50 ຄອບຄົວໄດ້ຄ່າຊົດເຊີຍ ຈາກ ທາງຣົດໄຟ

ໄມຊູລີ
2018.06.06
f-railroad ການກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນເຂດພາກເໜືອ ຂອງ ສປປ ລາວ
RFA/VD

ທາງການແຂວງຫລວງນໍ້າທາ ເລີ່ມຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ແລ້ວ ແຕ່ທ້າຍເດືອນພຶສພາ ທີ່ຜ່ານມາ ແຕ່ໃນການຈ່າຍຄ່າຊົດເຊີຍຄັ້ງນີ້ ຣັຖບານໄດ້ຈ່າຍໃຫ້ຄອບຄົວ ທີ່ຢູ່ໃນແລວທາງ ລົດໄຟເທົ່ານັ້ນ ສ່ວນຜູ້ທີ່ ຢູ່ໄກແລວທາງ ອອກໄປແດ່ ຍັງບໍ່ທັນໄດ້ ຮັບຄ່າຊົດເຊີຍເທື່ອ. ດັ່ງເຈົ້້າໜ້າທີ່ ຮັບຜິດຊອບ ໂຄງການສ້າງທາງລົດໄຟ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 5 ມິຖຸນາ 2018 ນີ້ວ່າ:

“ຈ່າຍນີ້ແມ່ນເລີ່ມຈ່າຍແລ້ວ ສ່ວນຫຼາຍແມ່ນ ຈ່າຍໃຫ້ຜູ້ທີ່ເຂົາຖືກກະທົບ ແລວທາງແທ້ໆກ່ອນເພາະວ່າ ຈະໄດ້ຍົກຍ້າຍອອກໄປຢູ່ບ່ອນອື່ນ ກ່ອນ ຄັນຖ້າບໍ່ຈ່າຍ ກະຢ້ານເຂົາບໍ່ມີບ່ອນຢູ່ ການກໍ່ສ້າງກະສິ ກໍ່ສ້າງບໍ່ໄດ້ຄັນບໍ່ຍ້າຍ ປະຊາຊົນອອກກ່ອນ.”

ໃນການຈ່າຍເງິນຄ່າຊົດເຊີຍ ໃນຄັ້ງນີ້ ທາງການໄດ້ຈ່າຍ ໃຫ້ຊາວບ້ານຈຳນວນ 50 ກວ່າຄອບຄົວກ່ອນ, ແຂວງຫລວງນໍ້າທາ ມີປະຊາຊົນ ທີ່ຖືກຜົນກະທົບທັງໝົດ 300 ກວ່າຄອບຄົວ. ສ່ວນເຣື່ອງການຄິດໄລ່ ຄ່າຊົດເຊີຍນັ້ນ ເຈົ້າໜ້າທີ່ຄິດໄລ່ຕາມບ່ອນຕັ້ງ ຂອງດິນ; ຖ້າແມ່ນດິນ ຢູ່ແຄມທາງ ທາງການ ຈະໃຊ້ຄ່າຊົດເຊີຍ 5 ແສນກີບ ຕໍ່ແມັດກາເຣ, ດິນທີ່ຢູ່ໄກທາງຈະໄດ້ 350,000 ກີບຕໍ່ ແມັດກາເຣ; ສ່ວນປະເພດ ສິ່ງປຸກສ້າງຫລືເຮືອນ ຈະໄດ້ຄ່າຊົດເຊີຍ 3 ລ້ານກີບຕໍ່ແມັດກາເຣ.

ເຖິງຢ່າງໃດກໍຕາມ ການໄດ້ຮັບຄ່າຊົດເຊີຍ ຄັ້ງນີ້ມີບາງຄອບຄົວ ຍັງບໍ່ພໍໃຈກັບຄ່າຊົດເຊີຍ ເພາະຄ່າຊົດເຊີຍທີ່ໄດ້ມານັ້ນ ຈະບໍ່ພຽງພໍສຳລັບ ໄປຊອກຫາ ທີ່ດິນບ່ອນຢູ່ໃໝ່, ດັ່ງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

“ຫຍຸ້ງຍາກຄືກັນ ບ່ອນທີ່ເຮົາເຄີຍຢູ່ ກັບບ່ອນທີ່ເຮົາຈະໄປຢູ່ໃໝ່ ບາງເທື່ອມັນຊິບໍ່ຄືກັນ ຄັນເຮົາຢາກໄດ້ບ່ອນດີ ເງິນທີ່ໄດ້ກະຢ້ານບໍ່ພໍ ຄັນຖ້າ ເຮົາຊິໄປຊື້ ເອົາບ່ອນໃໝ່ ເປັນໄປໄດ້ເຮົາກະຢາກຢູ່ບ່ອນເກົ່າດີກ່ວາ.”

ເຈົ້າໜ້າທີ່ຮັບຜິດຊອບໂຄງການ ສ້າງທາງຣົດໄຟ ລາວ-ຈີນ ອີກທ່ານນຶ່ງ ກ່າວວ່າ ທາງການລາວຢືມເງິນຈາກຈີນ ເພື່ອມາຈ່າຍ ຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ, ສະເພາະແຂວງຫລວງນໍ້າທາ ໄດ້ຮັບເງິນທັງໝົດ 100 ກວ່າຕື້ກີບ ເພື່ອຈ່າຍຄ່າຊົດເຊີຍທັງໝົດ ພາຍໃນແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.