ການສໍ້ຣາສບັງຫຼວງ ຢູ່ ລາວ ເພີ້ມຂຶ້ນ
2018.02.23
ໃນປີ 2017 ຜ່ານມາ ອົງການເພື່ອຄວາມໂປ່ງໄສ ສາກົນ ຈັດ ສປປລາວ ໃຫ້ຢູ່ໃນດັນດັບຂີ້ຮ້າຍລົງ ຍ້ອນມີການສໍ້ຣາດບັງຫຼວງຫຼາຍຂຶ້ນ ແລະຖືກຈັດໃຫ້ຢູ່ໃນ ອັນດັບທີ 135 ໃນຈໍານວນ 180 ປະເທສໃນໂລກ ຄືໄດ້ທີຂີ້ຮ້າຍລົງ ກວ່າປີ 2016 ທີ່ໄດ້ທີ 123 ຄືໄດ້ພຽງແຕ່ 29 ຄະແນນ ໃນຈໍານວນຄະແນນເຕັມ 100 ຄະແນນ. ເວົ້າເຖິງການສໍ້ຣາດບັງຫລວງຢູ່ ສປປລາວ ແມ່ນແຕ່ ທ່ານ ທອງລຸນ ສີສຸລິດ, ນາຍົກ ຣັຖມົນຕຣີ ກໍຍັງຍອມຮັບຮູ້ວ່າມີ:
"ຍັງມີຫລາຍບັນຫາ ທີ່ປະຊາຊົນ ກໍຄືສັງຄົມ ຮຽກຮ້ອງໃຫ້ຣັຖບາລ ຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂ ເປັນຕົ້ນແມ່ນປາກົດການ ການສໍ້ຣາດ ບັງຫລວງ ຂອງພະນັກງານ."
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ກະຊວງ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ກຸມພາ ນີ້ວ່າ ສາເຫດທີ່ພາໃຫ້ ມີການສໍ້ຣາດບັງຫລວງ ເພີ້ມຂຶ້ນໃນລາວ ຫລັກໆແລ້ວ ແມ່ນຣັຖບາລຍັງບໍ່ສາມາດ ກວດສອບຜູ້ມີອໍານາດໃຫຍ່ໄດ້. ດັ່ງທີ່ທ່ານກ່າວວ່າ:
"ການກວດສອບກໍເລີ້ມມີຢູ່ນໍ ແຕ່ວ່າການເຂົ້າເຖິງຂະບວນການກວດສອບແທ້ໆ ບໍ່ທັນມີປະສິດທິພາບ ເທື່ອ ມັນຍາກຍ້ອນວ່າ ເກງໃຈກັນ ບໍ່ກ້າກວດສອບ ຜູ້ມີອໍານາດສູງນໍ ສ່ວນທີ່ວ່າສາມາດ ກວດສອບໄດ້ ເປັນຜູ້ທີ່ວ່າກວດສອບໄດ້ ຄືເປັນຜູ້ທີ່ມີອໍານາດ ນ້ອຍໆ ໝາຍເຖິງ ພະນັກງານທົ່ວໄປ ທີ່ບໍ່ມີອໍານາດ ໃນການຕັດສິນໃຈ ແຕ່ວ່າຜູ້ທີ່ວ່າມີອໍານາດສູງໆ ຜູ້ທີ່ວ່າມີການຄໍຣັບຊັ້ນ ຫັ້ນໜ່າ ເຮົາຍັງບໍ່ທັນສາມາດ ທີ່ຈະໄປກວດສອບໄດ້ເທື່ອ."
ທ່ານອະທິບາຍວ່າ ປັດໃຈທີ່ເຮັດໃຫ້ທາງການ ບໍ່ສາມາດແກ້ໄຂບັນຫາ ການສໍ້ຣາດບັງຫລວງ ບໍ່ຕົກນັ້ນ ກໍຍ້ອນວ່າ ຣະບົບການກວດສອບ ຜູ້ກະທໍາຜິດ ກໍຫາກໍ່ເລີ້ມຈັດຕັ້ງປະຕິບັດ ຢ່າງຈິງຈັງໃນຣັຖບາລຊຸດນີ້. ສະນັ້ນການເຮັດວຽກຕ່າງໆ ຈຶ່ງຍັງບໍ່ໄດ້ຜົລ ແລະຄາດວ່າຍັງຕ້ອງໄດ້ ໃຊ້ເວລາອີກດົນ ຈຶ່ງຈະດີຂຶ້ນ. ແຕ່ຊາວລາວຄົນນຶ່ງໃຫ້ຄວາມເຫັນວ່າ ການສໍ້ຣາດບັງຫລວງໃນປັດຈຸບັນ ຫລຸດໜ້ອຍລົງແດ່ແລ້ວ:
"ການສໍ້ຣາດບັງຫລວງ ປັດຈຸບັນນີ້ກໍຮູ້ສຶກວ່າ ມີການປ່ຽນແປງໄປຫລາຍນໍ ກໍດີໃຈທີ່ຂະເຈົ້າເຮັດໄດ້ ໃນເມື່ອກ່ອນຫລາຍນໍ ແຕ່ວ່າດຽວນີ້ ຂະເຈົ້າ ມີການຮັດກຸມບໍ່ວ່າຈະເປັນ ເຣຶ່ອງຣະບຽບກົດໝາຍ ກໍານົດອິຫຍັງຕ່າງໆ ການວດສອບພະນັກງານ ຂະເຈົ້າ ກໍມີຢູ່ແບບພະນັກງານ ທີ່ຕໍາແໜ່ງຂ້ອນຂ້າງວ່າຕໍ່າ ແຕ່ວ່າຊັບສິນຫລາຍ ຂະເຈົ້າກໍມີການໄປກວດສອບ ທີ່ໄປທີ່ມາແນວໃດ ເວົ້າເຣຶ່ອງຄໍຣັບຊັນ ເຣຶ່ອງໄມ້ ເຣຶ່ອງ ການສົ່ງອອກໄມ້ ກໍຫລຸດລົງ."
ຈາກຜົລຂອງການສໍາຣວດປີ 2017 ທີ່ຜ່ານມາ ສປປລາວ ເປັນປະເທສ ທີ່ມີການສໍ້ຣາດບັງຫລວງ ຫລາຍທີ່ສຸດອັນດັບ 2 ໃນອາຊຽນ ຮອງຈາກ ກໍາພູຊາ. ສ່ວນວ່າປະເທສ ທີ່ໄດ້ອັນດັບທີນຶ່ງ ຄືແກ້ໄຂບັນຫາ ການສໍ້ຣາດບັງຫລວງໄດ້ດີນັ້ນ ແມ່ນປະເທສ ນິວຊີແລນ ແລະ ສອງມາກໍແມ່ນ ສະວີເດນ.