ຄຣູອາສາຫຼາຍຮ້ອຍອາດ ຖ້າເກີ້

ໄຊຍາ
2018.11.28
ໂຮງຮຽນປະຖົມສຶກສາ ສົມບູນ ບ້ານໜອງຄໍາ
ຮູປຈາກ: ຄຣູບາສົມນຶກ ພັນທະວົງ

ຍານາງ ສົມຈັນ ຈິດວົງເດືອນ ສະມາຊິກ ສະພາແຫ່ງຊາດ ແຂວງອຸດົມໄຊ ທີ່ເຂົ້າຮ່ວມກອງປະຊຸມ ສໄມສາມັນຄັ້ງທີ 6 ຂອງສະພາ ແຫ່ງຊາດ ຊຸດທີ 8 ໄດ້ກ່າວຣາຍງານ ສະພາບບັນຫາ ໃນແຂວງອຸດົມໄຊວ່າ ປັດຈຸບັນທົ່ວແຂວງອຸດົມໄຊ ມີຄຣູອາສາ 700 ຄົນ ທີ່ຍັງລໍຖ້າບັນຈຸເຂົ້າເປັນຣັຖກອນ ສ່ວນໃຫຍ່ຄຣູອາສາເລົ່ານັ້ນ ເສັຽສຣະ ສອນໂຮງຮຽນທີ່ຢູ່ຫ່າງໄກສອກຫລີກ ເປັນເວລາຫລາຍປີ ແລ້ວແຕ່ຍັງບໍ່ໄດ້ຮັບໂອກາດ ຖືກບັນຈຸເປັນຣັຖກອນ.

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ແຂວງອຸດົມໄຊກ່າວວ່າ ບັນດາຄຣູອາສາຈຳນວນ 700 ຄົນ ກຳລັງລໍຖ້າ ບັນຈຸເຂົ້າເປັນຣັຖກອນ ແທ້, ແຕ່ອາດຈະບໍ່ໄດ້ໝົດທຸກຄົນ ໃນເທື່ອດຽວ ຍ້ອນຣັຖບານ ໄດ້ປະກາດຫລຸດໂຄຕ້າ ພະນັກງານ ລົງເຫລືອ 1500 ຄົນໃນປີ 2019, ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ວ່າ:

"ຄຣູຖືວ່າບໍ່ໄດ້ບັນຈຸນີ້ ກະຍ້ອນວ່າໂຄຕ້ານີ້ແຫລະຈຳກັດ ດຽວນີ້ເພິ່ນກະຄືວ່າຫັ້ນແຫລະ ນັບມື້ເພິ່ນກະຫຼຸດໂຄຕ້າຣັຖກອນ ຂະເຈົ້າກະຍັງສອນ ປົກກະຕິຢູ່."

ທ່ານກ່າວຕື່ມວ່າ ບັນດາຄຣູອາສາ 700 ຄົນຕ້ອງໄດ້ອົດທົນ ແລະເສັຽສຣະສອນໜັງສື ແບບບໍ່ມີເງິນເດືອນໄປເລື້ອຍໆ ຈົນກວ່າຈະໄດ້ບັນຈຸ ເປັນຄຣູຖາວອນ ຊຶ່ງຫລາຍຄົນກໍ່ບໍ່ໄດ້ ສະແດງຄວາມນ້ອຍໃຈ ຫລືຢາກອອກຈາກວຽກຄຣູອາສາ ໄປປະກອບອາຊີບ ອື່ນແຕ່ຢ່າງໃດ.

ອີງຕາມການຣາຍງານ ເມື່ອວັນທີ7 ມິຖຸນາ 2018 ຜ່ານມາຂອງ ຍານາງ ແສງເດືອນ ຫລ້າຈັນທະບູນ ຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ກ່າວວ່າ ການຈັດແບ່ງໂຄຕ້າຣັຖກອນຄຣູ ປະຈຳປີ 2018 ນັ້ນ ອີງຕາມການສຳຣວດ ຣັຖກອນຄຣູ ຮວມທັງ ຄຣູອາສາ ໃນຈຳນວນໂຮງຮຽນທັງໝົດ 12,744 ແຫ່ງ ທົ່ວປະເທສເຫັນວ່າ ຍັງມີຄວາມຕ້ອງການຄຣູ ຫລາຍກວ່າ 19,757 ຄົນ.

ໃນຂນະທີ່ໂຄຕ້າຄຣູ ທີ່ຣັຖບານຈັດແບ່ງໃຫ້ ໃນສົກປີ 2018 ມີພຽງ 1,850 ຄົນ ໃນນັ້ນແຂວງທີ່ໄດ້ໂຄຕ້າຫລາຍກວ່າໝູ່ແມ່ນ ສວັນນະເຂດ 172 ຄົນ ແລະໄດ້ໜ້ອຍກວ່າໝູ່ແມ່ນແຂວງໄຊສົມບູນ ຈຳນວນ 68 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.