ໂຮງໄຟຟ້າຖ່ານຫີນ ຢຸດ ກໍ່ສ້າງ ຊົ່ວຄາວ: ຂ.ຫົວພັນ

ມະນີຈັນ
2018.06.11
F-Houaphanh ແຂວງຫົວພັນ
RFA

ໂຮງງານໄຟຟ້າຖ່ານຫີນ ບໍຣິສັດ CCF ຂອງຈີນ ທີ່ກຳລັງສ້າງ ຢູ່ເມືອງຊຳເຫນືອແຂວງຫົວພັນ ໄດ້ຢຸດການກໍ່ສ້າງ ຊົ່ວຄາວແບບບໍ່ຮູ້ ສາເຫດ ຊຶ່ງແຕ່ກອ່ນ ໂຮງງານດັ່ງກ່າວ ມີແຜນການ ທີ່ຈະສ້າງໃຫ້ສຳເຣັດ ໃນເດືອນນີ້ ແຕ່ຕ້ອງໄດ້ເລື່ອນການກໍ່ສ້າງ ອອກໄປໂດຍບໍ່ມີ ກຳນົດ. ສ່ວນຄ່າຊົດເຊີຍ ທີ່ບໍຣິສັດ ຈະຈ່າຍໃຫ້ຊາວບ້ານນັ້ນ ຍັງຄ້າງຄາຢູ່. ດັ່ງເຈົ້າຫນ້າທີ່ ຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງຊໍາເຫນືອ ກ່າວຕໍ່ RFA ຕອນນື່ງວ່າ:

"ຖືວ່າກໍຢຸດໄປຣະຍະນຶ່ງແລ້ວດຽວນີ້ ໂຮງງານຫັ້ນ ການສືບຕໍ່ຈັດຕັ້ງປະຕິບັດຫັ້ນນ່າ ເງິນກະສິໄດ້ຈັດຕັ້ງປະຕິບັດ ຂໍ້ຕົກລົງເຈົ້າແຂວງ ຮອງຮັບເອົາຫັ້ນແຫລະ."

ທ່ານກ່າວຕື່ມວ່າ ໃນອາທິດຫນ້າ ເຈົ້າຫນ້າທີ່ຫ້ອງການ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງຊຳເຫນືອ ຮ່ວມກັບຫນ່ວຍ ງານທີ່ກ່ຽວຂ້ອງ ຈະໄປກວດກາ ສະພາບຕົວຈິງ ຂອງການສ້າງໂຮງງານດັ່ງກ່າວ ພ້ອມທັງຈະນັດພົບ ກັບເຈົ້າຂອງ ໂຮງງານ ແລະ ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ມາໂອ້ລົມກັນເຣື່ອງ ຄ່າຊົດເຊີຍ ທີ່ບໍຣິສັດ ຈະຮັບຜິດຊອບ.

ທ່ານເວົ້າວ່າ ປະຊາຊົນຜູ້ທີ່ໄດ້ຮັບ ຜົລກະທົບຈາກ ໂຄງການໄຟຟ້າຖ່ານຫີນ ຂອງຈີນ ນັ້ນມີຢູ່ 2 ບ້ານ ຄືບ້ານຫ້ວຍຄົງ ມີ 80 ຄອບຄົວ ໄດ້ຮັບຜົລກະທົບ ແລະບ້ານຫຼັກຊາວ ມີປະມານ 20 ຄອບຄົວ ໄດ້ຮັບຜົລກະທົບ ສ່ວນເນື້ອທີ່ປູກຝັງ ທີ່ໄດ້ຮັບ ຜົລກະທົບນັ້ນຍັງບໍ່ທັນ ຄິດໄລ່ເທຶ່ອ.

ເມື່ອເດືອນມິນາ ຜ່ານມາ ທາງການເມືອງຊຳເຫນືອ ໄດ້ໂອ້ລົມ ກັບຊາວບ້ານຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການດັ່ງກ່າວ ກັບບໍຣິສັດຈີນ ໂດຍໄດ້ກຳນົດ ຄ່າຊົດເຊີຍປະມານ ເຮັກຕາລະ 100 ລ້ານກີບ ແຕ່ຍັງບໍ່ຮູ້ວ່າ ບໍຣິສັດຈີນ ຈະຈ່າຍ ຫລືບໍ່ແລະເມື່ອໃດ ຖ້າຈະຈ່າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.