ລາວຕ້ອງການທຶນສ້າງຖນົນ ຫຼວງ
2015.02.08
ທາງການ ລາວ ວ່າ ການ ປັບປຸງ ຖນົນ ຫລວງ ຫລາຍສາຍ ໃຫ້ ໄດ້ ມາຕຖານນ ຂອງ ພູມີພາກ ນັ້ນ ຕ້ອງການ ເງິນ ຈໍານວນ ມະຫາສານ ແລະ ວ່າ ຕ້ອງໄດ້ ອາໄສ ທຶນ ຈາກ ຕ່າງ ປະເທດ. ຕາມ ຣາຍງານ ອົງການ ຂ່າວ ຊິນຫົວ ທີ່ ອ້າງຕາມ ຄໍາເວົ້າ ຂອງ ທ່ານ ງາມປະສົງ ເມືອງມະນີ ຮອງ ຫົວໜ້າ ກົມທາງ ທີ່ກ່າວ ເມືອ ວັນທີ 4 ກຸມພາ ຜ່ານມາ.
ໃນຂນະທີ່ ສປປ ລາວ ກໍາລັງ ປັບປຸງ ຖນົນ ຫຼວງ ຂອງຕົນ ເພື່ອ ເຊື່ອມຕໍ່ ເປັນ ຖນົນ ຫລວງ ອາຊຽນ ແຕ່ ຖນົນ ຫລວງ ຂອງລາວ ຮັບ ນໍ້າໜັກໄດ້ ຕໍ່າກ່ວາ
11 ໂຕນ ຕໍ່ ເພົາຣົດ ຊຶ່ງ ເປັນ ມາຕຖານ ຕໍ່າສຸດ ຂອງ ຖນົນ ອາຊຽນ ເພື່ອ ອໍານວຍ ຄວາມ ສະດວກ ໃນການ ຂົນສົ່ງ ສິນຄ້າ.
ປັດຈຸບັນ ລາວມີ ຖນົນ ຫລວງ 2 ເສັ້ນ ທີ່ ຖືວ່າ ໄດ້ ມາຕຖານ ຂອງ ຖນົນຫລວງ ອາຊຽນ, ສ່ວນ ອີກ 6 ເສັ້ນ ນັ້ນ ຕ້ອງໄດ້ ປັບປຸງ ໃໝ່. ທ່ານ ງາມປະສົງ ວ່າ ຣັຖບານ ລາວ ຫວັງວ່າ ຈະໄປ ຊອກຫາ ເງິນທຶນ ຊ່ວຍເຫລືອ ຈາກ ຕ່າງ ປະເທດ ເພື່ອ ນໍາມາ ປັບປຸງ ຖນົນ ທັງ 6 ເສັ້ນ ນັ້ນ. ທ່ານວ່າ ສປປ ລາວ ບໍ່ໄດ້ຮັບ ການສນັບ ສນູນ ທາງການ ເງິນ ທີ່ ພຽງພໍ ເທື່ອ.
ສປປ ລາວ ຕ້ອງການ ການ ຊ່ວຍເຫລືອ ຈາກ ອົງການ ການເງິນ ສາກົນ ເປັນ ເງິນ ກູ້ຢືມ ຣະຍະ ຍາວ ດອກເບັ້ຽ ຕໍ່າ ຫລື ເງິນ ຊ່ວຍເຫລືອ ລ້າ. ແຕ່ວ່າ ຍັງບໍ່ຮູ້ ເທ່ື່ອວ່າ ຕ້ອງການ ເງິນ ຈໍານວນ ເທົ່າໃດ ເພື່ອ ນໍາມາ ປັບປຸງ ຖນົນ ທັງໝົດ.
ສປປ ລາວ ມີຖນົນ ຫລວງ ແຫ່ງຊາຕ 8 ເສັ້ນ ເພື່ອ ເຊື່ອມຕໍ່ ເປັນ ຖນົນ ອາຊຽນ ຄິດເປັນ ໄລຍະ ທາງ 2,800 ກວ່າ ກິໂລແມັດ. 6 ເສັ້ນ ທີ່ວ່ານີ້ ຍັງບໍ່ຢູ່ ໃນ ມາຕຖານ ຮັບ ນໍ້າໜັກ ໄດ້ ຢ່າງຕໍ່າ 11 ໂຕນ ຕາມ ມາຕຖານ ຖນົນ ຫລວງ ອາຊຽນ ເທື່ອ.