ສາຍການບິນລາວຕ້ອງການ ນັກບິນ

ຈໍາປາທອງ
2015.09.18
F-Lao-Airline ສາຍການບິນ ສປປລາວ
Marcel

ສາຍການບິນ ລາວ ຊຶ່ງ ເປັນ ສາຍການບິນ ແຫ່ງຊາດ ຂອງ ສປປລາວ, ໄດ້ເປີດ ຮັບສມັກ ໃນ ຕຳແໜ່ງ ນັກບິນ ຢ່າງໜ້ອຍ ບໍ່ຕ່ຳ ກວ່າ 30 ຕຳແໜ່ງ ຕໍ່ປີ.

ທ່ານ ສົມສມັຍ ວິສຸນນະຣາດ ຮອງ ປະທານ ສາຍການບິນ ລາວ, ໄດ້ກ່າວ ໃນ ພິທີ ຕ້ອນຮັບ ນາງ ສຸດາພອນ ວິສຸນນະຣາດ ນັກບິນ ຍິງ ຄົນ ທຳອິດ ຂອງ ສາຍການບິນ ລາວ ທີ່ ສນາມບິນ ສາກົນ ວັດໄຕ ນະຄອນຫຼວງ ວຽງຈັນ.

ນາງ ສຸດາພອນ, ພາຍຫລັງ ສຳເຣັດ ການຝືກ ອົບຮົມ ຕາມ ຫລັກສູດ 18 ເດືອນ ຢູ່ ໂຮງຮຽນ ການບິນ ພົລເຮືອນ ທີ່ ເມືອງ ຕູລູ ປະເທສ ຝຣັ່ງ ແລ້ວ ໄດ້ຖືກ ເລືອກ ເຂົ້າມາ ເປັນນັກບິນ ຜູ້ຊ່ວຍ ປະຈຳຍົນ ແອບັສ 320 ທີ່ ບິນ ຣະຫວ່າງ ນະຄອນຫຼວງ ວຽງຈັນ ແລະ ຫຼວງພຣະບາງ.

ທ່ານ ສົມສມັຍ ເວົ້າວ່າ ຕ້ອງການ ໃຫ້ ນາງ ສຸດາພອນ ເປັນ ຕົວຢ່າງ, ແລະ ເປັນແຮງ ບັນດານໃຈ ສຳລັບ ຊາວລາວ ທີ່ ປາຖນາ ຢາກເປັນ ນັກບິນ ທີ່ ສຳຄັນ ຂອງຊາດ ຊຶ່ງ ປັດຈຸບັນ ເປັນທີ່ ຕ້ອງການ ຂອງ ຕລາດ ການບິນ ຫຼາຍ ທີ່ສຸດ.

ສາຍການບິນ ລາວ ຕັ້ງ ງົບປະມານ ໄວ້ ໃນ ຣະຫວ່າງ 1 ລ້ານ 2 ແສນ ໂດລາ ສະຫະຣັຖ ເພື່ອ ຄັດເລືອກ ແລະ ອົບຮົມ ບຸຄລາກອນ ທີ່ ມີຄວາມຮູ້ ຄວາມ ສາມາດ ແລະ ມີ ຜົລງານດີ ໃນ ວິຊາ ຄະນິດສາດ, ຟິສິກ ແລະ ພາສາ ອັງກິດ ມາເປັນ ນັກບິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.