ພາຍຫລັງ ທີ່ ທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຣີ ລາວ, ໄດ້ອອກ ດຳຣັດ ສະບັບ ເລກທີ 159/ລບ ລົງວັນ ທີ 4 ມິຖຸນາ ປີ 2013, ໃຫ້ ພະນັກງານ ຣັຖ ໃນທົ່ວ ປະເທດ ແຈ້ງ ຊັບສິນ ຂອງຕົນ, ຄນະ ກວດກາ ສູນກາງ ພັກ ແລະ ອົງການ ກວດສອບ ແຫ່ງຣັດ, ກໍໄດ້ ຂຸ້ນຂ້ຽວ ເພື່ອໃຫ້ ພະນັກງານ ຣັຖ ທົ່ວ ປະເທດ ໄດ້ແຈ້ງ ຊັບສິນ ຂອງຕົນ ໃນ ນະໂຍບາຍ ການ ປາບປາມ ການສໍ້ຣາສ ບັງຫລວງ ຂອງ ຣັຖບານ.
ແຕ່ມາຮອດ ປັດຈຸບັນ ຜ່ານມາ 1 ປີ ແລ້ວ ທີ່ ທາງການ ລາວ ໄດ້ ແຈກ ຟອມໃຫ້ ພະນັກງານ ຣັຖ ແຈ້ງ ຊັບສິນ, ປາກົດ ວ່າ ການດຳເນີນ ງານ ແລະ ການ ປະຕິບັດ ຍັງ ຊັກຊ້າ ຢູ່ໃນ ຫຼາຍ ກະຊວງ ແລະ ຫຼາຍ ແຂວງ ທີ່ີຍັງບໍ່ ສຳເຣັດ ໄດ້ເທື່ອ. ເຈົ້າຫນ້າທີ່ ກວດກາ ສູນກາງ ພັກ ຜູ້ທີ່ຂໍ ສງວນຊື່ ທ່ານນຶ່ງ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 29 ມິຖຸນາ ວ່າ:
"ດຽວນີ້ ຕາມແຕ່ລະ ກະຊວງ ກະຍັງ ບໍ່ທັນ ສຳເຣັດຫມົດ ເທື່ອນ່າ".
ທ່ານວ່າ ການແຈ້ງ ຊັບສິນ ຂັ້ນ ສູນກາງ ທີ່ ເອີ້ນວ່າ ຂັ້ນ ກະຊວງ ແລະ ຂັ້ນແຂວງ ແມ່ນ ສຳເຣັດ ແລ້ວ ແຕ່ວ່າຂັ້ນ ທ້ອງຖິ່ນ ທີ່ ແຕ່ລະ ກະຊວງ ຄຸ້ມຄອງ ນັ້ນ ຍັງບໍ່ທັນ ສຳເຣັດ ເທື່ອ. ທ່ານກ່າວ ເພີ້ມວ່າ:
"ດຽວນີ້ ຂັ້ນ ສູນກາງ ຄຸ້ມຄ້ອງ ຫັ້ນ ຖືວ່າ ແລ້ວ, ແຕ່ວ່າ ບັນຫາ ຂັ້ນ ກະຊວງ ຄຸ້ມຄອງ ຫັ້ນນ່າ ມັນຍັງ ບໍ່ທັນ ແລ້ວ ຫັ້ນນ່າ, ຂັ້ນ ທ້ອງຖິ່ນ ຄືກັນ ຢູ່ ຂັ້ນແຂວງ ຂັ້ນ ສູນກາງ ຄຸ້ມຄອງ ຂອງ ແຂວງ ຫັ້ນຖືວ່າ ແລ້ວ, ແຕ່ວ່າ ຂັ້ນ ຂອງແຂວງ ຄຸ້ມຄອງ ຫັ້ນ ຍັງບໍ່ທັນ ແລ້ວ".
ທ່ານກ່າວ ມ້ວນທ້າຍ ວ່າ, ພາກສ່ວນ ກວດສອບ ແລະ ຄນະ ກວດກາ ກໍ່ບໍ່ໄດ້ ນິ້ງນອນໃຈ ຕໍ່ບັນຫາ ຄວາມ ຫລ້າຊ້າ ໃນ ການແຈ້ງ ຊັບສິນ ຂອງ ພະນັກງານ ຣັດ ໂດຍ ຈະມີການ ຊຸກຍູ້ ຕິດຕາມ ການ ດຳເນີນງານ ແລະ ສອບຖາມ ວ່າ, ຂັ້ນໃດ ຍັງຫລ້າຊ້າ ຫຼາຍ ທີ່ສຸດ ແລະ ເປັນ ຍ້ອນ ຫຍັງ.
ການແຈ້ງ ຊັບສີນ ຂອງ ພະນັກງານ ຣັຖ ຖືວ່າເປັນ ບາດກ້າວ ທີ່ດີ ໃນການ ປາບປາມ ການສໍ້ຣາສ ບັງຫລວງ ໃນລາວ ແຕ່ ຊາວລາວ ສ່ວນໃຫຍ່ ເຊື່ອວ່າ ການແຈ້ງ ຊັບສິນ ຂອງ ພະນັກງານ ຣັດ ໃນລາວ ຍັງຂາດ ມາຕການ ຫຼາຍຢູ່ ຄົງຈະ ບໍ່ສາມາດ ຫລຸດຜ່ອນ ການ ສໍ້ຣາສ ບັງຫລວງ ໃນລາວໄດ້ ຢ່າງແທ້ຈິງ, ເພາະ ຍັງມີ ຊ່ອງວ່າງ ໃຫ້ ພະນັກງານ ຣັດ ສາມາດ ຫລີກລ້ຽງ ໄດ້.
ນອກນັ້ນ ຍັງ ບໍ່ແນ່ວ່າ ເຈົ້າຫນ້າທີ່ ຣະດັບ ສູງ ໃນຄນະ ຣັຖບານ ເຊັ່ນ ຣະດັບ ຣັຖມົນຕຣີ ຫລື ຮອງ ຣັຖມົນຕຣີ ນາຍົກ ຣັຖມົນຕຣີ ກົມການເມືອງ ສູນກາງ ພັກ ຈະ ຕ້ອງໄດ້ ແຈ້ງ ຊັບສິນ ຂອງຕົນ ກ່ອນ ຮັບ ຕຳແໜ່ງ ຄືດັ່ງ ປະເທດ ອື່ນໆ ຫລືບໍ່.