ຄ່າຊົດເຊີຍບໍ່ໄດ້ຮັບ ຍ້ອນເລຂ ບັນຊີ ບໍ່ຖືກ

ໄຊຍາ
2018.06.19
F-Laos-China ການເຈາະອຸມົງ ຂອງ ບໍຣິສັດກໍ່ສ້າງຈີນ ໃນໂຄງການທາງຣົດໄຟ ລາວ-ຈີນ
RFA/VD

ປະຈຸບັນຊາວບ້ານຈຳນວນ 12 ຄອບຄົວຊຸດທຳອິດ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ຍັງບໍ່ທັນໄດ້ຮັບ ການໂອນເງິນ ຄ່າຊົດເຊີຍ ຈາກໂຄງການສ້າງທາງຣົດໄຟນັ້ນເທື່ອ ຍ້ອນວ່າເລກບັນຊີ ຂອງຊາວບ້ານຜິດພາດ ທະນາຄານການຄ້າຕ່າງປະເທດ ຈຶ່ງບໍ່ສາມາດໂອນເງິນ ເຂົ້າໃຫ້ໄດ້ ຈາກກຳນົດໂອນ ວັນທີ 18 ມິຖຸນາ 2018 ຜ່ານມາ. ຕາມຄຳເວົ້າຂອງເຈົ້າໜ້າທີ່ ເມືອງໄຊ ຕໍ່ວິທຍຸເອເຊັຍເສຣີ ວ່າ:

"ອັນນັ້ນ ບັນຊີເລກທີ່ບໍ່ຖືກຕ້ອງລະຫັດບໍ່ຖືກຜູ້ນີ້ວ່າ 50 ບາດນີ້ໄປໃສ່ຢູ່ພຸ້ນວ່າ 59 ມັນບິດກັນຈຳນວນເງິນຫຍັງຖືກຕ້ອງໝົດ ແຕ່ວ່າລະຫັດ ຜິດ ແລ້ວເຂົາບໍ່ໃຫ້."

ເຈົ້າໜ້າທີ່ກ່າວຕື່ມວ່າ ຫຼັງຈາກພົບຂໍ້ຜິດພາດ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ກວດກາຄືນ ແລະ ແກ້ໄຂເລກບັນຊີ ທະນາຄານ ຂອງຊາວບ້ານໃຫ້ ຖືກຕ້ອງ ແລ້ວສົ່ງໄປທະນາຄານການຄ້າ ຕ່າງປະເທດລາວ ໂດຍທາງທະນາຄານຕອບຮັບຈະໂອນເງິນ ໃຫ້ໃໝ່ໃນວັນທີ 25 ມິຖຸນາ ຊຶ່ງ ຊາວບ້ານກໍເຫັນດີ ບໍ່ໄດ້ຂັດຂ້ອງຫຍັງ.

ທ່ານກ່າວອີກວ່າ ປະຊາຊົນຊຸດຕໍ່ໄປ ໃນເມືອງໄຊ ເມືອງງາ ແລະເມືອງນາໝໍ້ ທີ່ຈະໄດ້ຮັບຄ່າຊົດເຊີຍນັ້ນ ກໍໄດ້ໄປເປີດບັນຊີ ທະນາຄານ ໄວ້ໝົດແລ້ວ ລໍຖ້າພຽງແຕ່ທະນາຄານ ໂອນໃຫ້ ແຕ່ຍັງບໍ່ທັນໄດ້ ກຳນົດເທື່ອວ່າຈະໂອນໃຫ້ເມື່ອໃດ.

ເມື່ອບໍ່ດົນມານີ້ ທ່ານ ບູນຈັນ ສີນທະວົງ ຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາດ ວ່າທາງ ການລາວຈະເຣີ່ມຈ່າຍຄ່າຊົດເຊີຍ ໃຫ້ຜູ້ຖືກຜົນກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ນັບຕັ້ງແຕ່ທ້າຍເດືອນ ມິຖຸນາ ປິ 2018 ເປັນຕົ້ນໄປ ໂດຍກຽມເງິນຄ່າຊົດເຊີຍ ທີ່ຈະໂອນມີປະມານ 2,492 ຕື້ກີບ ເຊິ່ງຈະມອບໃຫ້ການນຳ ແຕ່ລະແຂວງ ເປັນຜູ້ເບີກຈ່າຍໃຫ້ແກ່ ປະຊາຊົນພາຍໃນແຂວງຂອງຕົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.