ເສຖກິດຂຍາຍໂຕປະຊາຊົນ ຍັງ ທຸກຍາກ
2014.10.01
ສປປລາວ ຍັງຖືກວ່າ ການບັນລຸ ເປົ້າໝາຍ ສະຫັດ ສະວັດ ດ້ານການ ພັທນາ ໃນປີ 2015 ນີ້ ເປັນສິ່ງທີ່ ທ້າທາຍ ແລະ ຍັງອ້າງວ່າ ເສຖກິດ ມະຫາພາກ ຍັງເຕີມໂຕ ຢ່າງ ຕໍ່ເນື່ອງ. ອີງຕາມ ບົດປາໄສ ຂອງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນ ກະຊວງການ ຕ່າງປະເທດ ຢູ່ ໃນກອງ ປະຊຸມ ຂອງ ອົງການ ສະຫະ ປະຊາຊາດ ຢູ່ ນິວຢອກ ປະເທດ ສະຫະຣັດ ອະເມຣິກາ ໃນ ວັນທີ 29 ກັນຍາ ທີ່ ຜ່ານມາ.
ນອກຈາກນີ້ ທ່ານ ທອງລຸນ ສີສຸລິດ ຍັງຢໍ້າ ກ່ຽວກັບ ບັນຫາ ດ້ານເສຖກິດ ທີ່ລາວ ກໍາລັງ ປະເຊີນຢູ່ ຖືວ່າ ເປັນສິ່ງທີ່ ທ້າທາຍ ອີກຢ່າງ ນຶ່ງ ແຕ່ ໃນເວລາ ດຽວກັນ ເສຖກິດ ຂອງລາວ ກໍຍັງເຕີບໂຕ ຢ່າງຕໍ່ເນື່ອງ. ໃນນັ້ນ ເນື້ອໃນ ຕອນນຶ່ງ ຂອງ ຄໍາປາໄສ ທ່ານ ທອງລຸນ ກ່າວວ່າ:
"ສປປລາວ ພວກ ຂ້າພະເຈົ້າ ຍັງໄດ້ຮັບ ຜົນກະທົບ ຈາກ ວິກິດການ ດ້ານ ເສຖກິດ ແລະ ການເງິນ ຂອງໂລກ ໃນລະຍະ ຜ່ານມາ ຂອງ ສາກົນ ຊຶ່ງໄດ້ສ້າງ ອຸປສັກ ບໍ່ໜ້ອຍ ໃຫ້ແກ່ ການຂຍາຍຕົວ ທາງດ້ານ ເສຖກິດ ແຫ່ງຊາດ ກໍຄື ປະຕິບັດ ເປົ້າໝາຍ ສະຫັດ ສະວັດ ການ ພັທນາ ດ້ານ ຕ່າງໆໆ ແຕ່ ຣັຖບານ ສປປລາວ ໄດ້ເອົາ ມາຕການ ຢ່າງທັນການ ເພື່ອຮັກສາ ສະເຖັຽຣະພາບ ທາງດ້ານ ເສຖກິດ ມະຫາພາກ ແລະ ແນໃສ່ຊຸກຍູ້ ຈັງຫວະ ການເຕີບໂຕ ຢ່າງຕໍ່ເນື່ອງ".
ບັນຫາ ທີ່ເກີດຂຶ້ນ ຢູ່ໃນ ປະເທດລາວ ໃນ ປັດຈຸບັນ ກໍຄື ບັນຫາ ທາງ ດ້ານການເງິນ ແຕ່ ຣັຖບານ ກໍຍັງໃຫ້ ທັສນະ ວ່າ ເສຖກິດ ມະຫາພາກ ຍັງເຕີບໂຕ ຢ່າງ ຕໍ່ເນື່ອງ. ຕາມຄວາມ ເຂົ້າໃຈ ກໍຄື ເຖີງວ່າ ສປປລາວ ຈະປະສົບ ກັບບັນຫາ ທາງ ດ້ານການເງິນ, ແຕ່ກໍຍັງ ມີຈຸດທີ່ ໃຊ້ເປັນ ຂໍ້ອ້າງວ່າ ເສຖກິດ ລາວ ຍັງເຕີບໂຕ ຢ່າງ ຕໍ່ເນື່ອງ ເພື່ອໃຫ້ເບິ່ງ ຄືວ່າ ບັນຫາ ທາງດ້ານ ການເງິນ ຍັງບໍ່ທັນ ຮ້າຍແຮງ.
ອີງຕາມ ຂໍ້ມູນ ຈາກ ທະນາຄານ ໂລກ ພົບວ່າ ໃນປີ 2014 ເສຖກິດ ລາວ ຈະເຕີບໂຕ ພຽງແຕ່ ປະມານ 7 ສ່ວນຮ້ອຍ ສ່ວນວ່າ ໃນປີ 2013 ທີ່ ຜ່ານມາ ແມ່ນເຕີບໂຕ ປະມານ 8 ສ່ວນຮ້ອຍ. ຕົວເລກ ເຕີບໂຕ ທາງດ້ານ ເສຖກິດ ຫລື ຈີດີພີ ໝາຍເຖີງ ມູນຄ່າ ຂອງ ຜລິຕພັນ ທີ່ລາວ ຜລິດໄດ້, ການ ບໍຣິການ ແລະ ໂຄງການ ລົງທຶນ ຕ່າງໆ. ສ່ວນຫລາຍ ແມ່ນ ສປປລາວ ຈະເນັ້ນໃສ່ ສິ່ງດັ່ງກ່າວ ໃນຂນະ ທີ່ ຫລາຍປະເທດ ເຂົາເຈົ້າບໍ່ ອີງໃສ່ ການເຕີບໂຕ ທາງດ້ານ ເສຖກິດ ເປັນຫລັກ.
ແຕ່ໃນ ເວລາ ດຽວກັນ ຖ້າຄິດໄລ່ ແລະ ພິຈາຣະນາ ໃຫ້ ຣະອຽດ ແລ້ວ ອັດຕຣາ ການເຕີບໂຕ ທາງດ້ານ ເສຖກິດ ຫລື ຈີດີພີ ກໍຍັງເປັນ ປັດໃຈ ນຶ່ງ ທີ່ກໍ່ໃຫ້ ເກີດ ການສໍ້ຣາດ ບັງຫລວງ. ເພາະວ່າ ເມື່ອລາວເຮົາ ອີງໃສ່ ການເຕີບໂຕ ທາງດ້ານ ເສຖກິດ ຫລື ຈີດີພີ ກໍມີການ ສຸມໃສ່ ການກໍ່ສ້າງໂຄງຮ່າງ ພື້ນຖານ ແລະ ໂຄງການ ລົງທຶນ ຕ່າງໆ ໃຫ້ຫລາຍ ເທົ່າທີ່ ຈະຫລາຍໄດ້ ເພື່ອໃຫ້ມາ ເປັນຕົວກະຕຸ້ນ ໃຫ້ຕົວເລກ ຈີດີພີ ສູງຂຶ້ນ ແລະ ເມື່ອ ເປັນແນວນັ້ນ ຣັຖບານ ກໍມີ ໂຄງການ ຂນາດໃຫຍ່ ເຂົ້າມາ ຫລື ໂຄງການ ກໍ່ສ້າງ ກໍເກີດຂຶ້ນ.
ເປັນຕົ້ນວ່າ ໂຄງການ ໃຫ້ ສໍາປະທານ ທີ່ດິນ ເພື່ອ ປູກໄມ້ ອຸດສາຫະກັມ ຕ່າງໆ ແລະ ການກໍ່ສ້າງ ເຂດເສຖກິດ ພິເສດ ທີ່ເຮັດໃຫ້ ຍອດເງິນ ລົງທຶນ ເພີ້ມຂຶ້ນ ແລະ ເຮັດໃຫ້ ອັດຕຣາ ການ ເຕີບໂຕ ທາງດ້ານ ເສຖກິດ ເພີ້ມຂຶ້ນ ແຕ່ ຄວາມ ເສັຽຫາຍ ກໍຄື ປະຊາຊົນ ຕ້ອງ ເສັຽທີ່ດິນ ປະຊາຊົນ ຕ້ອງຖືກ ຍົກຍ້າຍ ຈາກເຂດ ສໍາປະທານ ບໍ່ສາມາດ ທໍາມາ ຫາກິນ ຢູ່ທີ່ດິນ ຂອງຕົນ ເອງໄດ້.
ອັນນີ້ ກໍແມ່ນ ຄວາມ ເສັຽຫາຍ ທີເກີດຂຶ້ນ ຈາກ ການທີ່ ເນັ້ນໃສ່ ການເຕີບໂຕ ທາງ ດ້ານເສຖກິດ ຫລາຍ ຈົນເກີນໄປ.
ຖະໜົນ 450 ປີ ເມື່ອ ສ້າງແລ້ວ ຈະສັງເກດ ເບິ່ງວ່າ ຖະໜົນນັ້ນ ມີໄຟເຍືອງ ທາງບໍ່ ສະພາບ ຖະໜົນ ມີ ແຕ່ຂີ້ຝຸ່ນ ເປັນບ່ອນ ຖິ້ມ ຂີ້ເຫຍື້ອ ອັນນີ້ແມ່ນ ຫລັກຖານ ການສໍ້ຣາດ ບັງຫລວງ ມູນຄ່າ ການກໍ່ສ້າງ ຖະໜົນ ດັ່ງກ່າວ ປະມານ 80 ລ້ານ ໂດລາ ສະຫະຣັຖ ແລະ ນອກຈາກ ນີ້ ຍັງມີອີກ ຫລາຍໆ ໂຄງການ ການລົງທຶນ ທີ່ເຮັດໃຫ້ ງົບປະມານ ຮົ່ວໄຫລ. ຜົນກະທົບ ສຳລັບ ພະນັກງານ ຣັຖກອນ ກໍຄື ເຂົາເຈົ້າ ບໍ່ໄດ້ເງິນ ເດືອນ ຍ້ອນວ່າ ການພັທນາ ໂດຍອີງໃສ່ ການເຕີບໂຕ ທາງດ້ານ ເສຖກິດ ເປັນ ຕົວຕັ້ງ.
ການຈ່າຍ ເງິນເດືອນ ບໍ່ ທັນເວລາ ເປັນຍ້ອນ ການເກັບ ຣາຍຮັບ ບໍ່ໄດ້ຕາມ ເປົ້າໝາຍ. ຈົນເຮັດໃຫ້ ສປປລາວ ຕ້ອງ ຢືມເງິນ ມາແກ້ໄຂ ບັນຫາ ຂາດດຸນ ງົບປະມານ ສອງຄັ້ງ ແລ້ວ. ໜັງສືພິມ ວຽງຈັນທາມ ໃນ ວັນທີ 24 ທັນວາ 2013 ທີ່ຜ່ານມາ ຣາຍງານ ຣັຖບານ ລາວ ກໍໄດ້ຢືມ ເງິນ ມູນຄ່າ ປະມານ 260 ລ້ານ ໂດລາ ສະຫະຣັດ ແລະ ຕໍ່ມາ ໜັງສືພິມ ວຽງຈັນ ທາມ ສະບັບວັນທີ 25 ເມສາ 2014 ກໍໄດ້ ຣາຍງານ ອີກວ່າ ຣັຖບານລາວ ໄດ້ຢືມເງິນ 190 ລ້ານ ໂດລາ ສະຫະຣັດ ເພື່ອເອົາມາ ແກ້ໄຂ ບັນຫາ ການຂາດດຸນ ງົບປະມານ.
ນອກຈາກນີ້ ໃນເດືອນ ພຶສພາ ທີ່ຜ່ານມາ ກະຊວງ ການເງິນ ມີການ ປະຊຸມ ເພື່ອຕັດ ງົບປະມານ ບໍຣິຫານ ຂອງ ແຕ່ລະ ກະຊວງ ກະຊວງ ລະ 1,000 ລ້ານກີບ ຕັດອອກ ແຕ່ລະ ກະຊວງເລີຍ ຊິເອົາໄປ ໝູນໃຊ້ ບັນດາ ພວກ ຢູ່ຕ່າງແຂວງ ຄຣູ ອາຈານ ແບບ ຊິນ່າ ມັນບໍ່ໄດ້ ຕັດອອກ ແລ້ວ ເອົາເງິນ ຢູ່ນີ້ມາ ໝູນໃຊ້ ຊິເອົາມາ ເປັນ ງົບປະມານ ຂອງ ເງິນເດືອນ ພະນັກງານ ເດ໋ ເພາະມັນ ບໍ່ມີເງິນ.
ທີ່ກ່າວ ມານັ້ນ ແມ່ນ ຜົນກະທົບ ທີ່ເກີດຂຶ້ນ ຈາກການ ທີ່ ສປປລາວ ເນັ້ນ ແລະ ສຸມໃສ່ ໂຄງການ ກໍ່ສ້າງ ໂຄງລ່າງ ພື້ນຖານ ແລະ ໂຄງການ ລົງທຶນຕ່າງໆ ເພື່ອເລັ່ງເຮັດ ໃຫ້ຕົວເລກ ການເຕີບໂຕ ທາງດ້ານ ເສຖກິດ ຫລື ຈີດີພີ ໃຫ້ສູງຂຶ້ນ ໃນຂະນະ ທີ່ ສະພາບການ ທາງດ້ານ ການເງິນ ຂອງລາວເອງ ກໍຍັງບໍ່ ທັນກຽມພ້ອມ ສິ່ງດັ່ງກ່າວ ຈຶ່ງເກີດມີ ຊ່ອງຫວ່າງ ເຮັດໃຫ້ ງົບປະມານ ຮົ່ວໄຫລ ຫລາຍ ທີ່ສຸດ.
ຖ້າເບິ່ງ ແຕ່ອະດີດ ຈົນເຖີງ ປັດຈຸບັນ ບັນດາ ຜູ້ນຳ ຂອງລາວ ສ່ວນຫລາຍ ຈະເນັ້ນແຕ່ ຕົວເລກ ການເຕີບໂຕ ທາງດ້ານ ເສຖກິດ ເປັນຫລັກ ເພື່ອໃຫ້ໄດ້ ຄວາມ ໜ້າເຊື່ອຖື ແຕ່ ໃນຂະນະ ທີ່ ປະຊາຊົນ ແລະ ພະນັກງານ ຣັຖກອນ ຈະຍັງ ເດືອດຮ້ອນ ຢູ່. ເພາະວ່າ ຄວາມເປັນຈິງ ກໍຄື ຕົວເລກ ການເຕີບໂຕ ທາງດ້ານ ເສຖກິດ ຈະສູງປານໃດ ກໍຕາມ ກໍເປັນພຽງ ຕົວເລກ. ປະຊາຊົນ ບໍ່ມີທີ່ດິນ ທຳກິນ ແລະ ພະນັກງານ ຣັຖກອນ ບໍ່ໄດ້ ເງິນເດືອນ ກໍເປັນອີກ ເລື້ອງນຶ່ງ.
ເຖີງວ່າ ຣັຖບານ ລາວ ຈະຮັກສາ ໃຫ້ ເສຖກິດ ມີການເຕີບໂຕ ຢ່າງຕໍ່ເນື່ອງ, ແຕ່ໃນ ຄວາມເປັນຈິງ ປະຊາຊົນ ລາວ ແລະ ພະນັກງານ ຣັຖກອນ ລາວ ຍັງຄົງ ຕົກທຸກ ໄດ້ຍາກ ຢູ່. ເມື່ອ ເປັນເຊັ່ນ ນັ້ນ ເຮົາຍັງຈະມີ ຄວາມພູມໃຈ ແລະ ຍິນດີ ກັບ ຕົວເລກ ການເຕີບໂຕ ທາງດ້ານ ເສຖກິດ ອີກຢູ່ບໍ ທ່ານ ຜູ້ຟັງ.