ໂຮງໂສເພນີວຽດນາມ ຖືກປາບ

ໄມຊູລີ
2017.01.10
f-vt ປ້າຍໂຄສະນາ ຮ້ານຄ້າ ຂອງຊາວວຽດນາມ ໃນນະຄອນຫຼວງວຽງຈັນ
RFA

ປະຊາຊົນລາວ ຫຼາຍໆຄົນ ຮູ້ສຶກຍິນດີ ພາຍຫຼັງ ທີ່ໄດ້ຮູ້ຂ່າວ ຜ່ານສື່ສັງຄົມ ອອນລາຍ ວ່າ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ໄດ້ເຂົ້າຈັບກຸມ ຊາວວຽດນາມ ກວ່າ 20 ຄົນ ທີ່ເຂົ້າມາ ລັກເຮັດ ການຄ້າປະເວນີ ຢູ່ ເມືອງໄຊທານີ ແລະ ເມືອງໄຊເສດຖາ, ນະຄອນຫຼວງ ວຽງຈັນ. ພາຍຫຼັງ ການຈັບກຸມ ໄດ້ນຳເອົາ ກຸ່ມດັ່ງກ່າວ ໄປສຶກສາ ອົບຮົມ ແລ້ວນຳສົ່ງ ກັບຄືນ ປະເທສວຽດນາມ. ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ມື້ ວັນທີ 9 ມົກກະຣາ ນີ້ວ່າ:

“ກວດເບິ່ງເຫັນຄົນວຽດນາມ ປະມານ 20 ຄົນ ເຂົ້າມາປະເທສ ບໍ່ຖືກຕ້ອງ ປະກອບກິຈການ ບໍ່ຖືກຕ້ອງລະເຂົາສົ່ງກັບ ຄຶດວ່າກະຫາກ ດີຢູ່ ຖ້າວ່າອັນໃດ ເຮັດໄປລະ ມັນຖືກຕ້ອງ ສອດຄ່ອງກັບ ຄວາມເປັນຈິງ. ແນວໃດ ກະຫາກດີ ຖ້າວ່າພັກ-ຣັຖ ເບິ່ງເຫັນວ່າມັນ ສົມມາພາຄວນ ຈັ່ງຊີ້ ເຂົ້າກວດຄົ້ນ ສົ່ງກັບ ກະຫາກດີ ຄືກັນ”.

ໃນຂນະດຽວກັນ ຊາວລາວອີກທ່ານນຶ່ງ ກໍ່ໄດ້ກ່າວຕໍ່ ຜູ້ສື່ຂ່າວຂອງພວກເຮົາ ໃນວັນດຽວກັນວ່າ ມັນກໍ່ເປັນ ເຣື້ອງດີທີ່ ເຈົ້າໜ້າທີ່ ເລັ່ງແກ້ ບັນຫາ ຊາວວຽດນາມ, ແຕ່ກໍ່ຄວນ ແກ້ບັນຫາ ອື່ນທີ່ສົ່ງ ຜົລກະທົບ ຕໍ່ຄົນທ້ອງຖິ່ນນຳ:

“ສຳລັບຄວາມຄິດ ຂອງຂ້ອຍເນາະ ມັນກະດີຢ່າງນຶ່ງເນາະ ແຕ່ວ່າຄັນຖ້າ ຈະເຮັດແທ້ທຳຈິງ ອີ່ຫຼີ ຫັ້ນນ່າເນາະ ກະບໍ່ຢາກໃຫ້ ເຮັດແຕ່ ເຣື້ອງນີ້ ເຣື້ອງດຽວ ຫັ້ນນ່າ, ກະຢາກໃຫ້ ເບິ່ງຫຼາຍໆ ເຣື້ອງເນາະ ຄືວ່າ ຊາວວຽດນາມ ເພິ່ນເຂົ້າມາເຮັດ ການຄ້າ ການຂາຍ ດຳເນີນ ທຸຣະກິຈ ບໍ່ວ່າຈະເປັນ ຮ້ານເສີມສວຍ ຮ້ານແປງຣົດບໍ່ ຫຼືວ່າ ປະກອບການ ຫຍັງຕ່າງໆ, ກະຢາກໃຫ້ ເບິ່ງຄືນ”.

ຕໍ່ບັນຫານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງ ຫົວໜ້າ ຫ້ອງການ ຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ເມືອງໄຊທານີ ແລະ ທັງເປັນ ສະມາຊິກ ສະພາ ປະຊາຊົນ ຂັ້ນທ້ອງຖິ່ນ ປະຈຳເຂດ ເລືອກຕັ້ງ ທີນຶ່ງ, ນະຄອນຫຼວງ ວຽງຈັນ, ຊຶ່ງທ່ານໄດ້ ຊີ້ແຈງ ໃນຕອນນຶ່ງວ່າ:

“ກ່ຽວກັບບັນຫາ ນີ້ເນາະ ອັນນີ້ມື້ເຊົ້ານີ້ ພວກເຮົາ ປະຊຸມສະພາ ມື້ເຊົ້ານີ້ ກໍມີສາຍດ່ວນຫາ ພວກເຮົາຄືກັນ ບັນຫາ ນີ້ຫັ້ນນ່າ, ພວກເຮົາ ກະໄດ້ ຮັບສາຍດ່ວນ ມາຫາສະພາ ພວກເຮົາກຳລັງ ປະຊຸມຢູ່ເດ ວ່າການຄຸ້ມຄອງ ຄົນຕ່າງປະເທສ ພວກເຮົາ ຊິເຮັດແນວໃດ ຊິແກ້ ແນວໃດ? ລະມັນຊິໄດ້ ຮ່ວມກັນ ຕາມເບິ່ງ ຫັ້ນນ່າເນາະ. ກະຊິໄດ້ ຮ່ວມກັນ ຣະຫວ່າງ ຜແນກ ການຕ່າງປະເທສ ຜແນກ ຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ, ຫັ້ນນ່າ. ເພາະວ່າ ບັນຫານີ້ ພວກເຮົາ ກະໄດ້ເອົາເຂົ້າ ຢູ່ໃນກອງ ປະຊຸມ ຂອງສະພາແລ້ວ”.

ຢ່າງໃດກໍຕາມ ບັນຫາ ຊາວວຽດນາມ ລັກລອບ ເຂົ້າມາເຮັດ ທຸຣະກິຈ ໃນລາວ ກໍກາຍເປັນບັນຫາ ທີ່ຮ້າຍແຮງ ນັບມື້ ແລະ ນາບຂູ່ ຄວາມສງົບສຸຂ ຂອງ ສັງຄົມລາວ, ຊຶ່ງ ຊາວລາວ ຈຳນວນຫຼາຍ ໄດ້ຮຽກຮ້ອງ ໃຫ້ຣັຖບານ ເອົາໃຈໃສ່ ແກ້ໄຂ ບັນຫານີ້ ຕລອດມາ ເພາະຊາວວຽດນາມ ເຂົ້າມາຍາດ ວຽກເຮັດງານທຳ ຂອງຄົນລາວ ແລະ ຍັງສ້າງພາລະ ເປັນບັນຫາ ໃນສັງຄົມ ໃຫ້ຄົນລາວ ນໍາອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.