ເຂດເສຖກິດພິເສດ ຂ.ຈໍາປາສັກ
2018.01.03
ໂຄງການພັທນາເຂດເສຖກິດພິເສດ ມະຫານະທີສີພັນດອນ ທີ່ສ້າງຂຶ້ນ ຢູ່ແຂວງຈໍາປາສັກ ໃນພື້ນທີ່ 7700 ກິໂລແມັດມົນທົນ ຊຶ່ງສ່ວນຫຼາຍ ເປັນພື້ນທີ່ໃນເຂດເມືອງປາກຊ່ອງ ແລະເມືອງໂຂງ ໂດຍຣັຖບານໄດ້ດໍາເນີນ ການສໍາຣວດອອກແບບ ແລະ ສຶກສາຄວາມເປັນໄປໄດ້ ພົບວ່າ ມີ 100 ກວ່າຄອບຄົວ ທີ່ຈະໄດ້ຮັບຜົນກະທົບ ຈາກໂຄງການດັ່ງກ່າວ, ແຕ່ເຂົາເຈົ້າ ຈະໄດ້ຮັບຄ່າຊົດເຊີຍ ຊຶ່ງຂນະນີ້ ຍັງຢູ່ໃນຂັ້ນຕອນການ ປະເມີນ ຂອງຄນະກັມມະການ ທີ່ຫາລືກັນ ໃນເຣື້ອງການຊົດເຊີຍ ແກ່ຊາວບ້ານ ຢູ່, ດັ່ງເຈົ້າໜ້າທີ່ຜແນກ ຈັດສັນທີ່ດິນ ແຂວງຈໍາປາສັກ ກ່າວວ່າ:
“ດິນແຕ່ລະຕອນຂອງປະຊາຊົນ ກໍມີຄນະກັມມະການ ຂອງເມືອງ ຂອງແຂວງ ເພິ່ນປະເມີນ ຄວາມສເນີ ຂອງປະຊາຊົນ ທີ່ສເນີສໍ່າໃດ ແລ້ວເພີ່ນຄ່ອຍສິມາເບີ່ງຄືນວ່າ ໃນຣະຫວ່າງ ປະຊາຊົນ ສເນີກັບ ຣັຖຕີຣາຄານີ້ ມີຜິດກັນຫລາຍປານໃດ ແລ້ວເພິ່ນຈະ ແກ້ໄຂຢ່າງໃດ, ສໍາຄັນຄນະປົກຄອງເມືອງ ເພິ່ນສິໃກ້ ຄວາມປຸກຣະດົມຂົນຂວາຍ ປະຊາຊົນ ໃຫ້ເຂົ້າໃຈກ່ຽວກັບນະໂຍບາຍ ການລົງທຶນຂອງຣັຖອີ່ຫຍັງ ຕ່າງໆ ຖ້າວ່າມີການລົງທຶນ ປະຊາຊົນ ຈະມີການປະກອບ ສ່ວນຫລາຍແນວ ທີ່ດີກ່ວາ ແຕ່ວ່າເຣື້ອງ ຜົນກະທົບ ມັນຫລິກລ່ຽງບໍ່ໄດ້ ມີແຕ່ວ່າເຮົາບໍ່ໃຫ້ມັນ ຫລາຍເທົ່ານັ້ນ.”
ຊາວບ້ານທີ່ຈະໄດ້ຮັບຜົນກະທົບ ຈາກການສ້າງເຂດເສຖກິດພິເສດ ມະນະທີສີພັນດອນ ຕ່າງມີຄວາມກັງວົນ ຕໍ່ຜົນກະທົບທາງດ້ານສະພາບ ແວດລ້ອມ ເປັນຕົ້ນສວນກາເຟ, ສວນອາງຸ່ນ, ພຶດປູກຕ່າງໆທີ່ເຂດພູພຽງ ແລະທີ່ສໍາຄັນໄປກວ່ານັ້ນ ກໍຄືຢ້ານວ່າ ການຊົດເຊີຍເງິນ ແລະ ບ່ອນຢູ່ໃໝ່ ອາດບໍ່ຄຸ້ມຄ່າຫ ລືພຽງພໍ, ດັ່ງຊາວບ້ານຜູ້ນຶ່ງ ໃນແຂວງຈໍາປາສັກ ເວົ້າວ່າ:
“ຄວາມກະທົບນີ້ຫຼາຍເຕິບ ກະທົບປະຊາຊົນ ເພາະວ່າເທື່ອເພິ່ນສິສໍາປະທານໃຫ້ໃໝ່ ເທື່ອເພິ່ນເອົາດິນເອົາດອນໃຫ້ໃຫມ່ ໄປສ້າງໄປຖາງ ມັນກໍສິຊ້າໄປ ການທໍາມາຫາກິນ ຫັ້ນນະ ກໍກະທົບໄປຫຼາຍແນວ ວ່າຈັ່ງຊັ້ນຊະ ເພິ່ນກໍມີຊົດເຊີຍໃຫ້ ເປັນດິນເປັນເຮືອນ ຄັນສິວ່າສິສົມໃຈ ເຮົາແລ້ວວ່າຈັ່ງຊັ້ນຊະ ເພາະວ່າເຮົາຢູ່ມາຫລາຍປີ ສ້າງສາພັທນາມາຫຼາຍປີ ຕັ້ງແຕ່ຮຸ້ນພໍ່ຮຸ້ນແມ່ ເຮົາຫັ້ນນະ ມາສ້າງໃໝ່ມັນກະສິຍາກແດ່ ຫັ້ນນະ”
ຂອບເຂດການສຶກສາຄົ້ນຄວ້າ ເຂດເສຖກິດພິເສດ ນີ້ປະກອບດ້ວຍເຂດ ພິເສດເມືອງປາກຊ່ອງແລະເມືອງໂຂງ ໃນອະນາຄົດນີ້ຈະກາຍເປັນ ຣະບົບຄົມມະນາຄົມ ທີ່ມີຄວາມຫຼາກຫຼາຍເປັນຕົ້ນສນາມບິນ, ທາງດ່ວນ, ທາງຣົຖໄຟຄວາມໄວສູງ ທາງຫຼວງ ແລະໄດ້ກໍາໜົດ ເປົ້າໝາຍ ເມືອງປາກຊ່ອງໃຫ້ເປັນສູນກາງ ທາງດ້ານການແພດສາກົລ, ສູນຄົ້ນຄວ້າແລະພັທນາເທັກໂນໂລຈີ ຂອງເອເຊັຍແລະໃນພື້ນທີ່ ຂອງເມືອງ ໂຂງ ນັ້ນຈະກໍ່ສ້າງຫລາຍໂຄງການ ເປັນຕົ້ນສ້າງສະຖານທີ່ ສໍາລັບ ການຈັດກອງປະຊຸມ ແລະການສະແດງຂອງເອເຊັຍ ສ້າງໂຮງແຮມ ກາຊິໂນ ສູນການຄ້າສາກົລ ເປັນຈຸດໄປມາ ໃນການທ່ອງທ່ຽວ ແລະພັກຜ່ອນຣະດັບໂລກ.
ໂຄງການເສຖກິດພິເສດດັ່ງກ່າວນີ້ ມີເນື້ອທີ່ທັງມົດ 9,800 ເຮັກຕ່າ ມີມູລຄ່າຫລາຍກ່ວາ 9 ຕຶ້ ດອນລ່າສະຫະຣັຖ ຣະຍະເວລາ ໃນການ ກໍ່ສ້າງ 33 ປີ ຄາດວ່າຈະສາມາດ ດຶງດູດນັກທ່ອງທ່ຽວ ໄດ້ຫລາຍກວ່າ 15 ລ້ານຄົນ ຈະມີຣາຍຮັບຈາກການທ່ອງທ່ຽວ 1.8 ຕຶ້ ດອນລ່າ ຕໍ່ປີ. ສາມາດສ້າງວຽກເຮັດງານທໍາ ໃຫ້ຄົນລາວ 199,000 ຄົນ ໃນນັ້ນແມ່ນ ຈະໄດ້ສ້າງໂຮງແຮມ 5 ດາວ ແລະ ກາຊິໂນ ຫລາຍກ່ວາ 35 ແຫ່ງ ຈະສ້າງຣາຍຮັບ ຈາກການປັນຜັນ ແລະ ພາສີອາກອນ ໃຫ້ຣັຖບານ 200 ລ້ານ ດອນລ່າ ສະຫະຣັຖ ຕໍ່ປີ.
ປັຈຈຸບັນຍັງບໍ່ມີຣາຍງານ ກ່ຽວກັບອາຍຸສໍາປະທານ ແລະເຈົ້າຂອງຜູ້ສໍາປະທານເທື່ອ ແຕ່ອິງຕາມຣາຍງານຈາກຫຼາຍແຫຼ່ງ ກ່ອນໜ້ານີ້ນັ້ນ ຜູ້ສໍາປະທານ ແມ່ນກຸ່ມບໍຣິສັດ ກວາງຕຸ້ງ-ແມ່ນໍ້າເຫລືອງອຸດສາຫະກັມຈໍາກັດ ຈາກປະເທດຈີນ.