ຂ.ຫົວພັນ ປິດໂຮງງານ ເຟີນີເຈີ້

ສຸພັດຕາ
2018.04.02
F-Furnitures ເຄືອງເຮືອນທີ່ຜລິດດ້ວຍໄມ້ດີ ຈາກໂຮງງານປຸງແຕ່ງໄມ້ ໃນ ສປປລາວ
Screen captured LNTV

ທາງການ ແຂວງຫົວພັນ ດຳເນີນຄະດີ ກັບບັນດາ ໂຮງງານ ເຟີນີເຈີ້ ທີ່ບໍ່ໄດ້ຮັບ ອະນຸຍາດ, ດັ່ງ ເຈົ້າໜ້າທີ່ ແຂວງຫົວພັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 30 ມິນາ ນີ້ວ່າ:

“ຂຸດຄົ້ນໄມ້ແບບບໍ່ຖືກກົດໝາຍ ການເຄື່ອນຍ້າຍໄມ້ອີຫຍັງຕ່າງໆ ຫັ້ນແຫຼະເນາະ ອີງໃສ່ເລກທີ 15; 2,500 ແມັດກ້ອນນີ້ ກໍ່ໄດ້ຣາຍງານ ໃຫ້ທາງການນຳແຂວງ ແລ້ວກໍ່ເກັບຮັກສາໄວ້ ແລ້ວຫຼັງຈາກແກ້ໄຂ ປັບໃໝອິຫຍັງຕ່າງໆ ຄົບຕາມຣະບຽບການ ແລ້ວກໍ່ຂຶ້ນກັບທິດຊີ້ນຳ ຂອງແຂວງເນາະ ວ່າຈະປະມູນຂາຍບໍ່ ຫຼືເພິ່ນຊິໃຫ້ເກັບຮັກສາໄວ້ ໃຫ້ບັນດາ ອົງການຕ່າງໆ.”

ທ່ານອະທິບາຍວ່າ ແຂວງຫົວພັນ ມີໂຮງງານໄມ້ເກືອບ 60 ແຫ່ງ ໃນຈຳນວນນີ້ ເປັນໂຮງງານຂນາດນ້ອຍ 48 ແຫ່ງ ແລະຂນາດໃຫຍ່ 12 ແຫ່ງ. ແຕ່ຫຼັງຈາກມີຄຳສັ່ງ ເລກທີ 15. ທາງການແຂວງ ກໍລົງກວດກາໂຮງງານໄມ້ ທີ່ບໍ່ຖືກຕ້ອງ ແລະສັ່ງປິດໂຮງງານ ຂນາດໃຫຍ່ທັງໝົດ 12 ແຫ່ງແລ້ວ.

ໃນຂນະດຽວກັນ ກໍໄດ້ກວດຍຶດແລະສັ່ງປິດໂຮງງານໄມ້ ຂນາດນ້ອຍ, ໂຮງຊອຍ, ໂຮງເລື່ອຍ ແລະໂຮງງານເຟີນີເຈີ້ ທີ່ບໍ່ໄດ້ຮັບ ອະນຸຍາດ 32 ແຫ່ງ ແລະໃນຣະຍະນີ້ ເຈົ້າໜ້າທີ່ ກຳລັງດຳເນີນຄະດີ ຜູ້ລັກລອບຂຸດຄົ້ນໄມ້ຢູ່ ທັງກັບພາກທຸຣະກິດ ແລະບຸກຄົນ ທົ່ວໄປແຕ່ຍັງບໍ່ແລ້ວ ເທື່ອ ແລະຍັງບໍ່ທັນໄດ້ສະຫຼຸບ ວ່າປັບໃໝເທົ່າໃດ.

ເຈົ້າໜ້າທີ່ບອກອີກວ່າ ໄມ້ທັງໝົດທີ່ຍຶດໄດ້ 2,500 ແມັດກ້ອນນັ້ນ ປັດຈຸບັນ ທາງພາກສ່ວນກ່ຽວຂ້ອງ ຍັງລໍຖ້າທິດຊີ້ນຳ ຈາກທາງແຂວງ ວ່າຈະນຳໄມ້ມາ ປະມູນຂາຍ ຫຼືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.