ເຂື່ອນແຕກ ຄ່າຫົວ ບໍ່ກຸ້ມ: ສຽງວິຈານ
2018.08.21

ຈຳນວນເງິນ 1 ລ້ານ 5 ແສນກີບ ທີ່ທາງການຈ່າຍເປັນຄ່າຊົດເຊີຍ ໃຫ້ແກ່ຄອບຜູ້ເສັຍຊີວິດ ຈາກເຫດການເຂື່ອນເຊປຽນແຕກຍັງບໍ່ກຸ້ມຄ່າ ກັບຊີວິດທີ່ເສັຽໄປ ແລະ ບໍຣິສັດຕ້ອງຮັບຜິດຊອບທຸກຢ່າງ ກັບຄວາມເສັຍຫາຍ ທີ່ເກີດຂຶ້ນ. ດັ່ງ ເຈົ້າໜ້າທີ່ບຳນານ ທ່ານນຶ່ງກ່າວຕໍ່ ເອເຊັຍ ເສຣີ ໃນວັນທີ 21 ສິງຫາ ວ່າ:
"ອັນນີ້ ຂ້າພະເຈົ້າວ່າ ມັນບໍ່ເໝາະສົມມັນບໍ່ກຸ້ມ ແຕ່ເຮົາຢາກຖາມວ່າໂຕນີ້ ມັນແມ່ນເງິນຂອງຣັຖບໍ ຫລື ເປັນເງິນຂອງບໍຣິສັດເນາະ ຄັນເງິນ ຂອງບໍຣິສັດ ແມ່ນບໍ່ເໝາະສົມ ແຕ່ຖ້າຄັນແມ່ນເງິນຂອງຣັຖ ໂຕນີ້ແມ່ນເອີ້ນວ່າ ຣັຖອາດຈະໃຫ້ເປັນຄວາມບັນເທົາ ທຸກເບື້ອງຕົ້ນ."
ແລະ ນອກຈາກນີ້ ບໍຣິສັດ ຕ້ອງຮັບຜິດຊອບກັບສິ່ງທີ່ເກີດຂຶ້ນ, ດັ່ງ ທ່ານ ກ່າວຕືຶ່ມອີກວ່າ:
"ກະຕາມທຳມະດາ ກະຕັ້ງບໍຣິສັດລົງທຶນ ກະຕ້ອງໄດ້ຮັບຜິດຊອບ ເພາະວ່າຣັຖບານ ກະຄືປະຊາຊົນ ກະມອບໝາຍໃຫ້ບໍຣິສັດ ຊຶ່ງວ່າ ບໍຣິສັດລົງທຶນ ມັນກະມອບໝາຍໃຫ້ ບໍຣິສັດຮັບເໝົາເດ້ ສະນັ້ນແຫລະ ຄັນຖາມຕົງໆ ລະຫ້ວຍ ກະໃຫ້ບໍຣິສັດ ຫັ້ນແຫລະເນາະ ຮັບຜິດຊອບທຸກສິ່ງທຸກຢ່າງເນະ."
ກ່ຽວກັບກໍຣະນີ ທີ່ຣັຖບານໃຫ້ເງິນແກ່ຄອບຄົວຜູ້ເສັຽຊີວິດ 1 ລ້ານ 5 ແສນກີບ ຕໍ່ນຶ່ງຄົນນັ້ນ ມີຄວາມສົມເຫດສົມເຫດສົມຜົນແລ້ວ ສ່ວນເງິນຊ່ອຍເຫຼືອຜູ້ປະສົບພັຍ 5 ແສນກີບ ຕໍ່ຄອບຄົວ ຕົນຄິດວ່າໜ້ອຍເກີນໄປ:
“ລ້ານຫ້າແສນກີບ ເງິນຂອງຄັງລັດຖະບານນີ້ ມັນກະສົມຄວນແລ້ວເນາະ ທີ່ເອົາ ເງິນໃຫ້ຄອບຄົວນຶ່ງ ຫ້າແສນ ຄັນເວົ້າສ່ວນຕົວແທ້ ມັນກະໜ້ອຍເນາະ ຄືຮູ້ຫັ້ນແຫລະງົບປະມານບ້ານ ພວກເຮົານີ້ ກະໜ້ອຍ.”
ເງິນຣັຖບານທີ່ຊົດເຊີຍແກ່ຄອບຄົວ ຜູ້ເສັຽຊີວິດ ແມ່ນເປັນໄປຕາມຕາມກົດໝາຍ ວ່າດ້ວຍ ປະກັນສັງຄົມ ຕາມຄຳເວົ້າຂອງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງອັດຕະປື ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 21 ສິງຫານີ້ວ່າ:
“ຜູ້ນຶ່ງຫັ່ນຕາມມິຕິ ເພິ່ນໄດ້ລ້ານຫ້າແສນຕໍ່ສົບນຶ່ງ ເງິນລ້ານຫ້າແສນ ຕາມການແນະນຳຂອງຜແນກ ກະແມ່ນຂອງລັດຖະບານຫັ້ນແຫຼະ ຄັນຊິເວົ້າແລ້ວ ໃນນາມວຽກງານ ປະກັນສັງຄົມເຮົານີ້ໃດ໋ ເປັນມະຕິຂອງເພິ່ນໃຫ້ຊໍ່ານິ່ໃດ໋ ສະພາເພີ່ນກະຮັບຮູ້ ຢູ່ໃນຄນະ.”
ທ່ານກ່າວວ່າ ໃນອະນາຄົດ ຣັຖບານ ຈະມີເງິນຊົດເຊີຍແກ່ຜູ້ເສັຽຊີວິດເພີ້ມຕື່ມຫຼືບໍ່ ຮວມທັງບໍຣິສັດ ສ້າງເຂື່ອນເຊປຽນ-ເຊນໍ້ານ້ອຍ ຈະມີການຊົດເຊີຍ ແນວໃດນັ້ນ ຕົນກໍຍັງບໍ່ສາມາດ ຕອບຄຳຖາມນີ້ໄດ້ເທື່ອ ຕ້ອງໄດ້ຕິດຕາມ ຈາກຣັຖບານຕໍ່ໄປເລື້ອຍໆ ເທົ່ານັ້ນ ແຕ່ເຊື່ອວ່າ ການຊົດເຊີຍ ຈະບໍໍ່ຢຸດຢູ່ທໍ່ນີ້ແນ່ນອນ.
ປັດຈຸບັນ ຈຳນວນຜູ້ເສັຽຊີວິດມີທັງໝົດ 39 ຄົນ ແລະຫາຍສາບສູນ ແມ່ນ 96 ຄົນຈາກເຫດການເຂື່ອນເຊປຽນແຕກ ໃນມື້ວັນທີ 23 ກໍຣະກະດາ 2018 ອີງຕາມຣາຍງານຈາກທາງການ.