ທາງການຄວບຄຸມການໃຊ້ ເງິນຕຣາ ຕ່າງປະເທດ

ຄໍາສັ່ງຫ້າມ ການໃຊ້ເງິນຕຣາ ຕ່າງປະເທດ ຕາມທ້ອງຕລາດ ແບບຊະຊາຍ ເປັນບັນຫາ ທີ່ ທາງການລາວ ຍັງແກ້ບໍ່ຕົກ.

ທະນາບັດ ເງິນກີບ ສປປລາວ Public Domain

ການຫ້າມໃຊ້ເງິນຕຣາຕ່າງປະເທດ ແບບສະຊາຍໃນລາວ ຍັງເປັນບັນຫາແກ້ໄຂຍາກ ເຖິງແມ່ນວ່າຣັຖບານໄດ້ອອກ ກົດລະບຽບຫ້າມ ແຕ່ ຫລາຍພາກສ່ວນ ບໍ່ປະຕິບັດຕາມ ແລະຍັງເປັນຄວາມເຄີຍຊິນ ໃນການນຳໃຊ້ເງິນຕຣາ ຕ່າງປະເທດເຂົ້າໃນການ ຊື້-ຂາຍ ປະຈຳວັນ, ດັ່ງ ທີ່ອະດີດເຈົ້າໜ້າທີ່ລາວ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 10 ເມສາ ນີ້ວ່າ:

"ເລື່ອງລະບຽບການເລື່ອງຫຍັງຂອງທະນາຄານກາງ ເພິ່ນກະຫ້າມບໍ່ໃຫ້ໃຊ້ເງິນຕຣາຕ່າງປະເທດ ຫຍັງຕ່າງໆຫັ້ນແຫຼະ ແຕ່ວ່າໂຕຈິງໃນການ ຊື້ຂາຍ ເຂົ້າໄປໃນຕລາດຜູ້ໃດມີເງິນບາດກໍ່ຊື້ ຜູ້ໃດມີເງິນໂດລາກໍ່ຊື້ກັນໂລດແຫຼ້ວ ເຮົາເຄີຍໃຊ້ມາແລ້ວ ເຮົາເຮັດອັນນີ້ມາແລ້ວ ເຮົາຈະມາເຂົ້າ ນຶ່ງບາດດຽວກະຍາກຫັ້ນແຫລະ."

ທ່ານກ່າວອີກວ່າດຽວນີ້ ຮ້ານຄ້າ ຮ້ານບໍຣິການທົ່ວໄປ ໃນທົ່ວປະເທດລາວສ່ວນໃຫຍ່ ຍັງຮັບເອົາເງິນຕຣາ ຕ່າງປະເທດ ຈາກລູກຄ້າຢູ່ ເພາະຢ້ານວ່າລູກຄ້າ ບໍ່ໄດ້ຮັບຄວາມສະດວກ ແລະເຖິງແມ່ນວ່າທາງການ ໄດ້ອອກກົດລະບຽບ ຫາກພົບເຫັນຮ້ານໃດ ຮັບເອົາເງິນຕຣາ ຕ່າງປະເທດຈະຕ້ອງຖືກປັບໃໝໃສ່ໂທດກໍ່ຕາມ ໃນຕົວຈິງກົດລະບຽບນັ້ນ ປະຕິບັດບໍ່ໄດ້.

ປັດຈຸບັນຫຼາຍແຂວງພຍາຍາມລະດົມໃຫ້ປະຊາຊົນ ໃຊ້ເງິນກີບພາຍໃນລາວ ຮວມທັງການກວດກາສະກັດກັ້ນການໃຊ້ ເງິນຕຣາຕ່າງປະເທດ ຢ່າງເຂັ້ມງວດ ເປັນຕົ້ນທາງແຂວງສວັນນະເຂດໄດ້ຈັດກອງປະຊຸມ ການໃຊ້ເງິນຕຣາຕ່າງປະເທດຕາມເມືອງຕ່າງໆ ເພື່ອພຍາຍາມຫຼຸດຜ່ອນ ບັນຫາການໃຊ້ເງິນຕຣາ ຕ່າງປະເທດແບບຊະຊາຍ.

ຣັຖບານລາວໄດ້ອອກກົດໝາຍຄຸ້ມຄອງ ເງິນຕຣາຕ່າງປະເທດ ຊຶ່ງບັງຄັບໃຊ້ໃນປີ 2015 ໃນນັ້ນມາດຕຣາ 49 ລະບຸວ່າບຸກຄົນໃດຮັບສຳຣະ ຫລືສຳຣະສິນຄ້າ, ຄ່າບໍຣິການ, ສຳຣະໜີ້, ເບີກຈ່າຍເງິນເດືອນ, ປະຕິບັດພັນທະຕໍ່ຣັຖ ເປັນເງິນຕຣາຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 3 ລ້ານ ກີບຕໍ່ຄັ້ງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org