ແຜນແມ່ບົດຈັດສັນ ທີ່ີດິນ ແຫ່ງຊາຕ

ໄຊຍາ
2018.06.29
f-land ເມືອງຊຽງເງິນ ແຂວງຫລວງພຣະບາງ
RFA/AS

ທາງການລາວ ອະນຸຍາດໃຫ້ຕ່າງປະເທດ ເຂົ້າມາລົງທຶນເຊົ່າ ແລະ ສຳປະທານທີີ່ດິນ ເພື່ອຫັນທີ່ດິນເປັນທຶນ ແລະໄລຍະຜ່ານມາ ຣັຖບານ ໄດ້ໃຫ້ສຳປະທານທີ່ດິນ ແກ່ນັກລົງທຶນ ໄປແລ້ວຫລາຍກວ່າ 1 ລ້ານເຮັກຕາ ທົ່ວປະເທດ ໃນນັ້ນເນື້ອທີ່ດິນທີ່ໃຫ້ ສຳປະທານ ມີທັງບໍ່ແຮ່ ແລະເຂື່ອນໄຟຟ້າ. ອີງຕາມຂໍ້ມູນຈາກກະຊວງ ຊັພຍາກອນທຳມະຊາດ ແລະສິ່ງແວດລ້ອມ.

ການໃຫ້ສຳປະທານທີ່ດິນ ສົ່ງຜົນກະທົບດ້ານລົບຕໍ່ກັບສັງຄົມ ໂດຍສະເພາະ ທີ່ດິນຊາວບ້ານຢູ່ເຂດຊົນນະບົດ ຖືກບໍຣິສັດສຳປະທານ ປູກໄມ້ ອຸດສາຫະກັມ ໄປກວມເອົາເຖິງວ່າ ຊາວບ້ານຈະໄດ້ຮັບເງິນທົດແທນ ທີ່ບໍ່ເປັນໄປຕາມຣາຄາຕລາດ. ການໃຫ້ສຳປະທານທີ່ດິນຫຼາຍ ເຮັດໃຫ້ ທີ່ດິນນັບມື້ນັບແຄບລົງ, ດັ່ງປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກການສຳປະທານທີ່ດິນ ໄດ້ກ່າວ ຕໍ່ເອເຊັຍເສຣີ ວ່າ:

"ມີຫັ້ນແລ້ວຄັນສິເວົ້າເຣື່ອງຂໍ້ຫຍຸ້ງຍາກສັບສົນ ກໍ່ຫຼາຍອັນ ການເຮັດການທັມນີ້ດິນ ຢູ່ໃນຂອບເຂດ ເຮົາມັນບໍ່ມີແລ້ວດຽວນີ້ ມີແຕ່ບໍຣິສັດ ໝົດບຸກເບີກ ໝາຍຄວາມວ່າ ບໍຣິສັດ ສັມປະທານ ເຣື່ອງດິນເຂື່ອນໄຟຟ້າ ປູກຕົ້ນໄມ້ ປູກກາເຟ ມັນຫຼາຍບໍຣິສັດ ເຂົ້າມານີ້ ເພາະວ່າດິນ ມັນແຮງແຄບລົງ."

ຕົວຢ່າງ ທີ່ດິນຂອງປະຊາຊົນ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ 5,000 ເຮັກຕາ ຖືກບໍຣິສັດ ສິງກະໂປ ມາສຳປະທານປູກກາເຟ, ການໃຫ້ສຳປະທານທີ່ດິນປູກກ້ວຍ ແລະ ປູກຢາງພາຣາ ທີ່ໃຊ້ສານເຄມີ ສົ່ງຜົນຕໍ່ແມ່ນ້ຳ ທີ່ເປັນແຫຼ່ງອາຫານ ຂອງ ປະຊາຊົນ, ດັ່ງ ປະຊາຊົນ ນະຄອນຫຼວງວຽງຈັນ ທ່ານນຶ່ງໄດ້ກ່າວ ຕໍ່ເອເຊັຍເສຣີວ່າ:

"ກໍ່ຍັງມີຜົນກະທົບກັບປະຊາຊົນເຈົ້າ ໂດຍສະເພາະກັບພືດ ພັກແຖວໆນັ້ນ ປູ ປາ ນາມ້ຽວເນາະ ເພາະວ່າຖານະພວກເຮົາ ເປັນປະຊາຊົນ ນີ້ກໍ່ບໍ່ໜ້າຊິອັນນັ້ນ ຂນະນີ້ຊັພຍາກອນລາວ ຊັພຍາກອນແຫ່ງຊາຕຢູ່ໃນແຜ່ນດີນ ກໍ່ຫຼຸດໜ້ອຍຖອຍລົງແລ້ວເນາະ."

ໃນປີທ້າຍປີ 2017 ທີ່ຜ່ານມາເຈົ້າໜ້າທີ່ກົມກວດກາ ກະຊວງຊັບພຍາກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້ຣາຍງານຜ່ານສື່ມວນຊົນ ທ້ອງຖິ່ນວ່າ ມີໜັງສືຮ້ອງຮຽນໂດຍກົງຈາກປະຊາຊົນ 50 ກໍຣະນີ ເພື່ອໃຫ້ໜ່ວຍງານລົງໄປກວດກາ ກ່ຽວກັບ ການປະຕິບັດງານ ຂອງ ເຈົ້າໜ້າທີ່, ໄດ້ຮັບເງີນສົດເຊີຍ ທີ່ບໍ່ເປັນທຳ ແລະ ການທວງເອົາດິນ ຄືນຈາກຣັຖ.

ນີ້ເປັນພຽງຕົວຢ່າງສ່ວນນຶ່ງ ຂອງຜົນກະທົບຈາກການໃຫ້ສຳປະທານດິນ ແຕ່ຄວາມຈິງແລ້ວ ການຂັດແຍ່ງເຣື່ອງທີ່ດິນ ແມ່ນເພີ່ມຂື້ນເຣື້ອຍໆ ນັບແຕ່ອອກດຳຣັຖ ວ່າດ້ວຍທີ່ດິນ ສະບັບ ທຳອິດໃນປີ 1992 ເປັນຕົ້ນມາ. ແລະ ປີ 2003 ຣັຖບານ ໄດ້ອອກ ກົດໝາຍ ວ່າດ້ວຍທີ່ດິນ ແລະການສຳປະທານທີ່ດິນ ຍັງບໍ່ເປັນເອກະພາບກັນ.

ລະກາຍເປັນວ່າຣັຖຄືເທວະດາ ຂ້ອຍມີສິດຊິໃຫ້ຜູ້ນີ້ ຂ້ອຍກາໃຫ້ດີນນີ້ ໝາຍຄວາມວ່າຣັຖເປັນຜູ້ຮັບຮອງ ກັມມະສິດນໍາໃຊ້ເດ ຂ້ອຍໃຫ້ເຈົ້າ ສິດນຳໃຊ້ ແຕ່ຂ້ອຍບໍ່ໃຫ້ຜູ້ນີ້ຊິ ຂ້ອຍໃຫ້ຜູ້ນີ້ມີແຕ່ສິດໃຊ້ ເນື່ອງຈາກຣະບົບນີຕິກັມ ຂອງພວກເຮົາບໍ່ຊັດເຈນ ຈະແຈ້ງເຊິ່ງ ອັນນີ້ເດພວກ ສະຫາຍ ອັນນີ້ລະມັນກໍ່ໃຫ້ພວກເຮົາເກີດການຂັດແຍ່ງ ຫຼາຍແມ່ນພື້ນຖານ ມາຈາກໂຕນີ້.

ໃນເດືອນ ມິຖຸນາ 2012 ຣັຖບານຈຶ່ງໄດ້ອອກຄຳສັ່ງ ວ່າດ້ວຍການໂຈະການພິຈາຣະນາ ແລະ ອະນຸຍາດໂຄງການລົງທຶນໃໝ່ ສຳລັບການ ຊອກຄົ້ນ ແລະສຳຫຼວດແຮ່ທາດ, ການປູກຢາງພາລາ ແລະໄມ້ວິກ ໃນຂອບເຂດທົ່ວປະເທດ.

ບັນຫາທີ່ສຳຄັນບໍ່ມີແຜນແມ່ບົດ ການນຳໃຊ້ທີ່ດິນ ເຮັດໃຫ້ມີການຈັບຈອງທີ່ດິນ ແບບຊະຊາຍ, ດັ່ງ ທ່ານ ສົມມາດ ພົນເສນາ ຣັຖມົນຕຼີ ກະຊວງຊັພຍາກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້ກ່າວຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ 8 ເມື່ອວັນທີ 11 ມີຖຸນາ ທີ່ຜ່ານມາ ມີບາງຕອນທ່ານໄດ່ກ່າວ ໃນກອງປະຊຸມສະພາວ່າ:

"ເຖິງແມ່ນວ່າພວກເຮົາໄດ້ເຣີ້ມຕົ້ນວຽກງານ ສ້າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາຕ ແຕ່ປີ 1997 ເປັນຕົ້ນມາ ຈົນເຖິງປັດຈຸບັນ ແຜນແມ່ບົດ ດັ່ງກ່າວຍັງບໍ່ຖືກຮັບຮອງ ຈຶ່ງເປັນສາເຫດເກີດຊ່ອງວ່າງ ໃນການນໍາໃຊ້ທີ່ດິນ ທີ່ມີລັກສນະຟຸມເຟືອຍ ມີການຈັບຈອງທີ່ີດິນປ່າສາທາຣະນະ ຢ່າງສະຊາຍ ມີການລົບຫຼີກ ການເສັຍພາສີທີ່ດິນ ດ້ວຍຮູບການຕ່າງໆ ການຕົກລົງແບ່ງປັນທີ່ດິນຣັຖ ໃຫ້ບຸກຄົນຖືສິດນໍາໃຊ້ ຂາດຕົວແບບ ບໍ່ຖືກຕ້ອງ ຕາມກົດໝາຍ ກໍ່ເກີດຂື້ນຢ່າງແຜ່ຫຼາຍ ເຊິ່ງມີຄວາມຈຳເປັນ ຕ້ອງໄດ້ແກ້ໄຂໂດຍໄວ."

ທ່ານ ສົມມາດ ພົນເສນາ ກ່າວຕື່ມອີກວ່າ ໄລຍະຜ່ານມາ ເຖິງແມ່ນວ່າຈະມີກົດໝາຍ ທີ່ດິນທີ່ຖືກຕ້ອງກໍ່ຕາມ ແຕ່ການປະຕິບັດກົດໝາຍ ນັ້ນຍັງບໍ່ເຂັ້ມງວດເຮັດໃຫ້ການຄຸ້ມຄອງທີ່ດິນ ບໍ່ມີປະສິດທິຜົນ ທີ່ີດິນທີ່ເປັນຊັບສົມບັດ ຂອງຊາດຖືກບຸກຣຸກ ແລະກາຍມາເປັນກຳມະສິດ ຂອງບຸກຄົນ ການອະນຸຍາດໃຫ້ເຊົ່າ ຫຼືສຳປະທານດິນ ບາງບ່ອນຍັງກວມເອົາເຂດ ທຳການຜລິດຂອງປະຊາຊົນ ເຂດປ່າໄມ້ແລະປ່າສງວນ ຈາກນັ້ນກໍ່ມີການຂຸດຄົ້ນ ຫັນປ່ຽນທີ່ດິນ ກະສິກັມ ເປັນເປົ້າໝາຍອື່ນໆ.

ອີງຕາມການຄຸ້ມຄອງທີ່ດິນນັ້ນ ບໍ່ມີການກຳນົດຈະແຈ້ງ, ຊ້ຳຊ້ອນກັນ ແລະບໍ່ເປັນໄປຕາມຂັ້ນຕອນ, ດັ່ງສະມາຊິກ ສະພາແຫ່ງຊາຕ ແຂວງສວັນນະເຂດ ໄດ້ກ່າວວ່າ:

"ກາຢາກໃຫ້ທົ່ວປະເທດ ໂດຍສະເພາະ ການຄຸ້ມຄອງເຮົາເຫັນວ່າ ມັນກຳນົດບໍ່ຈະບໍ່ແຈ້ງເນາະ ຂອງການອອກໃບສຳປະທານ ການອອກໃບຊໍ້າຊ້ອນກັນ ຣະວ່າງຜູ້ອອກ ໃຫ້ບຸກຄົນກາ ຍັງມີບັນຫາຢູ່ ຍ້ອນເຮົາບໍ່ສຳຫຼວດ ແລ່ນນຳແຕ່ບາງພາກສ່ວນ ທຸຣະກິດ ແມ່ນຫຍັງ ມາລະ ເຮົາບໍ່ໄປຕາມຂັ້ນຕອນມັນ."

ທ່ານກ່າວຕື່ມວ່າ ການກຳນົດກັນເບື້ອງຕົ້ນ ບໍ່ຈະແຈ້ງບໍ່ໄດ້ເອົາຕາມແຜນວາດ ແຜນທີ່ຂອງດາວທຽມເປັນຫຼັກ ແຕ່ວ່າພື້ນທີ່ຕົວຈິງ ເຂົາບໍ່ໄດ້ ເຂົ້າໄປເບິ່ງ ສະນັ້ນມັນຄວນໄດ້ຮັບການສຳຣວດ ຫຼັງຈາກວ່າເຮົາມີແຜນແມ່ບົດ ແລະລົງສຳຣວດຕົວຈິງ ຄວນເຮັດໄປພື້ນທີ່ໃດ ມີຄວາມສະດວກຄວນເຮັດກ່ອນ.

ນອກຈາກນີ້ການໃຫ້ສຳປະທານທີ່ດິນ ຍັງໄປກວມເອົາເນື້ອທີ່ປ່າສງວນ. ດັ່ງສະມາຊິກສະພາແຫ່ງຊາດ ແຂວງ ອັດຕະປື ໃຫ້ຄວາເຫັນວ່າ:

"ແຂວງອັດຕະປື ຂອງຂ້າພະເຈົ້ານີ້ ກາຫັນດິນກະສິກັມ ເປັນດິນອື່ນໆ ກໍ່ມີຫຼາຍ ການຫັນປ່ຽນດິນປ່າສງວນ ເປັນດິນອື່ນກໍ່ມີຫຼາຍ ໂດຍສະເພາະແມ່ນການສ້າງເຂື່ອນ ແລະໃຫ້ເຊົ່າສຳປະທານ ບໍຣິສັດຕ່າງໆ."

ການຮ່າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາຕ ໄດ້ສົ່ງເຂົ້າສູ່ສະພາ ເພື່ອພິຈາຣະນາ ປັບປຸງແກ້ໄຂ ຮັບຮອງເອົາເປັນກົດໝາຍ ປະກອບດ້ວຍ 6 ຫຼັກການ ຄື:

1. ວ່າດ້ວຍການຄຸ້ມຄອງດິນ ແລະ ການພັທນາດິນໄລຍະໃໝ່.

2. ເປັນພື້ນຖານໃຫ້ແກ່ການພັທນາ ເສຖກິສ-ສັງຄົມ.

3. ຮັັບປະກັນ ການກົມກຽວຣະຫວ່າງ ແຜນແມ່ບົດຈັດສັນທີ່ດິນ ແຫ່ງຊາຕ ໂດຍຖືເອົາການຫັນປ່ຽນເປັນສ່ວນນຶ່ງ ຂອງການພັທນາ.

4.ການປະຕິບັດຕາມຫຼັກການລວມສູນ.

5.ເປັນເອກກະພາບກັນ ທົ່ວປະເທດ ໂດຍອິງໃສ່ທ່າແຮງ ແລະພູມສັນຖານ.

6.ຮັບປະກັນ ໃຫ້ທຸກພາກສ່ວນ ມີສ່ວນຮ່ວມ.

ແລະ ໃນທ້າຍປີ 2018 ທີ່ຈະມາເຖິງນີ້ ສະພາຈະພິຈາຣະນາ ເພື່ອຮັບຮອງ ເປັນກົດໝາຍ ວ່າດ້ວຍທີ່ີດິນ ໂດຍຖືເອົາແຜນແມ່ບົດ ຈັດສັນທີ່ດິນ ແຫ່ງຊາຕສະບັບນີ້ ເປັນພື້ນຖານ. ເພື່ອບໍ່ໃຫ້ປະຊາຊົນ ໄດ້ຮັບຜົນກະທົບ ຈາກການສຳປະທານທີ່ດິນ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.