ບໍຣິສັດ ທາງຣົຖໄຟລາວ-ຈີນ ຍອມຮັບຂໍ້ຜິດພາດ ໃນການບໍຣິການ ຊື້-ຂາຍປີ້ ຣົຖໄຟ ແລະ ຈະເລັ່ງ ສ້າງແອປ (App) ຂາຍປີ້ຜ່ານອອນລາຍນ໌ ເພື່ອໃຫ້ບໍຣິການ ໃນທ້າຍປີ 2022.
ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ ບໍຣິສັດຣົຖໄຟລາວ-ຈີນ ໄດ້ຊີ້ແຈງໃນວັນທີ 3 ສິງຫາ 2022 ວ່າ ຍອມຮັບ ຕໍ່ຂໍ້ຜິດພາດ ແລະ ບັນຫາ ໃນການບໍຣິການຣົຖໄຟ ລາວ-ຈີນ ທີ່ເກີດຂຶ້ນ ໂດຍສະເພາະ ການບໍຣິການ ຊື້-ຂາຍ ປີຣົຖໄຟ ທີ່ມີຄວາມຫຍຸ້ງຍາກ ໃນການລໍຖ້າຊື້ປີ້ດົນນານ ຈົນເຮັດໃຫ້ມີຄວາມແອອັດ ບໍ່ເປັນລະບຽບຮຽບຮ້ອຍ ຮ່ວມເຖິງ ການບໍຣິການ ຫ້ອງນ້ຳສາທາຣະນາ ບໍ່ມີໃຫ້ຜູ້ມາໃຊ້ບໍຣິການ ແລະ ຍັງມີບັນຫາ ກຸ່ມຄົນສວຍໂອກາດ ຊື້-ຂາຍປື້ ໄປເກງກຳໄລ.
ປັດຈຸບັນ ບໍຣິສັດທາງຣົຖໄຟລາວ-ຈີນ ກຳລັງຈະເລັ່ງປັບປຸງແກ້ໄຂ ບັນຫາດັ່ງກ່າວ ໂດຍບໍຣິສັດ ກຳລັງສ້າງລະບົບແອປ ຂາຍປີ້ຜ່ານທາງອອນລາຍ ແລະ ຄາດວ່າຈະສຳເຣັດ ໃນທ້າຍປີ 2022.
ເຈົ້າໜ້າທີ່ ກ່ຽວຂ້ອງ ໂຄງການທາງຣົຖໄຟ ລາວ-ຈີນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວໃນວັນທີ 4 ສິງຫາ ວ່າ:
" ເຣື່ອງ ການ ແກ້ ໄຂ ຄັນ ເພິ່ນ ຖ ແລງ ແລ້ວ ຕ້ອງ ໄດ້ ແກ້ ໄຂ ຕາມ ການ ຖ ແລງ ຂອງ ເພິ່ນ ຫັ້ນ ຕາ ມານ ຖ ແລງ ຫັ້ນ ຂອງ ເພິ່ນ ຫັ້ນ ກໍ ຢູ່ ໃນ ຊ້ວງ ດຳ ເນີນ ການ ເນາະ ການ ຂຽນ ປະ ກອບ ໂປ ຣແກຣມ. ຫ້ອງ ນ້ຳ ສະ ຖານ ນີ ນະ ຄອນ ຫລວງວຽງ ຈັນ ເພິ່ນ ມີ ການ ແກ້ ໄຂ ເດ້ ແຕ່ ວ່າ ມາ ເບິ່ງ ສະ ພາບ ຢູ່ ຫລວງ ພ ຣະ ບາງ ຂ້າງນອກ ມີ ຈຳນວນ ນຶ່ງ. ເປັນ ຫ້ອງ ນ້ຳ ຊົ່ວ ຄາວ ກໍ ສາ ມາດ ແກ້ ໄຂ ໄດ້ ຫຼາຍ ."
ທ່ານ ກ່າວຕື່ມວ່າ ສ່ວນຫ້ອງນ້ຳຢູ່ສະຖານນີ ນະຄອນຫລວງວຽງຈັນ ກໍເຫັນວ່າ ບໍຣິສັດທາງຣົຖໄຟລາວ-ຈີນ ໄດ້ແກ້ໄຂໄປແລ້ວ ໂດຍໄດ້ຈັດສັນ ຊັ້ນສອງຂອງອາຄານສະຖານນີ ມາເປັນຈຸດບໍຣິການຫ້ອງນ້ຳ ໃຫ້ຜູ້ທີ່ມາລໍຖ້າຊື້ປີ້ ສ່ວນຢູ່ນະຄອນຫລວງພຣະບາງ ເຈົ້າໜ້າທີ່ ກໍມີບໍຣິການຫ້ອງນ້ຳ ດ້ານນອກສະຖານນີເຊັ່ນກັນ ແຕ່ເປັນການບໍຣິການຊົ່ວຄາວ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ.
ປັດຈຸບັນ ປະຊາຊົນທີ່ມາຊື້ປີ້ຣົຖໄຟ ກໍຍັງລໍຖ້າດົນນານຄືເກົ່າ ແລະ ພະນັກງານຂາຍປີ້ ກໍຍັງຂາຍເປັນເວລາຄືເກົ່າ. ຍັງມີນາຍໜ້າ ໄປຕໍ່ຄິວຖ້າຊື້ປີ້ໃຫ້ລູກຄ້າ ແລະ ຜູ້ທີ່ຊື້ປີ້ຈາກນາຍໜ້າ ຈະຕ້ອງເສັຽຄ່າຈອງເພີ່ມອີກ 40,000 ກີບ ຈາກລາຄາປີ້ປົກຕິ.
ນາຍໜ້າຜູ້ຮັບຈອງປີ້ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ:
" ມັນ ກະ ຕໍ່ຄິວ ຍາຍ ຄື ເກົ່າ ມັນ ກະ ຂາຍ ເປັນ ໂມງ ຄື ເກົ່າ ເພາະ ວ່າ ຍັງ ແກ້ ໄຂ ເຣື້ອງ ທີ່ ວ່າ ໂຕ ແອ ອັດ ອັນ ຫຍັງ ບໍ່ ໄດ້ ອັນ ນີ້ ກໍຂຶ້ນ ຢູ່ ກັບ ຄວາມ ສະ ດວກ ຂອງ ຜູ້ ຢາກ ຈອງ ຜູ້ ໃດ ບໍ່ ຢາກ ຜ່ານ ກະ ໄປ ເອງ . ຫ້ອງ ນ້ຳ ຂ້າງ ໜ້າ ຄື ເກົ່າ ມັນ ເປັນ ເດີນ ແບບ ແປນ ຊື່ໆ ມັນ ບໍ່ ທັນ ມີ ຫຍັງ ຢູ່ ."
ນັກທ່ອງທ່ຽວ ຈຳນວນນຶ່ງ ທີ່ບໍ່ຢາກລໍຖ້າດົນ ຈຳເປັນຕ້ອງຊື້ປີ້ນຳນາຍໜ້າ. ນາຍໜ້າທີ່ຮັບຈອງປີ້ຣົຖໄຟ ຢູ່ນະຄອນຫລວງວຽງຈັນ ອີກທ່ານນຶ່ງ ໄດ້ກ່າວວ່າ:
"ມັນ ກໍ ເປັນ ແບບ ເກົ່າແຫຼະ , ແອ ອັດ ແບບ ເກົ່າ ເພາະ ວ່າ ສ່ວນ ຫຼາຍ ກໍ ແມ່ນ ກຼຸບ ທົວຊິ ເຂົາ ເຈົ້າ ກໍ ເຮັດ ໃບ ສ ເນີ ໄປ ເອົາ ມັນ ແບບ ວ່າ ບໍ່ ຖືກມື້ ຕຳ ກັນຫຼາຍ . ແບບ ວ່າ ບໍ່ ໝີ ແຂກ ຫຼາຍ ເຮົາ ກໍ ພໍ ຈອງ ໃຫ້ ໄດ້ ຫັ້ນ ນ່າ ເພາ ະ ວ່າ ນັກ ເດີນ ທາງ ສ່ວນ ຫຼາຍ ເຂົາ ເຈົ້າ ໄປ ຕໍ່ ຄິວ ຊິ ມັນ ດົນ ຊິ ເນາະ . ແລ້ວເຂົາ ເຈົ້າ ຈະ ເສັຽ ເວ ລາ ໄປ ທ່ຽວ ຫັ້ນ ນ່າ ."
ລະບົບຫ້ອງນ້ຳສາທາຣະນະ ບໍ່ສາມາດຮອງຮັບ ຈຳນວນຜູ້ຄົນ ທີ່ໄປໃຊ້ບໍຣິການ ສ່ວນວ່າ ຫ້ອງນ້ຳຢູ່ໃນສະຖານນີ ບາງຄັ້ງກໍເປີດ ແຕ່ບາງຄັ້ງກໍປິດ.
ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ:
" ຕໍ່ ຄິວ ຍາກ ຄື ເກົ່າ . ເຣື່ອງ ລຳ ບາກນີ້ ລຳ ບາກ ເພາະ ວ່າ ມັນ ໄດ້ ຍິນ ດົນ ທີ່ ເຮົາ ຢາກ ໃຫ້ ແກ້ ເນາະ . ກະ ຄື ທີ່ ວ່າ ນຶ່ງ ບ່ອນ ນັ່ງຮົ່ມ ໃຫ້ ມັນ ມີ ບ່ອນ ຮົ່ມ ຫຼາຍຂຶ້ນ . ການ ຈັດ ລະ ບຽບ ຂອງ ການ ຈອດ ຣົ ຖ. ຫ້ອງ ນ້ຳ ໃຫ້ ມີ ຫ້ອງ ນ້ຳ ສາ ທາ ຣະ ນະ ເພາະ ວ່າ ດຽວນີ້ ແມ່ນຫ້ອງ ນ້ຳ ຢູ່ ໃນ ຕຶກ ເຂົາ ເຈົ້າ ເປີດ ແດ່, ບໍ່ ເປີດ ແດ່ .
ຢູ່ສະຖານນີຣົຖໄຟ ມີຫຼາຍປ່ອງ ສຳລັບຊື້ປີ້ຣົຖໄຟ, ແຕ່ ເປີດບໍຣິການພຽງແຕ່ 2 ປ່ອງ ເທົ່ານັ້ນ ແລະ ຜູ້ໂດຍສານ ຈະໃຊ້ຫ້ອງນ້ຳກໍລຳບາກ ໂດຍສະເພາະຜູ້ເຖົ້າ, ເດັກນ້ອຍ, ແມ່ຍິງຖືພາ.
ຊາວລາວ ອີກທ່ານນຶ່ງ ໄດ້ກ່າວວ່າ:
" ແມ່ນ ຕ້ອງ ໄປ ຕໍ່ ຄິວ ແຕ່ ເຂົ້າ ຊ່ອງ ທາງ ຂາຍ ປີ້ ຄື ມີ ຫຼາຍ ປ່ອງ ຫັ້ນນ່າ ແຕ່ ວ່າ ເພິ່ນ ຈະ ເປີດ ແຕ່ 2 ປ່ອງ ເຮົາ ກະ ບໍ່ ເຂົ້າ ໃຈ ຄື ກັນ ວ່າ ເປັນ ຫຍັງ ຄື ເປີດ ໜ້ອຍ . ແລ້ວ ກະ ຕ້ອງ ມີ ຫ້ອງ ນ້ຳ ຢູ່ນອກ ແດ່ ຫັ້ນ ນ່າ ແບບ ຄົນ ທີ່ ແບບ ມີ ພໍ່ເຖົ້າ ແມ່ ເຖົ້າ ແບບ ມີ ເດັກ ນ້ອຍບໍ່ ຖື ພາ ອີ່ ຫຍັງ ຈັ່ງຊີ້ ໄປ ຢືນ ຖ້າ ຢູ່ ຫັ້ນ ນ່າ ."
ຊາວລາວອີກ ທ່ານນຶ່ງ ກ່າວວ່າ ຢາກໃຫ້ເປີດລະບົບອອນລາຍນ໌ໄວໆ ເພື່ອໃຫ້ມີຄວາມສະດວກ:
" ສຳ ລັບ ຊາວ ນະ ຄອນ ຫລວງ ມາ ແມ່ນ ຄື ເກົ່າ . ແລ້ວ ຫລວງ ພ ຣະ ບາງ ໄປ ກະ ຄື ເກົ່າ , ມັນ ແອ ອັດ ຄົນ ໄປ ຖ້າ ຕັ້ງ ແຕ່ 4-5 ໂມງ ເຊົ້າ ພຸ້ນ ນ່າ . ບາງ ຄົນ ບໍ ໄດ້ ເລີຍ ຢາກ ໃຫ້ ເປີດ ແບບ ]ະ ບົບ ອອ ນ ລາຍ ນ໌ ຫຼາຍກວ່າ. ບາງ ຄົນເນາະ ໄປ ລໍ ຖ້າ ຊື້ ປີ້ ຢາກ ເຂົ້າ ຫ້ອງ ນ້ຳ ອີ່ ຫຍັງ ບໍ່ ໄດ້ ເຂົ້າ ຫັ້ນ ນ່າ ໄປ ຍ່ຽວ ຕາມ ນັ້ນ ກະ ບໍ່ ເໝາະ ສົມ ຫັ້ນ ນ່າ ."
ຢ່າງໃດກໍຕາມ, ພັນເອກ ໄກສອນ ແກ້ວມະນີ ຫົວໜ້າກົມຕຳຣວດຣົຖໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ ສາເຫດທີ່ເຮັດໃຫ້ ມີການຕໍ່ຄິວຊື້ປີ້ກັນແອອັດ ສ່ວນນຶ່ງ ກໍຍ້ອນ ມາຈາກຄວາມຕ້ອງການ ຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນຕໍ່ເນື່ອງ.
ສະນັ້ນ ຈຶ່ງເຮັດໃຫ້ນາຍໜ້າ ສວຍໂອກາດ ໃນການຊື້-ຂາຍປີ້ ເພີ່ມຫຼາຍຂຶ້ນ ໂດຍສະເພາະ ໃນກຸ່ມນັກທ່ອງທ່ຽວ ທີ່ບໍ່ຕ້ອງການເສັຽເວລາ ໃນການໄປລໍ້ຖ້າ ກໍຈະຕ້ອງໄປຈ້າງນາຍໜ້າ ບາງເທື່ອນາຍໜ້າ ກໍໄດ້ໄປຈ້າງຄົນໄປຊື້ປີ້ຕື່ມອີກ ເພື່ອໃຫ້ໄດ້ຈຳນວນຫຼາຍ ແລະ ຍັງມີບຸກຄົນດຽວ ມາລຽນຄິວຫຼາຍເທື່ອ ເພື່ອຊື້ໄປເກງກຳໄລ ບັນຫາຕົງນີ້ ທາງກົມຕຳຣວດຣົຖໄຟ ຈະລົງກວດກາ ຕໍ່ເນື່ອງ ແລະ ຫາກພົບເຈີ ຈະຈັບໄປສຶກສາອົບຮົມ, ປັບໃໝ, ດຳເນີນຄະດີ ຕາມຂັ້ນຕອນ.
ພັນເອກ ໄກສອນ ແກ້ວມະນີ ຍັງກ່າວຕື່ມອີກວ່າ ກົມຕຳຣວດຣົຖໄຟ ຍັງໄດ້ສເນີ ໃຫ້ບໍຣິສັດທາງຣົຖໄຟລາວ-ຈີນ ແຍກບ່ອນຂາຍປີ້ ໃຫ້ກຸ່ມນັກທ່ອງທ່ຽວ ຕ່າງຫາກ ເພື່ອຫຼຸດບັນຫາ ການແອອັດ ສ່ວນບຸກຄົນທົ່ວໄປທີ່ມາຊື້ປີ້ ຈະຕ້ອງຖືບັດປະຈຳໂຕ ຫຼື ສຳມະໂນຄົວ ໃຫ້ເຈົ້າໜ້າທີ່ກວດກາ ເພື່ອຕິດຕາມ ຄວບຄຸມຄວາມເປັນລະບຽບ ຮຽບຮ້ອຍ ແລະ ຈະໄດ້ຕິດຕາມຫາບຸກຄົນ ທີ່ຊື້-ຂາຍປີ້ ທີ່ບໍ່ຖືກຕ້ອງ ແລະ ຖ້າປະຊາຊົນ ພົບເຫັນບຸກຄົນດັ່ງກ່າວ ກໍສາມາດແຈ້ງເຈົ້າໜ້າທີ່ ໄດ້ທຸກເວລາ.