ທາງການຈະດຳເນີນ ຄະດີ ຜູ້ສໍ້ໂກງ
2018.05.11

ຣັຖບານລາວ ສັ່ງໃຫ້ດຳເນີນຄະດີຂອງ 16 ບໍຣິສັດເອກກະຊົນ ທີ່ສໍ້ໂກງປະຊາຊົນ ຊຶ່ງໃນນັ້ນ 6 ບໍຣິສັດຖືກສັ່ງປິດໄປແລ້ວ ແລະ 6 ບໍຣິສັດ ໃຫ້ຢຸດກິຈການຊົ່ວຄາວ ສ່ວນອີກ 4 ບໍຣິສັດ ຢູ່ໃນຂັ້ນການສອບສວນ.
ຍານາງ ວັທນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງຊາດ ຢືນຢັນວ່າຄນະຣັຖບານລາວ ໄດ້ມີຄຳສັ່ງໃຫ້ພາກສ່ວນ ທີ່ກ່ຽວຂ້ອງຕ້ອງ ດຳເນີນມາດຕະການ ຕາມກົດໝາຍຢ່າງເຂັ້ມງວດ ເພື່ອລົງໂທດຢ່າງເດັດຂາດ ຕໍ່ບັນດາບໍຣິສັດເອກກະຊົນ ທີ່ດຳເນີນທຸຣະກິດ ໃນລັກສນະ ທີ່ເປັນການຫລອກລວງ ແລະສໍ້ໂກງຊັບສິນຂອງປະຊາຊົນ ຢ່າງແຜ່ລາມໃນໄລຍະທີ່ຜ່ານມາ.
ກະຊວງອຸດສາຫະກັມແລະການຄ້າ ໄດ້ອອກແຈ້ງການ 3 ສະບັບເພື່ອດຳເນີນມາດຕະການຕໍ່ 12 ບໍຣິສັດ ແລະອີກ 4 ບໍຣິສັດ ທາງຕຳຣວດ ກຳລັງດຳເນີນການສອບສວນຢູ່ວ່າ ໄດ້ດຳເນີນທຸຣະກິດ ໃນລັກສນະດຽວກັນນັ້ນຫລືບໍ.
ໃນຈຳນວນ 16 ບໍຣິສັດ ນຶ່ງໃນນັ້ນ ກໍແມ່ນບໍຣິສັດ PS ກ່ອນໜ້ານີ້ ຄນະຮັບຜິດຊອບເພື່ອແກ້ໄຂບັນຫາ ບໍຣິສັດເອກກະຊົນ ທີ່ດຳເນີນ ທຸຣະກິດ ໂດຍການສໍ້ໂກງ ປະຊາຊົນລາວ ໄດ້ທຳການຍຶດຊັບສິນ ຂອງບໍຣິສັດ PS ພັທນາກະສິກັມ-ອຸດສາຫະກັມ ແລະການຄ້າຂາອອກ -ຂາເຂົ້າຈຳກັດ ທັງໄດ້ຄວບຄຸມໂຕຄນະ ຜູ້ບໍຣິຫານບໍຣິສັດ 12 ຄົນ ໄວ້ດຳເນີນຄະດີ ແລະໄດ້ອອກຄຳສັ່ງ ໃຫ້ບໍຣິສັດດັ່ງກ່າວ ເປັນຜູ້ ລົ້ມລະລາຍ ທາງທຸຣະກິດ ເມື່ອເດືອນກັນຍາ ປີ 2017.
ແຕ່ຍັງບໍ່ສາມາດປະເມີນມູນຄ່າຊັບສິນ ທີ່ຍຶດໄວ້ ເພາະຍັງກວດບໍ່ພົບບັນຊີຊັບສິນ ບັນຊີຣາຍຮັບ-ຣາຍຈ່າຍ ບັນຊີຣາຍຊື່ລູກຄ້າ ແລະຜູ້ຮ່ວມ ລົງທຶນ; ດັ່ງ ປະຊາຊົນລາວ ຜູ້ທີ່ພາກັນນຳເງິນໄປຮ່ວມລົງທຶນ ຕາມການໂຄສະນາຊວນເຊື່ອ ຂອງບໍຣິສັດ ດ້ວຍການຕົວະວ່າ ຈະແບ່ງຜົນ ກຳໄລ ໃຫ້ສູງກວ່າອັດຕຣາດອກເບັ້ຽ ໃນທະນາຄານ ປະຊາຊົນໄດ້ມາລົງທຶນ ກັບບໍຣິສັດ ເລີ້ມແຕ່ ການດຳເນີນທຸຣະກິດຂອງບໍຣິສັດ ມາແຕ່ ປີ 2012 ເປັນຕົ້ນມາແລ້ວ ແຮ່ງເປັນການຍາກທີ່ຈະປະເມີນ ມູນຄ່າຊັບສິນ ແລະຄວາມເສັຽຫາຍ ທີ່ເກີດຂຶ້ນໄດ້.