ເຈົ້າພາບກອງປະຊຸມອາຊຽນ 2016

ເຄື່ອງໝາຍ ປະຊາຄົມ ເສຖກິຈ ອາຊ໊ຽນ
ເຄື່ອງໝາຍ ປະຊາຄົມ ເສຖກິຈ ອາຊ໊ຽນ (Asean economic community)

0:00 / 0:00

ຫລັງຈາກ ກອງ ປະຊຸມ ສຸດຍອດ ອາຊຽນ ທີ່ ປະເທດ ມາເລເຊັຽ ເປັນ ເຈົ້າພາບ ສິ້ນສຸດ ລົງ ຢ່າງເປັນ ທາງການ ໃນ ອາທີດ ນີ້ ບັນດາ ຜູ້ນຳ ປະເທດ ອາຊຽນ ກໍໄດ້ ຮວມກັນ ອອກ ຖແລງການ ວ່າ ຈະເອົາໃຈ ໃສ່ ໃນການ ເຮັດວຽກ ຢ່າງ ຫ້າວຫັນ ເພື່ອສ້າງ ຕັ້ງ ປະຊາຄົມ ເສຖກິດ ອາຊຽນ ໃຫ້ ສຳເຣັດ ໃນ ທ້າຍ ປີ ນີ້ ເພຶ່ອໃຫ້ ອາຊຽນ ເປັນ ເຂດ ເສຖກິດ ການຄ້າ ແລະ ການລົງທຶນ ນຶ່ງ ດຽວກັນ ໃນ ອະນາຄົດ. ແຕ່ ສຳລັບ ສປປລາວ ແລ້ວ ໃນນາມ ລາວ ຈະເປັນ ປະທານ ວຽນ ອາຊຽນ ແລະ ຈັດ ກອງ ປະຊຸມ ສຸດຍອດ ອາຊຽນ ແລະ ກອງ ປະຊຸມ ອື່ນໆ ຣະດັບ ພາກພື້ນ ຫລາຍ ກອງ ປະຊຸມ ລາວ ຈະເຮັດໄດ້ ສຳເຣັດ ຫລືບໍ່.