ຊາວບ້ານພັດເໜືອຂໍຢູ່ ບ່ອນເກົ່າ
ຊາວບ້ານ ບ້ານພັດເໜືອ ເມືອງຊໍາໃຕ້ ແຂວງຫົວພັນ ຂໍໃຫ້ທາງການ ຍົກເລີກແຜນ ໂຍກຍ້າຍ ພວກເຂົາເຈົ້າ ໄປຢູ່ບ້ານ ຈັດສັນ.
-
ໄມຊູລີ
2017-11-13 -
-
-
Your browser doesn’t support HTML5 audio
ປະຊາຊົນ 90 ຄອບຄົວຢູ່ບ້ານພັດເໜືອ ເມືອງຊໍາໃຕ້ ແຂວງຫົວພັນ ຢາກໃຫ້ທາງການຍົກເລີກ ແຜນໂຍກຍ້າຍ ພວກເຂົາເຈົ້າໄປຢູ່ບ້ານ ຈັດສັນໃນເຂດບ້ານພັດໃຕ້ ຍ້ອນເຂົາເຈົ້າ ເຫັນວ່າບ້ານໃໝ່ຄັບແຄບ ແລະຍັງຂາດ ສິ່ງອໍານວຍຄວາມສະດວກ ຈຶ່ງຢ້ານວ່າ ຈະບໍ່ສະດວກ ຄືບ້ານທີ່ຢູ່ໃນ ປັດຈຸບັນ ຊຶ່ງມີເນື້ອທີ່ກວ້າງ. ທຸກມື້ນີ້ ເຖິງແມ່ນວ່າເຈົ້າໜ້າທີ່ ຈະມາຊຸກຍູ້ໃຫ້ຍ້າຍ ແຕ່ກໍບໍ່ມີໃຜ ຢາກຍ້າຍອອກ, ຕາມຄໍາ ເວົ້າຂອງ ເຈົ້າໜ້າທີ່ ເມືອງຊໍາໃຕ້ທ່ານນຶ່ງ ໃນມື້ວັນທີ 13 ພຶສຈິກາ ນີ້:
"ຈິດໃຈເພິ່ນນີ້ ບໍ່ຢາກຍ້າຍ ທາງການກະຍັງຊຸກຍູ້ຢູ່ ປົກກະຕິ ແຕ່ວ່າປະຊາຊົນຫັ້ນ ເຂົາບໍ່ຢາກໄປສະຖານທີ່ນັ້ນ ມັນຄັບແຄບບັນດາຣະບົບ ນໍ້າບໍ່ ບ່ອນເຮືອນບໍ່ ຖືວ່າຍັງບໍ່ທັນທະລຸ ເປັນແນວນັ້ນເດ໊ ເຂົາຈຶ່ງບໍ່ຢາກໄປ".
ປະຊາຊົນບ້ານພັດເໜືອເວົ້າວ່າ ຢາກໃຫ້ທາງການພັທນາບ້ານ ທີ່ເຂົາເຈົ້າຢູ່ນີ້ເປັນຕົ້ນ ຕັ້ງເສົາໄຟຟ້າເພີ່ມຕື່ມ ເພື່ອປະຊາຊົນຈະສາມາດໃຊ້ ໄຟຟ້າ ໄດ້ຫລາຍຂຶ້ນ ແລະສ້າງຣະບົບ ນໍ້າສະອາດ ໃຫ້ທົ່ວເຖິງ ທຸກຄອບຄົວ ດີກວ່າຈະໃຫ້ຍ້າຍ ໄປບ່ອນ ໃໝ່.
ທ່ານກ່າວຕໍ່ໄປວ່າ ອີກເຫດຜົລນຶ່ງທີ່ປະຊາຊົນ ບໍ່ຢາກຍ້າຍຈາກບ້ານພັດເໜືອ ຍ້ອນວ່າ}າຍຄອບຄົວ ມີເນື້ອທີ່ປູກຝັງຢູ່ ຄັນຍ້າຍໄປຢູ່ບ້ານ ພັດໃຕ້ແລ້ວ ພວກເຂົາເຈົ້າ ຈະ ຕ້ອງໄດ້ເດີນທາງໄກ ເພື່ອກັບມາປູກຝັງ. ແຕ່ຢ່າງໃດກໍຕາມ ຍັງບໍ່ຮູ້ຄໍາຕອບ ແນ່ນອນເທື່ອວ່າ ທາງການ ຈະຍອມປະຕິບັດຕາມຄໍາສເນີ ຂອງຊາວບ້ານ}nບໍ່ ກ່ອນໜ້ານີ້ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງຊໍາໃຕ້ເວົ້າວ່າ ປະຊາຊົນ ບ້ານພັດເໜືອ ຈະຕ້ອງໄດ້ຍ້າຍອອກ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການພັທນາ ຊຶ່ງທາງການຈະພຍາຍາມ ໂອ້ລົມຈົນເຖິງທີ່ສຸດ ເພື່ອໃຫ້ຊາວບ້ານ ຍອມໂຍກຍ້າຍ.
ທາງການ ມີແຜນຈະພັທນາ ບ້ານພັດໃຕ້ ໃຫ້ກາຍເປັນຕົວເມືອງນ້ອຍ ຈຶ່ງຢາກເຕົ້າໂຮມ ປະຊາຊົນ ບ້ານພັດເໜືອ ແລະອີກຫລາຍບ້ານ ເຂົ້າມາຢູ່ຮວມກັນ ສ່ວນເນື້ອທີ່ໃນເຂດ ບ້ານພັດເໜືອ ຈະຖືກປ່ຽນໃຫ້ ເປັນບ່ອນເຮັດນາປູກເຂົ້າ ຂອງເມືອງຊໍາໃຕ້ ເພາະມີເນື້ອທີ່ ກວ້າງ ຫລາຍຮ້ອຍເຮັກຕາ.