ເປົ້າໝາຍ ອອກຈາກປະເທດ ດ້ອຍພັດທະນາ ຂອງລາວ ອາດຍັງບໍ່ເຖິ່ງຝັ່ງຝັນ
ສປປ ລາວ ທີ່ເລື່ອນເປົ້າໝາຍ ການອອກຈາກປະເທດ ດ້ອຍພັດທະນາ ໄປເປັນປີ 2026, ແຕ່ຍັງມີຄວາມສ່ຽງສູງ ທີ່ອາດຈະເປັນໄປບໍ່ໄດ້ຕື່ມອີກ ເພາະຍັງມີຄວາມຫຍຸ້ງຍາກ ຫຼາຍດ້ານ ໂດຍສະເພາະ ປະເທດກໍາລັງປະເຊີນກັບ ສະພາບເສດຖະກິດ-ການເງິນ ຕົກຕໍ່າຫຼາຍທີ່ສຸດ.
-
ຈຳປາທອງ
2024-04-04 -
-
-
Your browser doesn’t support HTML5 audio
ເປົ້າໝາຍ ທີ່ຈະຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ຂອງ ສປປ ລາວ ທີ່ເລື່ອນໄປເປັນປີ 2026 ນັ້ນ ຍັງມີຄວາມສ່ຽງສູງ ທີ່ອາດຈະເປັນໄປບໍ່ໄດ້ຕື່ມອີກ ເພາະຍັງມີຄວາມຫຍຸ້ງຍາກຫຼາຍດ້ານ, ປະເທດກໍາລັງປະເຊີນກັບສະພາບເສດຖະກິດ-ການເງິນຕົກຕໍ່າຫຼາຍທີ່ສຸດ ແລະມີຜົນກະທົບໜັກໜ່ວງ ຕໍ່ການການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.
ຄະນະກໍາມະການ ດ້ານນະໂຍບາຍການພັດທະນາ ຂອງສະຫະປະຊາຊາດ ໄດ້ປະກາດເມື່ອວັນທີ 26 ກຸມພາ 2021 ເລື່ອນເວລາຮັບຮອງເອົາ ສປປ ລາວ ເປັນປະເທດຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ຈາກປີ 2024 ໄປເປັນປີ 2026 ຈຶ່ງຈະປະເມີນອີກລອບນຶ່ງ ຍ້ອນເຫັນວ່າ ການລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບ ຕໍ່ການພັດທະນາປະເທດ ຫຼາຍດ້ານ.
ເຈົ້າໜ້າທີ່ ກະຊວງການຕ່າງປະເທດຂອງລາວ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ເມສານີ້ວ່າ ຂະນະນີ້ ຍັງຢູ່ໃນໄລຍະຂ້າມຜ່ານ.
“ຍຸດທະສາດຂ້າມຜ່ານ ໂຕນີ້ແມ່ນເຮົາກໍາລັງ ຍັງບໍ່ທັນໄດ້ຜ່ານເທື່ອຮັບຮອງແລ້ວແຕ່ວ່າຍັງຖ້າ Final ສຸດທ້າຍໂຕນີ້ ຍັງສິປະເມີນກັນອີກລອບນຶ່ງເດີ ເຈົ້າ.”
ປະເທດ ທີ່ຈະຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໄດ້ ຕາມເງື່ອນໄຂຂອງສະຫະປະຊາຊາດ ແລ້ວແມ່ນວ່າ ຕ້ອງປະຕິບັດໄດ້ 3 ເງື່ອນ ຄື:
- ດັດສະນີລາຍໄດ້ແຫ່ງຊາດ ຫຼື GNI ຕ້ອງໄດ້ 1,230 ໂດລ້າຣ໌ຕໍ່ຄົນຕໍ່ປີ, ປັດຈຸ ບັນ ລາວໄດ້ປະມານ 1,668 ໂດລ້າຣ໌ ຄືຫຼຸຈາກປີ 2021 ທີ່ໄດ້ 1,996 ໂດລ້າຣ໌.
- ດັດຊະນີຊັບພະຍາກອນມະນຸດ ຫຼື HAI ຕ້ອງໄດ້ຫລາຍກວ່າ 66 ຄະແນນ, ປັດຈຸບັນ ລາວໄດ້ 77.2 ຄະແນນ.
- ດັດຊະນີຄວາມບອບບາງ ທາງດ້ານເສດຖະກິດ ຫຼື EVI ຕ້ອງຢູ່ໃນລະດັບ 32 ຄະແນນ ຫຼືຕໍ່າກວ່ານັ້ນ, ປັດຈຸບັນ ລາວຢູ່ໃນລະດັບ 33.7 ຄະແຄນ ຄືຍັງບໍ່ບັນລຸໄດ້ເປົ້າໝາຍ.
ເຈົ້າໜ້າທີ່ຫ້ອງການ ຫຼຸດຜ່ອນຄວາມທຸກຍາກ ແຂວງຫົວພັນນາງນຶ່ງເວົ້າ ໃນມື້ດຽວກັນນີ້ວ່າ ໃນປີ 2023 ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີ ຢູ່ແຂວງນີ້ ປະມານ 892 ໂດລ້າຣ໌ສະຫະລັດ ຫຼືປະມານ 15 ລ້ານກີບຕໍ່ຄົນຕໍ່ປີ ແລະໂຄງຮ່າງພື້ນຖານ ກໍຍັງບໍ່ໄດ້ຮັບການພັດທະນາທົ່ວເຖິງ. ສະນັ້ນ ຈຶ່ງເປັນການຍາກ ທີ່ຈະຜ່ານເງື່ອນໄຂ ຕາມທີ່ອົງການສະຫະປະຊາຊາດ ໄດ້ກໍານົດໄວ້, ປະຊາຊົນບາງບ້ານ ທຸກຍາກແທ້.
ດັ່ງທີ່ນາງເວົ້າວ່າ:
“ບາງບ້ານນີ້ກະທຸກແທ້ໄດ໋ ຄືວ່າຫັ້ນແຫລະເນາະ ເຂົ້າຂະເຈົ້າປູກກະ ມີແຕ່ກຸ້ມກິນ ເຂດນອກແທ້ໆຫັ້ນກະ ບໍ່ມີກະບໍ່ມີແທ້ໆນີ້ຄິດໄລ່ສະເລ່ຍເງິນເດືອນພະນັກງານລັດຖະກອນນີ້ລະ ພໍດີຊື້ແຕ່ເຂົ້າກິນ ກະບໍ່ກຸ້ມແລ້ວ ໝົດປີ.”
ແລະຢູ່ແຂວງຜົ້ງສາລີ ຊາວບ້ານຜູ້ນຶ່ງຢູ່ເມືອງບຸນເໜືອ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເປົ້າໝາຍທີ່ຈະໃຫ້ລາວ ຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ ໃນປີ 2026 ນັ້ນ ຍັງຈະເປັນໄປໄດ້ຍາກ ເພາະຊີວິດການເປັນຢູ່ຂອງປະຊາຊົນລາວ ຍັງຈະທຸກຍາກຢູ່ ບໍ່ມີລາຍໄດ້ ບໍ່ມີອາຊີບໝັ້ນຄົງ, ໂຄງຮ່າງພື້ນຖານ ຍັງບໍ່ທົ່ວເຖິງ, ປະຊາຊົນຫຼາຍບ້ານ ຍັງບໍ່ມີໄຟຟ້າໄຊ້, ຊົນເຜົ່າ ມີອາຊີບຖາງປ່າ ເຮັດໄຮ່, ທຸກຍາກຫຼາຍ.
ດັ່ງທີ່ນາງເວົ້າວ່າ:
“ໂອ໋! ຍັງທຸກຍາກໄດ໋ ມີແຕ່ເຮັດໄຮ່ເຮັດນານີ້ແຫລະ ກຸ້ມຢູ່ແຕ່ວ່າກະບໍ່ໄດ້ຫລາຍປານໃດເນາະ ມັນບໍ່ໄດ້ມີວຽກເຮັດງານທໍາເປັນຫລັກນີ້ ບໍ່ມີ ກ່າ ເຮັດແບບທໍາມະຊາດນີ້ແຫລະ ກະໃຫ້ພາກລັດ ຂັ້ນເທິງແຫລະ ທິດ
ຊີ້ນໍາເຮັດແນວໃດ ກະຢູ່ນໍາຂັ້ນເທິງພຸ້ນແຫລະ.”
ຢູ່ແຂວງໄຊຍະບູລີ ເຈົ້າໜ້າທີ່ຫ້ອງການຫຼຸດຜ່ອນ ຄວາມທຸກຍາກທ່ານນຶ່ງ ກໍເວົ້າວ່າ ເປັນໄປໄດ້ຍາກ ທີ່ຈະເຮັດໃຫ້ລາວ ຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ ໄດ້ຕາມເປົ້າໝາຍ ເພາະນັບແຕ່ໂຄວິດ-19 ລະບາດມານີ້ ແລະສະພາບເສດຖະກິດ-ການເງິນໃນປັດຈຸບັນຫຍຸ້ງຍາກ ກໍຍິ່ງເຮັດໃຫ້ມີຄວາມຫຍຸ້ງຍາກຂື້ນຕື່ມ ໃນການສ້າງລາຍຮັບໃຫ້ຫຼາຍຂຶ້ນ ເຮັດໃຫ້ລັດຖະບານ ຂາດງົບປະມານ ທີ່ຈະນໍາໄປພັດທະນາ ເປັນຕົ້ນຢູ່ເຂດຫ່າງໄກ.
ດັ່ງທີ່ທ່ານກ່າວວ່າ:
“ກະເວົ້າໃນແງ່ນຶ່ງ ສະພາບຂອງຄອບຄົວຊົນນະບົດຢູ່ລາວ ສິ່ງທີ່ຕາມມາດຕະຖານພົ້ນທຸກແທ້ ມັນກະຍັງເວົ້າເລື້ອງການເຂົ້າເຖິງ ສິ່ງອໍານວຍຄວາມສະດວກຕ່າງໆ. ອັນ 2 ຫັ້ນກະທາງດ້ານລາຍຮັບ ໄດ້ຕາມລະດັບຄາດໝາຍນີ້ກະຍາກຫັ້ນແຫລະ ບໍ່ມີໂຕກະຕຸ້ນເດ້.”
ແຕ່ເມື່ອໃດ ປະເທດລາວ ຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດ ທະນາ ແລະເປັນປະເທດທີ່ກໍາລັງພັດທະນາ ໄດ້ຕາມເປົ້າໝາຍແລ້ວ ເມື່ອນັ້ນ ປະດເທດລາວ ຈະສູນເສຍສິດທິພິເສດ ທາງດ້ານການຄ້າ ແລະເງິນສະໜັບສະໜູນ ສ່ວນໃດສ່ວນນຶ່ງ ຈາກອົງການຈັດຕັ້ງສາກົນ.
ສໍາລັບການສູນເສຽຜົນປະໂຫຍດທີ່ວ່ານັ້ນ ປັດຈຸນັນ ທາງການລາວ ຍັງກໍາລັງສຶກສາຄົ້ນຄວ້າກັນຢູ່.
ດັ່ງເຈົ້າໜ້າທີ່ ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະການຄ້ານາງນຶ່ງເວົ້າວ່າ:
“ໂດຍ ເພາະວ່າດຽວນີ້ທາງເຮົາກໍາລັງເຮັດບົດຄົ້ນຄວ້າເນາະ ຍັງບໍ່ສໍາເລັດເທື່ອ ໂຕບົດວິເຄາະບົດຄົ້ນຄວ້າ ໂຕ ນີ້ ກະຍັງລວບລວມກະຍັງແບບວ່າ ປຶກສາຫາລືນໍາບັນດາຂະແໜງການເນາະ ເພື່ອເຮັດເປັນບົດຄົ້ນຄວ້າໂຕ ນີ້ອອກມາ ເທື່ອແຕ່ມັນຍັງບໍ່ Final ເທື່ອຫັ້ນນ່າ ເຈົ້າ.”
ປັດຈຸບັນ ລາວໄດ້ຮັບສິດທິພິເສດ ທາງດ້ານການຄ້າ ຈາກປະເທດກໍາລັງພັດທະນາ ແລະປະເທດພັດທະນາແລ້ວ 3 ຢ່າງ ຄື:
- ສິດທິພິເສດທົ່ວໄປ ຫຼື Generalized System of Preferences (GSP) ຄື ການຍົກເວັ້ນ ຫຼື ຜ່ອນຜັນອັດຕາພາສີ ຂອງປະເທດທີ່ພັດທະນາແລ້ວ ຊຶ່ງລາວໄດ້ຮັບຈາກ 38 ປະເທດໃນໂລກ.
- ສິດທິພິເສດລະບົບທີສອງ ເປັນຂອງປະເທດທີ່ກໍາລັງພັດທະນາ ຄືເກົາຫຼີໃຕ້, ອິນເດຍ, ຈີນ ແລະໄຕ້ຫວັນ ທີ່ສະໝັກໃຈໃຫ້.
- ສິດທິພິເສດ ພາຍໃຕ້ສັນຍາການຄ້າເສລີ ຫຼື Free Trade Areas (FTAs) ເຊັ່ນການຄ້າເສລີອາຊຽນ ແລະສິດທິພິເສດ ໃນການສົ່ງສິນຄ້າອອກໄປປະເທດຄູ່ເຈລະຈາ ຂອງອາຊຽນ ເຊັ່ນ ຍີ່ປຸ່ນ, ເກົາຫຼີໃຕ້, ອິນເດຍ ແລະ ຈີນ.
ກ່ຽວກັບເລື່ອງນີ້ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານລາວ ໄດ້ຮຽກຮ້ອງໃຫ້ ອົງການສະຫະປະຊາຊາດ ສືບຕໍ່ຊ່ວຍເຫຼືອລາວ ແລະຊອກຫາວິທີແກ້ໄຂບັນຫາ ອັນຮີບດ່ວນ ແລະບັນຫາທ້າທາຍຕ່າງໆ ເພື່ອເຮັດໃຫ້ລາວ ຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໄດ້ຕາມເປົ້າໝາຍ ໃນປີ 2026 ທີ່ຈະມາເຖິງນີ້.