີ່ຜ່ານມາວ່າ ການທົດລອງແລ່ນເປັນເວລາ 17 ວັນເພື່ອກວດກາ ເຕັກນິກ ເຄື່ອນທີ່ຮອບດ້ານ ແລະໄດ້ສຳເຣັດການກວດກາ ວຽກງານທັງໝົດເມື່ອວັນທີ 20 ພຶສຈິກາ ຜ່ານມາ ທຸກໜ້າວຽກໄດ້ສຳເຣັດໂດຍພື້ນຖານ ຍັງເຫຼືອແຕ່ວຽກຕົບແຕ່ງ ແລະສິ່ງອຳນວຍຄວາມສະດວກ ຂອງຜູ້ໂດຍສານ ຮວມທັງວາງມາຕການປ້ອງກັນ ຄວບຄຸມການຣະບາດ ຂອງພະຍາດ ໂຄວິດ-19.
ທ່ານໄດ້ກ່າວຕື່ມວ່າ ພວກເຮົາໄດ້ຮ່ວມມືຢ່າງໃກ້ຊິດ ກັບຣັຖບານລາວ ກໍຄືມະຫາວິທຍາລັຍ ແຫ່ງຊາດເພື່ອຝຶກອົບຮົມ ບຸກຄະລາກອນ ມາຮັບໃຊ້ຜູ້ໂດຍສານຣົດໄຟ ລະຫວ່າງປະເທດ ໂດຍຄາດວ່າຈະຮັບເອົາພະນັກງານທີ່ເປັນຄົນລາວ ບໍຣິການເທິງຣົດໄຟ 2,500 ຄົນ.
ຕໍ່ກັບຂ່າວການເປີດ ບໍຣິການ ຣົດໄຟ ລາວ-ຈີນ ຢ່າງເປັນທາງການ ປະຊາຊົນລາວໄດ້ໃຫ້ຄຳເຫັນວ່າ ທາງຣົດໄຟນີ້ຈະມາສ້າງຄວາມຈະເຣີນຮຸ່ງເຮືອງ ໃຫ້ກັບປະເທດຊາດ. ດັ່ງປະຊາຊົນ ຊາວນະຄອນຫຼວງວຽງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 22 ພຶສຈິກາ ວ່າ ມັນສ້າງຄວາມສະດວກ ໃຫ້ຫຼາຍຢ່າງທັງການທ່ອງທ່ຽວ ແລະການຂົນສົ່ງ.
" ເພາະ ວ່າ ມັນ ກໍ ມີ ຄວາ ມ ສະ ດວກ ຫຼາຍ ຢ່າງບໍ່ ວ່າ ຈະ ເປັນ ການ ທ່ອງ ທ່ຽວ ການ ຄົມ ມະ ນາ ຄົມ ມັນ ເຮັດ ໃຫ້ ການ ພົວ ພັນ ໄປ ມາ ໄດ້ ສະ ດວກ ຂື້ນ ການ ສົ່ງ ສິນ ຄ້າ ກໍໄວ ຂື້ນ ການ ນຳ ທ່ຽວ ກໍ ໄວ ຂື້ນ ແລະເຮັດ ໃຫ້ ປະ ຊາ ຊົນ ມີ ລາຍ ຮັບ ເພີ່ມ ຂື້ນ ຫຼາຍ ."
ສ່ວນປະຊາຊົນ ຊາວແຂວງວຽງຈັນ ກໍໄດ້ໃຫ້ຄວາມເຫັນວ່າ ຖ້າຣົດໄຟ ລາວ-ຈີນ ມານີ້ມັນກໍສ້າງຜົລດີຫຼາຍຢ່າງ ເຊັ່ນການຂົນສົ່ງສິນຄ້າ ກໍປະຢັດເງີນຫຼາຍຂື້ນ.
" ກາ ທາງ ຣົດ ໄຟ ມາ ນີ້ ກໍ ເຮັດ ໃຫ້ ຄວາມ ໝັ້ນ ໃຈ ຂອງ ປະ ຊາ ຊົນ ລາວ ເພີ່ມ ຫຼາຍ ຂື້ນ ໃນ ການ ຂົນ ສົ່ງ ສີນ ຄ້າ ແລະ ການ ໄປ ມາ ທ່ອງ ທ່ຽວ ມີ ຄວາມ ສະ ດວກ ສະ ບາຍ ເກີດ ຂື້ນ ກໍປະ ຢັດ ເວ ລາ ປະ ຢັດ ຄ່າ ໃຊ້ ຈ່າຍ ໄດ້ ຫຼາຍ ຂື້ນ ."
ໃນຂະນະທີ່ ປະຊາຊົນ ທ່ານນຶ່ງກັບເຫັນວ່າ ການສ້າງທາງຣົດໄຟ ລາວ-ຈີນ ໂດຍທີ່ຣັຖບານລາວ ໄດ້ໃຊ້ຂໍ້ອ້າງວ່າ ເປັນການສ້າງຄວາມຈະເຣີນ ໃຫ້ກັບປະເທດ ແຕ່ໃນຄວາມຈິງແລ້ວຣັຖບານ ໄດ້ເພີ່ມໜີ້ສາທາຣະນະ ຂື້ນໃຫ້ກັບປະເທດ.
" ຄຳ ວ່າ ໜີ້ ສີນ ສາ ທາ ຣະ ນະ ໃຜ ເປັນ ຜູ້ ສ້າງ ຂື້ນ ບໍ່ ໄດ້ ແມ່ນ ປະ ຊາ ຊົນ ໃດ ເປັນ ຜູ້ ສ້າງ ຂື້ນ ຄ t ນະ ພັກ ຄ t ນະ ຣັ ຖ ເປັນ ຄົນ ໄປ ກູ້ ໄປ ຢືມ ຕ່າງ ປະ ເທດ ເຂົາ ມາ ເປັນ ຜູ້ ສ້າງ ໜີ້ ສ້າງສິນ ໃຫ້ ປະ ຊາ ຊົນ ແລ້ວ ມັນ ເກີດ ໜີ້ ຄົງ ຄ້າງ ຂອງ ຕ່າງ ປະ ເທດ ເຂົາ ທະ ນາ ຄານ ໂລກ ເຂົາ ແລະ ມັນຊິ ຍົກ ຂື້ນ ມາ ເປັນ ຂໍ້ ອ້າງ ປະ ເທດ ຊາດ ບໍ ພັ ທ ນາ ຍ້ອນ ໜີ້ ໂຕ ນີ້ ເຮົາ ກາ ໄດ້ ແຕ່ ຟັງ ເຮົາ ເປັນ ປະ ຊາ ຊົນ ."
ໃນຂນະດຽວກັນ ການຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຜູ້ທີ່ໄດ້ຮັບກະທົບ ປະຊາຊົນເຫັນວ່າບໍ່ຄຸ້ມຄ່າ. ປະຊາຊົນ ຕ້ອງໄດ້ຍ້າຍອອກເພື່ອໃຫ້ຣັຖພັທນາ ໂດຍຜູ້ທີ່ໄດ້ຮັບຜົລກະທົບ ມີຄວາມສ່ຽງຕໍ່ການສູນເສັຍທີ່ດິນ ຫຼືອາດຈະບໍ່ໄດ້ເງິນຄ່າຊົດເຊີຍ ກໍເປັນໄດ້. ດັ່ງຊາວບ້ານທີ່ແຂວງຫຼວງນ້ຳທາທ່ານນຶ່ງ ທີ່ບໍ່ປະສົງອອກຊື່ໄດ້ກ່າວວ່າ:
" ຮ້ານ ຂ້ ອຍ ຖື ກ ໂຄງ ການ ຣົ ດ ໄຟ ຂໍ ຣັ ຖ ບານ ເພິ່ນບໍ່ ຈ່າຍ ເງິນ ໃຫ້ ຊິ ໃຫ້ ຂ້ອຍ ມ້າງ ເຮືອ ນ ຖິ້ມ ລ້າໆ ."
ໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ສ້າງຜົລກະທົບໃຫ້ປະຊາຊົນ 167 ບ້ານ ທີ່ຂື້ນກັບ 13 ເມືອງ, 4 ແຂວງ ແລະ ນະຄອນຫຼວງວຽງຈັນ. ໃນນີ້ນະຄອນຫຼວງວຽງຈັນ ມີ 34 ບ້ານຢູ່ໃນເມືອງນາຊາຍທອງ,ເມືອງໄຊທານີ, ແຂວງວຽງຈັນມີ 60 ບ້ານຂື້ນກັບ 4 ເມືອງ, ເມືອງໂພນໂຮງ,ເມືອງຫິນເຫີບ, ເມືອງວັງວຽງ ແລະ ເມືອງກາສີ . ແຂວງຫຼວງພຣະບາງມີ 28 ບ້ານ ຂື້ນກັບ 3 ເມືອງ ເມືອງຊຽງເງິນ, ນະຄອນຫຼວງພຣະບາງ , ເມືອງຈອມເພັດ. ແຂວງອຸດົມໄຊມີ 11 ບ້ານຂື້ນກັບ 3 ເມືອງ ເມືອງງາ, ເມືອງນາໝໍ້, ເມືອງໄຊ ແລະ ແຂວງຫຼວງນໍ້າທາ ມີ 4 ບ້ານຂື້ນກັບ ເມືອງຫຼວງນໍ້າທາ.
ທ່ານ ຈັນຕຸລາ ພາລະນາສີ ຫົວໜ້າກົມຄຸ້ມຄອງ ການກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ແຈ້ງວ່າ ຜ່ານມາ ການຈ່າຍຄ່າຊົດເຊີຍ ໄດ້ຈ່າຍໄປທັງໝົດ 1,488.59 ຕື້ກີບ. ໃຫ້ກັບບັນດາແຂວງ ແລະ ນະຄອນຫຼວງວຽງຈັນ. ໃນນີ້ໄດ້ໃຊ້ບ້ວງເງິນງົບປະມານຂອງຣັຖ 808.72 ຕື້ກີບ ແລະ ບ້ວງເງິນ ຈາກບໍຣິສັດ ທາງຣົດໄຟ ລາວ-ຈີນ 679.87 ຕື້ກີບ. ສຳລັບການເວນຄືນທີ່ດິນ ແລະຊົດເຊີຍສິ່ງກີດຂວາງຂອງໂຄງການ ປີ 2021 ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ສເນີໃຫ້ກະຊວງແຜນການ ແລະການລົງທືນ ແລະ ກະຊວງການເງິນເພື່ອ ຂໍອະນຸມັດແຜນງົບປະມານ ມາຮັບໃຊ້ວຽກງານ ເວນຄືນທີ່ດິນ ແລະ ຊົດເຊີຍ ສິ່ງກີດຂວາງ 465.07 ຕື້ກີບ. ແນວໃດກໍ່ຕາມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບເສຖກິຈ ລະຫວ່າງປະເທດ ທີ່ຂໍສງວນຊືຶ່ແລະສຽງໃຫ້ຄວາມເຫັນຕໍ່ໂຄງການນີ້ວ່າ ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ນີ້ຖືວ່າລາວໄດ້ຮັບຜົລປໂຍດນ້ອຍຫຼາຍ. ເພາະເສັ້ນທາງສາຍນີ້ມຸ້ງ ໄປທີ່ປະເທດໄທຍ, ມາເລເຊັຽ ແລະ ສິງກະໂປ ຊຶ່ງມີຂນາດເສຖກິຈ ທີ່ໃຫຍ່ ແລະມີກຳລັງຊື້ຫຼາຍກວ່າລາວ. ທັງການລົງທຶນເທື່ອນີ້ ບໍ່ແມ່ນການຊ່ອຍເຫຼືອລ້າ. ລາວມີສ່ວນຮ່ວມ ໃນການລົງທຶນ ໂດຍຈີນຮັບພາລະເປັນໜີ້ ທີ່ກູ້ຢືມຈາກທະນາຄານ ສົ່ງອອກ ນຳເຂົ້າຂອງຈີນ ປະມານ 2,480 ລ້ານໂດລາສະຫະຣັຖ ແລະ ລາວເປັນໜີ້ປະມານ 1,060 ລ້ານໂດລາຣ໌ສະຫະຣັຖ. ສ່ວນເງິນລົງທຶນອີກ 2,300 ລ້ານໂດລາ ຈີນຮັບໄປ 70% ແລະ ລາວຮັບ 30% ຊຶ່ງກໍເປັນເງິນກູ້ຢືມ ຈາກຈີນໂດຍເອົາບໍ່ແຮ່ 5 ບໍ່ຄໍ້າປະກັນ.
ສ່ວນຈຸດຄຸ້ມທືນ ກໍຍັງບໍ່ມີຫຍັງແນ່ນອນເທື່ອ ເພາະວ່າໄລຍະການຣະບາດ ຂອງໂຄວິດ-19 ນີ້ ເສຖກິຈລາວໄດ້ຮັບຜົລກະທົບໜັກຫຼາຍ. ຜູ້ປະກອບການທີ່ຕິດພັນ ກັບຣົດໄຟຫຼັກໆ ກໍ່ຄື ກິຈການການທ່ອງທ່ຽວ ຖືວ່າຍັງບໍ່ມີຊ່ອງທາງ ຈະຟື້ນໄດ້ແນວໃດ. ອີກດ້ານນຶ່ງທາງການ ກໍປະກາດໃຫ້ການບໍຣິການ ໂດຍສານມື້ນຶ່ງສອງຖ້ຽວ ຖ້າສະພາບຍັງແກ່ຍາວແບບນີ້ ບໍ່ຮູ້ວ່າຜົລປະກອບການ ຈະເປັນແນວໃດ. ຊຶ່ງຈະອາສັຍແຕ່ຂົນສົ່ງສິນຄ້າກະສິກັມ ທີ່ຈີນມາລົງທືນຢູ່ລາວແລ່ນຂ້າມຊາຍແດນ ໄດ້ເປັນກໍຣະນີພິເສດ.
ອີກດ້ານນຶ່ງໂຄງການຣົດໄຟສາຍນີ້ຈະເຊື່ອມຕໍ່ໃສ່ໄທຍ ດ່ານທຳອິດແມ່ນ ນະຄອນຫຼວງວຽງຈັນ-ໜອງຄາຍ ໂດຍສະເພາະການເຈຣະຈາທັງສາມຝ່າຍທີ່ຈະສ້າງຂົວ ທາງຣົດໃໝ່ເພື່ອໃຫ້ເຂົ້າກັບຂນາດຂອງຣົດໄຟລາວ-ຈີນກໍຍັງບໍ່ບັນລຸຂໍ້ຕົກລົງໄດ້. ຫຼ້າສຸດ ໂຄງການຣົດໄຟໄທຍ-ຈີນ ຈາກບາງກອກ-ໜອງຄາຍມີກຳນົດຈະສ້າງໄລ່ເລັ່ຍກັບລົດໄຟລາວ-ຈີນ ຫາກໍ່ສ້າງໄດ້ 3,5 ກິໂລແມັດ ຈາກໄລຍະທາງ 255 ກິໂລແມັດ. ນີ້ກໍເປັນສາເຫດທີ່ລາວໄດ້ຮັບປໂຍດນ້ອຍຫຼາຍໃນໂຄງການນີ້.
ຕາມສື່ທາງການລາວ ໄດ້ຣາຍງານເມື່ອວັນທີ 25 ພຶສຈິກາ ນີ້ວ່າ ໂຄງການຣົດໄຟ ລາວ-ຈີນ ແມ່ນໄດ້ອອກແບບ ເປັນຣົດໄຟ ມາຕຖານ ຊັ້ນນຶຶ່ງ ແລະປະເພດເສັ້ນທາງດຽວ, ຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ມີຄວາມຍາວທັງໝົດ 426,5 ກິໂລແມັດ. ນັບແຕ່ບໍ່ເຕັນ ແຂວງຫຼວງນໍ້າທາ ເຖິງນະຄອນຫຼວງວຽງຈັນ ມີຄວາມຍາວ 417 ກິໂລແມັດ ແລະ ຕໍ່ໃສ່ສະຖານີວຽງຈັນໃຕ້ ທ່ານາແລ້ງ 9 ກິໂລແມັດ. ໂດຍມີທັງໝົດ 33 ສະຖານີ ຈະເປີດນຳໃຊ້ພຽງ 21 ສະຖານີ ສ່ວນອີກ 12 ສະຖານີ ຈະເປີດນໍາໃຊ້ໃນໄລຍະຕໍ່ໄປ. ສ່ວນຂະບວນຣົດໄຟ ໃນເບື້ອງຕົ້ນມີ 18 ຂະບວນ ໃນນັ້ນຂົນສົ່ງໂດຍສານ 4 ຂະບວນ ແລະ ຂົນສົ່ງສິນຄ້າ 14 ຂະບວນ ຊຶ່ງສາມາດແລ່ນໄດ້ 23 ຖ້ຽວຕໍ່ວັນ.