ລາວ ຢາກເປີດໃຊ້ ຣົດໄຟ ພ້ອມສລອງວັນຊາດ
2018.02.12
ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີ ສປປລາວ, ຮຽກຮ້ອງໃຫ້ຈີນ ສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ໃຫ້ແລ້ວໄວຂື້ນ ກ່ອນກຳນົດ 29 ມື້ ຊຶ່ງໃນເບື້ອງຕົ້ນ ທາງການ 2 ປະເທສນີ້ ກຳນົດເອົາໄວ້ວ່າ ຈະສ້າງໃຫ້ສຳເຣັດໃນມື້ວັນທີ 31 ທັນວາ 2021.
ໜັງສືພີມ ວຽງຈັນທາມ ຣາຍງານໃນຣະຫວ່າງການຢ້ຽມຢາມສະຖານທີ່ກໍ່ສ້າງ ເມື່ອອາທິດທີ່ແລ້ວ ນາຍົກຣັຖມົນຕຣີລາວ ສເນີໃຫ້ຈີນ ສ້າງ ທາງຣົດໄຟ ລາວ-ຈີນ ໃຫ້ສຳເຣັດກ່ອນ ຫຼື ໃນມື້ວັນທີ 2 ທັນວາ 2021 ເພື່ອເປັນການ ສລອງ ວັນຄົບຮອບ 46 ປີ ຂອງການສ້າງຕັ້ງ ສາທາລະນະຣັຖ ປະຊາທິປະໄຕ ປະຊາຊົນລາວ. ການສ້າງທາງຣົດໄຟ ລາວ-ຈີນ ກຳລັງດຳເນີນໄປຢ່າງໄວວາ. ປັດຈຸບັນ ສ້າງໄປແລ້ວ 20.3 ສ່ວນຮ້ອຍ ແລະ ກຳລັງເຈາະອຸໂມງ 53 ແຫ່ງ ໃນຈຳນວນທັງໝົດ 75 ແຫ່ງ ແລະ ສ້າງຂົວ 47 ແຫ່ງ ໃນຈຳນວນທັງໝົດ 167 ແຫ່ງ.
ແຕ່ເມື່ອເວົ້າເຖິງ ການຈ່າຍຄ່າທົດແທນ ຄວາມເສັຽຫາຍ ຂອງປະຊາຊົນນັ້ນ ແມ່ນຍັງບໍ່ທັນໄດ້ເທື່ອ ຊຶ່ງທ່ານ ໂພທອງ ໂງ່ນພະຈັນ, ນຶ່ງໃນ ຄະນະກັມມະການ ຄຸ້ມຄອງໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ກໍຍອມຮັບວ່າ ຍັງບໍ່ທັນໄດ້ມີການ ຈ່າຍຄ່າຊົດເຊີຍ ໃຫ້ແກ່ຜູ້ເສັຽ ເນື້ອທີ່ດິນ ແລະ ຊັບສິນ ຕາມແລວໂຄງການ ກໍ່ສ້າງທາງ ຣົດໄຟນັ້ນເທື່ອ ເພາະການທົດແທນນັ້ນ ມີຫຼາຍຂັ້ນຕອນ ແລະ ຍັງເປັນບັນຫາ ທີ່ຕ້ອງໃຊ້ເວລາ ແລະ ຊາວບ້ານນະຄອນຫຼວງວຽງຈັນ ກໍຈົ່ມ ກັບວິທຍຸ ເອເຊັຽ ເສຣີ ວ່າ ຄ່າຊົດເຊີຍຄວາມເສັຽຫາຍ ໃຫ້ປະຊາຊົນຍັງຊັກຊ້າ:
"ຍັງບໍ່ທັນເຮັດຫຍັງນ່າ ຍັງຢູ່ຄືເກົ່າ ພວກເຮົາ ກາເວົ້າກັນ ມື້ກ່ອນຫັ້ນ ກາເປັນເອກະພາບກັນ ວ່າຊິຍ້າຍ ໄປບ່ອນໃໝ່ ແຕ່ໃຫ້ເຂົາເຈົ້າ ຍົກຍ້າຍ ໄປບ່ອນໃໝ່ ຊອກບ່ອນໃໝ່ໃຫ້ ຍັງບໍ່ທັນເຮັດເທື່ອ ການຍັງບໍ່ທັນຮູ້ນ່າ ກາລໍຖ້າ ແຕ່ຄໍາຕອບ ຂອງຂັ້ນເທີງ ເຂົາເຈົ້າຍັງບໍ່ເວົ້າບໍ່ວ່າພີສັງ."
ຕາມການຣາຍງານ ຂອງທາງການ ມີປະຊາຊົນຈຳນວນ 4,411 ຄອບຄົວ ໃນແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພຣະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ໄດ້ຮັບຜົລກະທົບ ຈາກໂຄງການທາງຣົດໄຟລາວ-ຈີນ ນີ້.