ທາງການລາວຈະປະມູນຂາຍ ຣົດຫລູ

ສິດນີ
2017.01.22
f-car ຕົວຢ່າງຂອງ ຣົດຫລູ ຣາຄາແພງ ປະຈໍາຕໍາແໜ່ງ ຂອງຜູ້ນໍາລາວ
rfa/sn

ຫນ່ວຍງານ ການປະມູນ ຣົດຫລູ ຂອງຣັຖບານລາວ ເຊັ່ນຣົດ BMW SERIES 7 ຫົກຄັນ ແລະ ຣົດ MERCEDES BENZ 5 ຄັນ ຊຶ່ງ ຣົດດັ່ງກ່າວ ເປັນຣົດ ປະຈໍາ ຕໍາແໜ່ງ ຂອງຜູ້ນໍາ ຣະດັບສູງ ແລະ ຈະເປີດການ ປະມູນຂາຍ ງວດທຳອິດ ເພື່ອ ເປັນຕົວຢ່າງ ໃນ ເດືອນຫນ້າ ນີ້.

ບັນດາຜູ້ນຳຣະດັບສຸງ ຂອງລາວ ໄດ້ຕົກລົງ ເຫັນພ້ອມກັນວ່າ ຈະບໍ່ໃຊ້ຣົດ ປະຈຳ ຕຳແຫນ່ງ ຣາຄາແພງ ແລະ ຫລູຫລາ ເປັນຕົ້ນຣົດ BMW ແລະຣົດ MERCEDES BENZ ເພື່ອເປັນການ ປະຢັດ ມັທຍັດ ບໍ່ຟຸມເຟືອຍ ຈື່ງພາກັນ ສົ່ງຣົດຄືນ.

ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີລາວ ແລະ ທ່ານ ບຸນຍັງ ວໍຣະຈີດ ປະທານ ປະເທດລາວ ເມື່ອອາທິດ ກ່ອນ ກໍໄດ້ພາກັນ ສົ່ງຣົດ ປະຈຳ ຕຳແຫນ່ງ ຣົດ BMW SERIES 7 ຂອງ ທ່ານຄືນໃຫ້ ຣັດ ເປັນຜູ້ທຳອິດ ເພື່ອປະມູນຂາຍ ຊຶ່ງໃນເວລານີ້ ສອງຜູ້ນຳ ກໍໄດ້ຂີ່ຣົດ ໂຕໂຍທາ CAMRY 2.5

ອີງຕາມ ຄຳເວົ້າຂອງ ເຈົ້າຫນ້າທີ່ ຮັບຜິດຊອບ ຣົດຫຼວງ ຕໍ່ຫນັງສືພີມ ວຽງຈັນທາມ ໃນວັນສຸກ ຜ່ານມາ ແລະວ່າ ທ່ານ ພັນຄຳ ວິພາວັນ ຮອງ ປະທານປະເທດ ກໍບອກວ່າ ທ່ານຈະສົ່ງຣົດ BMW ຂອງທ່ານຄືນ ໃນມື້ວັນຈັນ.

ຣັຖບານລາວ ໄດ້ອອກແຈ້ງການ ເລກທີ 06 ຖອດຖອນ ຣົດປະຈຳ ຕຳແຫນ່ງ ທີ່ຫລູຫລາ ປະເພດ BMW ແລະ MERCEDES ທີ່ ຣັຖບານໄດ້ຊື້ ໃຫ້ຜູ້ນຳຂັ້ນສູງ ໃຊ້. ໃນການ ປະຕິບັດຫນ້າທີ່ ທາງການ ເພື່ອເອົາມາ ປະມູນຂາຍ ແລະ ແທນດ້ວຍຣົດ ໂຕໂຍຕາ. ໃນນັ້ນ ມີຣົດ MERCEDES ທັງຫມົດ 36 ຄັນ ແລະຣົດ BMW 11 ຄັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.