ຄົນງານຣົຖໄຟຈາກຈີນ ຈະມີເຖິງ 30 ພັນຄົນ
ເຈົ້າໜ້າທີ່ລາວ ເພີ້ມການຄຸ້ມຄອງ ຄົນງານ ຣົຖໄຟ ລາວ-ຈີນ ຫລາຍຂື້ນ ຫລັງຈາກ ໂຄງການ ດັ່ງກ່າວ ໄດ້ນໍາຄົນງານຈີນ ເຂົ້າມາແລ້ວ ປະມານ 19 ພັນຄົນ.
-
ໄມຊູລີ
2018-12-26 -
-
-
Your browser doesn’t support HTML5 audio
ປັຈຈຸບັນເຈົ້າໜ້າທີ່ຂັ້ນທ້ອງຖິ່ນໃນທຸກແຂວງ ບ່ອນທີ່ເປັນທາງຜ່ານຂອງໂຄງການທາງຣົຖໄຟລາວ-ຈີນ ໄດ້ເພີ້ມການຄຸ້ມຄອງ ແລະກວດກາ ຄົນງານຈີນຫລາຍຂຶ້ນ ເພື່ອຮັກສາຄວາມເປັນຣະບຽບຮຽບຮ້ອຍ ໃນສັງຄົມ ເນື່ອງຈາກ ປັຈຈຸບັນ ມີຄົນງານຈີນ ເຂົ້າມາເຮັດວຽກໃນລາວ ປະມານ 19 ພັນແລ້ວ ແລະ ຍັງຈະເຂົ້າມາເພີ້ມຕື່ມໃນປີໜ້າ, ດ່ັງເຈົ້າໜ້າທີ່ ເມືອງນາໝໍ້ ແຂວງອຸດົມໄຊ ທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຍເສຮີ ໃນວັນທີ 26 ທັນວາ ນີ້ວ່າ:
”ໂອ້ຫລາຍແລ້ວຫວາ ຫລາຍຈຸດຄົນຈີນຢູ່ ໄດ້ຄຸ້ມຄອງ 1 ກໍໄດ້ຊ່ວຍເຫລືອເພິ່ນຕ້ອງຫາດິນ, ອັນສອງ ປະຊາຊົນ ໄປຣົບກວນເນາະ, ສາມ ກໍແມ່ນ ເພິ່ນມາປະສານງານ ວຽກຕ່າງໆ.”
ທ່ານກ່າວຕື່ມວ່າ ສະເພາະຢູ່ເມືອງນາໝໍ້ ປັຈຈຸບັນ ມີຄົນງານຈີນ ບໍ່ຕໍ່າກວ່າ 1 ພັນຄົນສ່ວນໃຫຍ່ ມາເຮັດວຽກ ເຈາະອຸໂມງ ຢູ່ເຂດພູດອຍ ແລະ ພັກເຊົາຢູ່ແຄັມຄົນງານ ຕາມຈຸດຕ່າງໆ ແລະ ຄົນງານເຫລົ່ານີ້ ມັກອອກມາເລາະຫລິ້ນ ຕາມຮ້ານອາຫານ ຮ້ານຂາຍເຄື່ອງຕ່າງໆ ເຈົ້າໜ້າທີ່ກໍຕ້ອງໃຫ້ຄວາມຄຸ້ມຄອງ ເປັນພິເສດ ເພາະອາຈມີປະຊາຊົນບາງສ່ວນ ບໍພໍໃຈ ທີ່ເຫັນຄົນງານຈີນເຂົ້າມາຫລາຍ.
ເຊັ່ນດຽວກັນ ກັບຄົນງານຈີນ ທີ່ເຂົ້າມາເຮັດວຽກ ສ້າງທາງຣົຖໄຟ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ກໍໄດ້ຮັບຄວາມຄຸ້ມຄອງ ຈາກເຈົ້າໜ້າທີ່ ທ້ອງຖິ່ນ ໂດຍສະເພາະຜູ້ທີ່ເຂົ້າມາແລ້ວເຊົ່າເຮືອນ ຂອງປະຊາຊົນຢູ່ ຢ້ານວ່າຈະເກີດ ຂໍ້ຂັດແຍ້ງ ກັບປະຊາຊົນ ທ້ອງຖິ່ນ, ດັ່ງເຈົ້າໜ້າທີ່ ເມືອງໂພນໂຮງທ່ານນ່ືງ ກ່າວວ່າ:
“ມາຊອກເຊົ່າເຮືອນ ເຊົ່າຊານຢູ່ອ້ອມແອ້ມນີ້ລະ ນໍາເຮືອນປະຊາຊົນບ່ອນທີ່ວ່າເປົ່າວ່າງ ເພິ່ນບໍ່ໄດ້ແຈ້ງເລີຍ ທັມມະດາກໍແຈ້ງບ້ານຫັ້ນແຫຼະ ອັນນີ້ບ້ານເພິ່ນບໍ່ແຈ້ງ ເຫັນຢູ່ນີ້ສອງຫລັງແລ້ວມາເຊົ່າ.”
ກ່ອນໜ້ານີ້ ປະຊາຊົນແຂວງອຸດົມໄຊທ່ານນຶ່ງເວົ້າວ່າ ມັນເປັນເຣື້ອງທີ່ໜ້າເປັນຫ່ວງ ຖ້າຄົນງານຈີນທີ່ເຂົ້າມາຫຼາຍ ໂດຍບໍ່ມີການຄຸ້ມຄອງ ຈາກເຈົ້າໜ້າທີ່ລາວ ເພາະຢ້ານຈະເກີດບັນຫາຕາມມາ, ຄືຫລາຍປີຜ່ານມາ ເຄີຍມີຂ່າວວ່າ ຄົນຈີນຂົ່ມຂືນ ແມ່ຍິງລາວ ຢູ່ແຂວງອຸດົມໄຊ.
ຢ່າງໃດກໍຕາມ ປັຈຈຸບັນ ໂຄງການສ້າງທາງຣົຖໄຟ ໄດ້ເອົາຄົນງານຈີນ ເຂົ້າມາເຮັດວຽກ ຢູ່ລາວແລ້ວ ປະມານ 19 ພັນຄົນ ໃນຂນະທີ່ ທາງໂຄງການ ຍັງຈະນໍາເຂົ້າຕື່ມອີກ ຈົນຮອດ 30 ພັນຄົນ. ສ່ວນຄົນງານລາວ ທີ່ເຮັດວຽກໃນໂຄງການນີ້ ມີພຽງແຕ່ 2,135 ຄົນ ຕາມ ຣາຍງານ ຂອງທ່ານ ຄໍາສຸກ ບຸນຍະວົງ ສະມາຊິກ ສະພາແຫ່ງຊາດ ແຂວງຜົ້ງສາລີ ໃນກອງປະຊຸມ ສມັຍສາມັນ ເທື່ອທີ່ 6 ຊຸດທີ 8 ຜ່ານມາ.