ຂ.ສວັນນະເຂດ ຍຶດໄມ້ ກໍາລັງ ຂົນໄປວຽດນາມ

ໜ່ວຍກວດກາ ແຂວງສວັນນະເຂດ ເຂົ້າກວດຄົ້ນຣົດ ທີ່ຊຸກເຊືອງໄມ້ໄວ້ໃນພື້ນຣົດ ທີ່ຖືກດັດແປງມາ ເພື່ອອໍາພາງ ເຈົ້າໜ້າທີ່ ແຕ່ກໍໜີບໍ່ພົ້ນ
ໜ່ວຍກວດກາ ແຂວງສວັນນະເຂດ ເຂົ້າກວດຄົ້ນຣົດ ທີ່ຊຸກເຊືອງໄມ້ໄວ້ໃນພື້ນຣົດ ທີ່ຖືກດັດແປງມາ ເພື່ອອໍາພາງ ເຈົ້າໜ້າທີ່ ແຕ່ກໍໜີບໍ່ພົ້ນ (Screen captured : Laos 360°C / ລາວ 360 ອົງສາ https://www.facebook.com/2114504981908287/photos/pcb.2626834104008703/2626833957342051/?type=3&theater)

0:00 / 0:00

ເຈົ້າໜ້າທີ່ກອງກວດກາປ່າໄມ້ ປະຈໍາແຂວງສວັນນະເຂດ ຍຶດໄມ້ຫວງຫ້າມ ຢູ່ໃນຣົດຕູ້ຄອນເທັນເນີ ຂອງຄົນວຽດນາມ ທີ່ກໍາລັງຈະຂົນໄປ ປະເທສວຽດນາມ ຜ່ານດ່ານສາກົນ ແດນສວັນ-ລາວບາວ ໃນມື້ວັນທີ 17 ກໍຣະກະດາ 2018 ນີ້. ໄມ້ຫວງຫ້າມ ຈໍານວນ 3.5 ແມັດກ້ອນ ທີ່ຢຶດໄດ້ພ້ອມທັງຣົດນັ້ນ ເປັນໄມ້ປະດົງທີ່ຄົນວຽດນາມ ເຊື່ອງໄວ້ຢູ່ໃນຣົດ ທີ່ມີການດັດແປງ.

ໃນມື້ດຽວກັນນັ້ນ ເຈົ້າໜ້າທີ່ລາວ ກໍສາມາດຢຶດໄມ້ແປຮູບໄດ້ຈໍານວນ 1.5 ແມັດກ້ອນ ທີ່ຖືກເຊື່ອງໄປນໍາຣົດແກ່ໄມ້ວິກ ຊຶ່ງເປັນຣົດປ້າຍລາວ ທະບຽນສາລະວັນ ແຕ່ຜູ້ຂັບເປັນ ຄົນວຽດນາມ. ຣົດ ທີ່ເຈົ້າໜ້າທີ່ ຍຶດໄວ້ນັ້ນເປັນຣົດ ທີ່ມີການດັດແປງຂົນເຄື່ອງ ເພື່ອອໍາພາງເຈົ້າໜ້າທີ່.

ແຕ່ຄົນຂັບຣົດຂົນໄມ້ຫວງຫ້າມທັງ 2 ຄົນນັ້ນ ຫລົບໜີໄປໄດ້ ຊຶ່ງເຈົ້າໜ້າທີ່ກອງກວດກາປ່າໄມ້ ໄດ້ແຈ້ງໄປຍັງພາກສ່ວນທີ່ກ່ຽວຂ້ອງ ຂອງ ທາງການ ໂດຍສະພາະດ່ານຕ່າງໆ ເພື່ອຈັບຕົວພວກກ່ຽວມາສອບສວນ ແລະດໍາເນີນຄະດີ ແລະທັງສືບຫາ ຂະບວນການລັກຂົນສົ່ງໄມ້ ຈາກ ສປປລາວ ໄປຕ່າງປະເທສ ນໍາດ້ວຍ.